ອິນໂດເນເຊຍ ເລັ່ງປູກພືດອາຫານສັດທົນແລ້ງຮັບມືເອວນິໂຍ

07/07/2026 22:28
ຂປລ ກະຊວງກະສິກຳອິນໂດເນເຊຍ ສືບຕໍ່ຂະຫຍາຍການປູກພືດອາຫານສັດທີ່ທົນແລ້ງ ແລະ ມີໂປຣຕີນສູງ ພ້ອມທັງສົ່ງເສີມການໝັກ ແລະ ອົບແຫ້ງອາຫານສັດ ເພື່ອຮັບປະກັນຄວາມໝັ້ນຄົງດ້ານອາຫານສັດ

ຂປລ.ສຳນັກຂ່າວຊິນຮວາ, ກະຊວງກະສິກຳອິນໂດເນເຊຍ ສືບຕໍ່ຂະຫຍາຍການປູກພືດ ອາຫານສັດທີ່ທົນແລ້ງ ແລະ ມີໂປຣຕີນສູງ ພ້ອມທັງສົ່ງເສີມການໝັກ ແລະ ອົບແຫ້ງອາຫານສັດ ເພື່ອຮັບປະກັນຄວາມໝັ້ນຄົງ ດ້ານອາຫານສັດ ແລະ ຫລຸດຜ່ອນຜົນກະທົບ ຈາກພາວະທົ່ງຫຍ້າຂາດແຄນ ທີ່ເກີດຈາກອິດທິພົນ ຂອງປາກົດການ ເອວນິໂຍ (El Niño).

ທ່ານ ອາກຸງ ຊູກັນດາ (Agung Suganda) ອະທິບໍດີກົມລ້ຽງສັດ ແລະ ສຸຂະພາບສັດ ຂອງກະຊວງກະສິກຳ ອິນໂດເນເຊຍ ກ່າວວ່າ: ພວມສືບຕໍ່ສົ່ງເສີມ ການປູກພືດ ຕະກູນຖົ່ວ ທີ່ທົນແລ້ງ ແລະ ຫຍ້າເນເປຍ (Napier grass) ທີ່ມີໂປຣຕີນສູງ ເຊິ່ງສາມາດທົນທານ ຕໍ່ສະພາບອາກາດແຫ້ງແລ້ງ ໄດ້ເປັນເວລາດົນນານ ເພື່ອຊ່ວຍ ຊາວກະສິກອນ ຫລຸດຜ່ອນ ການເພິ່ງພາ ອາຫານສັດຕາມທໍາມະຊາດ ທີ່ມັກຈະຂາດແຄນໃນໄລຍະ ລະດູແລ້ງທີ່ຍາວນານ.

ນອກຈາກນີ້, ກະຊວງກະສິກຳ ອິນໂດເນເຊຍ ຍັງສົ່ງເສີມການ ຖະໜອມອາຫານສັດ ດ້ວຍວິທີການໝັກ ແລະ ອົບແຫ້ງ ເພື່ອໃຫ້ສາມາດເກັບຮັກສາ ແລະ ນຳມາໃຊ້ໃນໄລຍະ ທີ່ຂາດແຄນອາຫານສັດໄດ້.

 

KPL

ຂ່າວອື່ນໆ

ads
ads

Top