ບັນແສ່ວແຊບ ນາງ ນ້ອຍວັດໄຕ ກໍາລັງໄດ້ຮັບຄວາມສົນໃຈຈາກສັງຄົມ

17/06/2026 10:29
Email Print 100
ຂປລ ຂປລ. ຖືວ່າກໍາລັງ​​ເປັນກະ​ແສ ​ໃນ​​ສັງຄົມ​ອອນ​ລາຍ​ເລີຍກໍວ່າໄດ້ ສໍາລັບ ຮ້ານ ນາງ ນ້ອຍ ບັນ​ແສ່ວແຊບວັດໄຕ ແລະ ເຂົ້າໜົມຄົກ​ໄສ້ເຄັມ ​ດ້ວຍ​ລົດ​ຊາດທີ່​​ແຊບ​ຊ້ອຍ, ຫ​ອມມັນກະທິ ​ແລະ ​ແຜ່ນ​ແປ້ງກອບບໍ່ອົມນ້ຳມັນ ​ຖືກ​ໃຈ​ຜູ້​ບໍລິ​ໂພ​ກ​ ສາມາດດຶງດູດລູກຄ້າຈຳນວນຫລາຍຫລັ່ງໄຫລເຂົ້າມາບໍ່ຂາດສາຍ

ຂປລ. ຖືວ່າກໍາລັງ​​ເປັນກະ​ແສ ​ໃນ​​ສັງຄົມ​ອອນ​ລາຍ​ເລີຍກໍວ່າໄດ້ ສໍາລັບ ຮ້ານ ນາງ ນ້ອຍ ບັນ​ແສ່ວແຊບວັດໄຕ ແລະ ເຂົ້າໜົມຄົກ​ໄສ້ເຄັມ ​ດ້ວຍ​ລົດ​ຊາດທີ່​​ແຊບ​ຊ້ອຍ, ຫ​ອມມັນກະທິ  ​ແລະ ​ແຜ່ນ​ແປ້ງກອບບໍ່ອົມນ້ຳມັນ ​ຖືກ​ໃຈ​ຜູ້​ບໍລິ​ໂພ​ກ​  ສາມາດດຶງດູດລູກຄ້າຈຳນວນຫລາຍຫລັ່ງໄຫລເຂົ້າມາບໍ່ຂາດສາຍ ບາງຄົນກໍມານັ່ງກິນຢູ່ຮ້ານ, ບາງຄົນກໍສັ່ງຊື່ກັບບ້ານ ຫລື ບາງຄົນກໍໂທສັ່ງໄວ້ແລ້ວມາເອົາຢູ່ໜ້າຮ້ານ ໂດຍສະເພາະ​ໄລຍະ 4-5 ​ເ​ດືອນມາ​ນີ້ ໄດ້ຂາຍດີພໍສົມຄວນ ​ເນື່ອງ​ຈາກວ່າຮ້ານຂອງເພິ່ນເປັນທີ່ຮູ້ຈັກຫລາຍຂຶ້ນຈາກການລີ​ວິວຜ່ານ​ແອັບ​ຕິກ​ຕ໋ອກ ແລະ ຫລາຍ​ຄົນ​ກໍ່ຢາກ​ຮູ້ວ່າ​ແຊບ​ແທ້​ບໍ່​​? ແຕ່​ເມື່ອ​ໄດ້​ມາ​ກິນແລ້ວ​ກໍ​ຕິດ​ໃຈກັບລົດຊາດທີ່່ແຊບຊ້ອຍ ​ຈຶ່ງມີ​ການ​ບອກ​ຕໍ່ປາກ​ຕໍ່ປາກຈົນ​ແຕ່​ລະ​ມື້ ມີ​ຄົນ​ມາຕໍ່ແຖວຍາວ ​ເຮັດ​ນໍາ​ກໍ່​ບໍ່ທັນ ຊຶ່ງຈຸດ​ນີ້​ມັນ​ໄດ້​ສ້າງ​ຮອຍ​ຍີ້ມ​ໃຫ້ກັບ ນາງ​ ນ້ອຍ.

ນາງ ​ນ້ອຍ ​  ​ເວົ້າສູ່​ຟັງ​ວ່າ:  ກ່ອນ​ຈະ​ມາ​ເຮັດ​ອາຊີບ​ນີ້ ຍ້ອນ​ວ່າ​ຕົນ​ເອງ ​ເປັນ​ຄົນ​ມັກ​​ແຕ່ງກິນ​ ຈຶ່ງ​ເຮັດສິ່ງ​ທີ່​ຕົນ​ເອງ​ມັກ ຄື​ ການ​ເຮັດ​ອາຫານ​ປະ​ເພດຕ່າງໆ ​ເພື່ອ​ວາງ​ຂາຍຢູ່​ໜ້າ​ເຮືອນ​ ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ ​ໂດຍ​ການ​ຂາຍ ຫລາຍ​ຢ່າງ ບໍ່​ວ່າຈະ​ເປັນ​ບັນ​ກວນ, ບັນ​​ແສ່ວ,​ ບັນແຕ,  ຍໍ່ຂາວ, ຍໍ່​ຈື, ເຂົ້າໜົມຄົກ ປີ້ງ​ເອັນ ແລະ ຂາຍປະເພດເສັ້ນ, ຈົນ​ມາ​ຈັບ​ທາງ​ໄດ້ ວ່າ ບັນ​​ແສ່ວ ​ເປັນ​ທີ່​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກຫລາຍ, ຈາກຮ້ານທີ່ຄົນຮູ້ໜ້ອຍ ກາຍເປັນຮ້ານທີ່ສັງຄົມຮູ້ຈັກຫລາຍຈາກການທີ່ຫລານສາວ ມາລີ​ວິວບັນແຊ່ວ ຜ່ານ​ທາງ​ແອັບ​ຕິກ​ຕ໋ອກ ໃຫ້ ປະມານ 5 ​ເດືອນ​ກ່ອນ ຈຶ່ງ​ເຮັດ​ໃຫ້​ລູກ​ຄ້າ​ຮູ້ຈັກຮ້ານບັນແສ່ວແຊບ ວັດໄຕ ຫລາຍຂຶ້ນ ຊຶ່ງແຕ່ລະມື້ຈະມີລູກຄ້າເຂົ້າມາຫລາຍພໍສົມຄວນ. ສະ​ນັ້ນ, ຕົນ​ເອງ ຈຶ່ງ​ຫັນ​ມາ​ເຮັດສະເພາະແຕ່​ບັນ​ແສ່ວ ​ແລະ ​ເຂົ້າໜົມຂົກ ຂາຍ ດ້ວຍ​ສູດ​ທີ່ຂ້າພະເຈົ້າຄິດ​ຄົ້ນ​​ເອງ ຜ່ານ​ການ​ລອງ​ຜິດ, ລອງ​ຖືກ ກວ່າ​ຈະ​ໄດ້​ສູດ​ນີ້​ມາ ຈົນ​ປັດຈຸບັນ ​ແມ່ນມີ​ຜົນ​ຕອບ​ຮັບ​ດີ​ຫລາຍ ຊຶ່ງແຕ່ລະມື້ນຳໃຊ້​ແປ້ງ ປະມານ 8 ຖົງ/ມື້ ໄດ້ເກືອບ 200 ແຜ່ນ/ມື້, ໝູບົດ 10 ກິໂລ/ມື້.  ສໍາລັບລາຄາ​ຂາຍ ບັນ​ແສ່ວ ​ແຜ່ນລະ 15.000 ​ກີບ (​ບໍ່​ໃສ່​ໄຂ່​), ​ໃສ່​ໄຂ່​ແມ່ນ 20.000 ​ກີບ, ​ເຂົ້າໜົມຄົກ​ ຄູ່​ລະ 5.000 ກີບ, ລາຄາ​ນີ້​ກໍ​ຖື​ວ່າບໍ່​ແພງ​ຖ້າ​ທຽບ​ໃສ່​ຕົ້ນ​ທຶນ​ໃນ​ປັດຈຸບັນ ​ເພາະວ່າ​ມີ​ສ່ວນ​ປະກອບ​ເຄື່ອງຄຽງຫລາຍ​ຢ່າງຕື່ມອີກ ເຊັ່ນ: ໄຂ່, ຜັກ, ຖົ່ວງອກ ແລະ ອື່ນໆ (ສ່ວນນ້ຳແຈ່ວແມ່ນຕັກເອງ). ພ້ອມນີ້ ຢູ່ຮ້ານບັນແສ່ວ ຍັງອາຫານປະເພດເສັ້ນໄວ້ຄອຍບໍລິການລູກຄ້າຕື່ມອີກ ເຊັ່ນ: ເຂົ້າປຽກເສັ້ນ, ເຝີງົວ, ເຝີເຮືອ, ໝີ່ເຫລືອງ,ເຂົ້າຊອຍ, ຕົ້ມລ້ອນ ຊຶ່ງແມ່ນນ້ອງສາວເປັນຜູ້ຂາຍ ໃນລາຄາເລີ່ມຕົ້ນ 30.000 ກີບ ຂຶ້ນໄປ ແລະ ປະເພດນ້ຳ ເຊັ່ນ: ກາເຟ, ນ້ຳດື່ມ, ແປບຊີ ນຳອີກ.

ນາງ ​ນ້ອຍ ​ເວົ້າ​ເສີມ​ວ່າ:  ນອກຈາກ​ຂາຍຢູ່​ພາຍ​ໃນ​ຮ້ານ​ແລ້ວ, ​ທາງ​ຮ້ານຂອງພວກເຮົ​າ ຍັງຮັບ​ອອກ​ງານ​ນອກ​ສະຖານ​ທີ່ ​​ໂດ​ຍ​ເລີ່​ມຕົ້ນໃນລາຄາ  3.500.000 ກີບ ​ເຄື່ອງ​ທຸກ​ຢ່າງ​ຂອງ​ທາງ​ຮ້ານໝົດ.  ສໍາລັບ ລູກ​ຄ້າ​ທ່ານ​ໃດ ທີ່​ຢາກ​ລອງ​ຊີມ ກໍ​ມາ​ຫາ​​ໄດ້​ຮ້ານ​ຕັ້ງ​ຢູ່ ບ້ານໜອງປາ​ໄນ ​ເມືອງ ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງຈັນ (ຫລັງ​ວັດ​​ໄຕ)ຮັບຮອງ​ວ່າ ຈະ​ບໍ່​ຜິດ​ຫວັງ​ແນ່ນອນ  ຫລື ​ຖ້າ​ຫາກທ່ານໃດ ສົນ​ໃຈ ບັນ​ແສ່ວ, ​ເຂົ້າໜົມຂົກ​ແຊບໆອອກ​ງານ ​ກໍ​ຕິດຕໍ່​ໄດ້​ທີ​່ເບີ 020 98103357. 

ໂດຍ:​ມາລີດາ

KPL

ຂ່າວອື່ນໆ

ads
ads

Top