ວຽກງານສາທາລະນະສຸກ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

17/06/2026 10:17
Email Print 112
ຂປລ ຂປລ. ວັນສາທາລະນະສຸກລາວ ກໍແມ່ນວັນໜຶ່ງທີ່ມີຄວາມໝາຍສຳຄັນ ເພື່ອລະນຶກເຖິງການກຳເນີດ, ການເຕີບໃຫຍ່ຂະ ຫຍາຍຕົວຂອງວຽກງານຮັກສາສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ການພັດທະນາບຸກຄະລາກອນສາທາລະນະສຸກ

(ເນື່ອງໃນໂອກາດ ວັນສາທາລະນະສຸກລາວ ຄົບຮອບ 61 ປີ, ວັນທີ 18/6/1965-18/6/2026) 

ຂປລ.ວັນສາທາລະນະສຸກລາວ ກໍແມ່ນວັນໜຶ່ງທີ່ມີຄວາມໝາຍສຳຄັນ ເພື່ອລະນຶກເຖິງການກຳເນີດ, ການເຕີບໃຫຍ່ຂະ ຫຍາຍຕົວຂອງວຽກງານຮັກສາສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ ແລະການພັດທະນາບຸກຄະລາກອນສາທາລະນະສຸກ ໂດຍສະເພາະ ເພື່ອຈາລຶກບຸນຄຸນ​ຕໍ່ແພດໝໍ ແລະພະນັກງານສາທາລະນະສຸກລາວ ໄດ້ເສຍສະລະຊີວິດ,​ ອຸທິດສະຕິປັນຍາ ແລະ ເຫື່ອແຮງເປັນເຈົ້າການໃນການປະຕິບັດໜ້າທີ່ໃນແຕ່ລະໄລຍະ.​ເພື່ອເຮັດໃຫ້ພົນລະເມືອງລາວບັນດາເຜົ່າທຸກຊັ້ນຄົນໃນສັງຄົມ, ແພດໝໍ ແລະພະນັກງານສາທາລະນະສຸກ ເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວຢ່າງ ແລະ ການພັດທະນາບໍ່ຢຸດຢັ້ງຂອງວຽກງານສາທາລະນະສຸກ, ຂອງຖັນແຖວແພດໝໍລາວ ໃນແຕ່ລະໄລຍະ; ເພື່ອຈາລຶກຄຸນງາມຄວາມດີຂອງແພດໝໍ ແລະ ພະນັກງານສາທາລະນະສຸກທີ່ໄດ້ປະກອບສ່ວນເຂົ້າໃນການຮັກສາສຸຂະພາບປະຊາຊົນ, ພະນັກງານ, ທະຫານ,​ ຕຳຫລວດໃນຂະບວນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໄລຍະການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນປັດຈຸບັນ.​

 ຕະຫລອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄື ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກ-ລັດ ເຮົາໄດ້ໃຫ້ຄວາມສຳຄັນຕໍ່ວຽກງານສາທາລະນະສຸກເປັນອັນດັບຕົ້ນ ໂດຍຖືເອົາການປິ່ນປົວ, ການຮັກສາສຸຂະພາບຂອງທົ່ວປວງຊົນເປັນບັນຫາຕົ້ນຕໍ່ ຊຶ່ງຕະຫລອດໄລຍະຜ່ານມາ ວຽກງານຂະແໜງສາທາລະນະສຸກ ໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ແລະ ໄດ້ຮັບການພັດທະນາເຕີບໃຫຍຂະຫຍາຍ ຕົວເປັນກ້າວໆ.

ໂດຍສະເພາະພາຍຫລັງພັກ ແລະ ລັດຖະບານ ໄດ້ມີນະໂຍບາຍປ່ຽນແປງໃໝ່, ໃນປີ 1986 ຂະແໜງສາທາລະນະສຸກ ກໍໄດ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າໂດຍຫັນຈາກການບໍລິການແບບບໍລິຫານເກື້ອກູນ ມາສ້າງຕັ້ງເປັນກອງທຶນໝູນວຽນຢານັບແຕ່ປີ 1996 ຈົນເຖິງປີ 2012 ພ້ອມທັງໄດ້ຂະຫຍາຍຕູ້ຢາປະຈໍາບ້ານໄປເຖິງເຂດຊົນນະບົດຫ່າງໄກສອກຫລີກ ເຮັດໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການສາທາລະນະສຸກຂັ້ນພື້ນຖານຫລາຍກວ່າ 90% ຂອງຈໍານວນປະຊາຊົນໃນຂອບເຂດທົ່ວປະເທດ.

ການຂະຫຍາຍຕົວທາງດ້ານພື້ນຖານໂຄງລ່າງຂອງຕາໜ່າງສາທາລະນະສຸກ ເຫັນໄດ້ວ່າຕາໜ່າງສາທາລະນະສຸກໃນຂອບເຂດທົ່ວປະເທດ ປະກອບມີ: ໂຮງໝໍສູນກາງ 5 ແຫ່ງ, ສູນປິ່ນປົວສະເພາະທາງ 3 ແຫ່ງ, ໂຮງໝໍແຂວງ 17 ແຫ່ງ, ໂຮງໝໍເມືອງ 135 ແຫ່ງ, ສຸກສາລາ 1.000 ກວ່າແຫ່ງ. ໃນນັ້ນການບໍລິການສຸຂະພາບ ກໍໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວຈາກໃນເມື່ອກ່ອນແມ່ນສາມາດໃຫ້ການບໍລິການປິ່ນປົວໃນຂັ້ນພື້ນຖານ ມາເຖິງປັດຈຸບັນຂະແໜງສາທາລະນະສຸກ ສາມາດໃຫ້ການບໍລິການສຸຂະພາບດ້ວຍເຄື່ອງມືທີ່ທັນສະໄໝ ແລະ ລົງເລິກສະເພາະທາງເປັນຕົ້ນການຜ່າຕັດກະດູກ ,ຜ່າຕັດສະໝອງ, ຜ່າຕັດຫົວໃຈ, ຜ່າຕັດລະບົບຖ່າຍເທຜ່ານທໍ່, ການປິ່ນປົວພະຍາດມະເຮັງ, ພະຍາດເບົາຫວານ ແລະ ອື່ນໆ. ນອກນັ້ນຍັງໄດ້ເອົາໃຈໃສ່ວຽກງານການປະກັນຄຸນນະພາບຄວາມປອດໄພຂອງອາຫານ ແລະ ຢາ ໂດຍການຕິດຕາມກວດກາອາຫານ ແລະ ຢາ ທີ່ຈໍລະຈອນຈໍາໜ່າຍຢູ່ໃນຂອບເຂດທົ່ວປະເທດ. ພ້ອມທັງເອົາໃຈໃສ່ສົ່ງເສີມການຜະລິດພາຍໃນໃຫ້ເປັນຮູບປະທໍາຫລາຍຂຶ້ນ.

ຄຽງຄູ່ກັນນັ້ນ, ໃນ 5 ປີຜ່ານມານີ້ ກະຊວງສາທາລະນະສຸກ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ການກຳນົດແຜນສ້າງພະນັກງານ-ລັດຖະກອນໃນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ມີບຸກຄະລາກອນສາທາລະນະສຸກພຽງພໍແກ່ການຕອບສະ
ໜອງບໍລິການຢູ່ສະຖານທີ່ບໍລິການສາທາລະສຸກ. ເພື່ອໃຫ້ບັນລຸຕົວຊີ້ບອກຂອງການເກີດລູກມີແພດຊ່ວຍ ແລະ ຫລຸດອັດຕາການຕາຍຂອງແມ່ ແລະ ເດັກ; ຂະແໜງສາທາລະນະສຸກ ໄດ້ສຸມໃສ່ບັນຈຸພະນັກງານຢູ່ຂັ້ນສຸກສາລາ ໃຫ້ໄດ້ຢ່າງ
ໜ້ອຍ 3 ຄົນຕໍ່ແຫ່ງ, ໃຫ້ມີແພດປິ່ນປົວ ແລະ ຜະດຸງຄັນຢ່າງໜ້ອຍ 1 ຄົນຕໍ່ແຫ່ງ ຊຶ່ງສາມາດບັນລຸຄາດໝາຍຖ້າທຽບໃສ່ແຜນປີ 2021 ກວມ 59%; ພ້ອມທັງບັນຈຸແພດຊ່ຽວຊານສາຂາຕ່າງໆ ເຂົ້າໃສ່ສະຖານບໍລິການປິ່ນປົວທີ່ຈຳເປັນ; ໃນປີ 2021-2025 ໄດ້ບັນຈຸລັດຖະກອນໃໝ່ ທັງໝົດ 1.607 ຕຳແໜ່ງ ຊຶ່ງໄດ້ແຈກຢ່າວໃຫ້ຂັ້ນສູງກາງ ໂຮງໝໍສູນກາງ ກວມ 11,5%, ໂຮງໝໍແຂວງ 20,5%,​ໂຮງໝໍເມືອງ 26,9% ແລະ ຂັ້ນສຸກສາລາ ກວມ 41,4%. ປັດຈຸບັນລັດຖະກອນສາທາລະນະສຸກມີທັງໝົດ 18.779 ຄົນ;​ໃນນັ້ນ ຂັ້ນສູນກາງ 3.083  ຄົນ, ຂັ້ນແຂວງ 4.670 ຄົນ,​ຂັ້ນເມືອງ 6.892 ຄົນ, ຂັ້ນສຸກສາລາ 3.768 ຄົນ ແລະ ຂັ້ນບ້ານ 22 ຄົນ. ລັດຖະກອນຄູ ທີ່ຢູ່ສະຖານສຶກສາສາທາລະນສຸກ 344 ຄົນ,​ ພະນັກງານຕາມສັນຍາທີ່ກົມກອງຈ້າງເອງ ແລະ ອາສາສະໝັກ ຈຳນວນ 6.180 ຄົນ. 

ນອກນັ້ນຍັງໄດ້ຝຶກອົບຮົມດ້ານເຕັກນິກວິຊາການຕ່າງໆໃຫ້ພະນັກງານ, ແພດໝໍ ແລະ ພະຍາບານເພື່ອຍົກສູງຄຸນນະພາບແລະລະດັບຄວາມສາມາດໃຫ້ສູງຂຶ້ນເທື່ອລະກ້າວ. ໂຮງໝໍເມືອງຫລາຍແຫ່ງສາມາດຜ່າຕັດແກ້ໄຂສຸກ

ເສີນສ້າງຄວາມເຊື່ອໝັ້ນໃຫ້ແກ່ຄົນເຈັບໄດ້ເປັນຢ່າງດີ. ເມື່ອທຽບກັບຊຸມປີພາຍຫລັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ບັນດາໂຮງໝໍແຂວງໄດ້ຮັບການປັບປຸງຍົກລະດັບສູງຂຶ້ນ ແລະ ໄດ້ປະກອບອຸປະກອນການແພດທີ່ທັນສະໄໝ ເພື່ອຊ່ວຍໃຫ້ການກວດ ແລະ ບົ່ງມະຕິພະຍາດໃຫ້ມີຄວາມຊັດເຈນ ແລະວ່ອງໄວ ເປັນຕົ້ນເຄື່ອງຊີທີ ສະແກນເນີ(CT scanner), ເອໂກກຣາຟີ/ສຽງສະທ້ອນ (Echography), ເຄື່ອງຜ່າຕັດຜ່ານທໍ່ (Endoscopy) ແລະ ເຄື່ອງມືອຸປະກອນສໍາລັບການວິເຄາະ ແລະ ອື່ນໆ.

ຈາກການປັບປຸງ ແລະ ພັດທະນາການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃນແຕ່ລະໄລຍະ ນັບແຕ່ພາຍ ຫລັງປະເທດຊາດໄດ້ຮັບການປົດປ່ອຍເຖິງປັດຈຸບັນເຫັນໄດ້ວ່າການສະໜອງການບໍລິການສຸຂະພາບ ໄດ້ມີການຂະ ຫຍາຍຕົວຢ່າງແຂງແຮງແລະມີຄຸນນະພາບດີພໍສົມຄວນສາມາດປະກອບສ່ວນເຮັດໃຫ້ປະຊາຊົນບັນດາເຜົ່າມີສຸຂະພາບດີຂຶ້ນ ຊຶ່ງສະແດງໃຫ້ເຫັນບັນດາຄາດໝາຍຕົວຊີ້ບອກສະຫະສະວັດດ້ານການພັດທະນາທີ່ຕິດພັນກັບຂະແໜງສາທາລະນະສຸກ.

KPL

ຂ່າວອື່ນໆ

ads
ads

Top