ຂປລ
ອົງການນໍ້າ ແຫ່ງ ນະຄອນຫລວງ ປັກກິ່ງ ຂອງ ຈີນ ເປີດເຜີຍ ກ່ຽວກັບ ການວາງແຜນ ແລະ ກໍ່ສ້າງ ອ່າງເກັບນໍ້າ ເພື່ອຄວາມຄຸມ ອຸທົກກະໄພ ໃນພື້ນທີ່ ພູສູງ ຈຳນວນ 5 ແຫ່ງ ເປັນຄັ້ງທຳອິດ ໃນຮອບເກືອບ 50 ປີ, ຢູ່ນະຄອນຫລວງ ຂອງຈີນ.
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ປັກກິງ ປະເທດຈີນ ເມື່ອບໍ່ດົນມານີ້, ອົງການນໍ້າ ແຫ່ງ ນະຄອນຫລວງ ປັກກິ່ງ ຂອງ ຈີນ ເປີດເຜີຍ ກ່ຽວກັບ ການວາງແຜນ ແລະ ກໍ່ສ້າງ ອ່າງເກັບນໍ້າ ເພື່ອຄວາມຄຸມ ອຸທົກກະໄພ ໃນພື້ນທີ່ ພູສູງ ຈຳນວນ 5 ແຫ່ງ ເປັນຄັ້ງທຳອິດ ໃນຮອບເກືອບ 50 ປີ, ຢູ່ນະຄອນຫລວງ ຂອງຈີນ. ໂດຍອ່າງເກັບນໍ້າ ທັງ 5 ແຫ່ງນີ້ ຈະຕັ້ງ ຢູ່ພື້ນທີ່ ທາງຕອນລຸ່ມ ຂອງ ແມ່ນໍ້າຫຍົງຕິ້ງ, ແມ່ນໍ້າຈີ້ວໝ່າ, ແມ່ນໍ້າຕ້າສື່ ແລະ ແມ່ນນໍ້າເວີນອະວີ້. ໂດຍການກໍ່ສ້າງ ອ່າງດັ່ງກ່າວນີ້ ເພື່ອເກັບນໍ້າ ທີ່ ໄຫລຖ້ວມ ແລະ ຫລຸດການ ໄຫລວຽນ ສູງສຸດ, ການຂຸດລອກ ແລະ ເສີມຄວາມແຂງແຮງ ຂອງດິນ ໃນພື້ນທີ່ ພາກກາງ ເພື່ອແນໃສ່ ເລັ່ງການ ລະບາຍ, ການປັບປຸງ ລະບົບ ລະບາຍ ແລະ ຜັນນໍ້າ ໃນພື້ນທີ່ລຸ່ມ ເພື່ອປ້ອງກັນ ນໍ້າຖ້ວມຂັງ ຊຶ່ງການເຄື່ອນໄຫວດັ່ງກ່າວນີ້ ຈະຊ່ວຍເພີ່ມ ຄວາມປອດໄພ ສູງສຸດ ໃນລະດູ ນໍ້າຖ້ວມ./
KPL