ຂປລ
ຂປລ. ນ້ຳຕົກຕາດແກ້ງຍຸ້ຍ ເປັນອີກໜຶ່ງນ້ຳຕົກຕາດທີ່ມີຄວາມສວຍງາມ ແລະ ທີ່ກຳລັງໄດ້ຮັບຄວາມນິຍົມຫລາຍຈາກນັກທ່ອງທ່ອງທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນອີກນ້ຳຕົກຕາດທີ່ສ້າງຊື່ສຽງໂດ່ງດັ່ງໃຫ້ກັບເມືອງວັງວຽງ ທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍໃນແຕ່ລະອາທິດ.

ຂປລ. ນ້ຳຕົກຕາດແກ້ງຍຸ້ຍ ເປັນອີກໜຶ່ງນ້ຳຕົກຕາດທີ່ມີຄວາມສວຍງາມ ແລະ ທີ່ກຳລັງໄດ້ຮັບຄວາມນິຍົມຫລາຍຈາກນັກທ່ອງທ່ອງທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນອີກນ້ຳຕົກຕາດທີ່ສ້າງຊື່ສຽງໂດ່ງດັ່ງໃຫ້ກັບເມືອງວັງວຽງ ທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍໃນແຕ່ລະອາທິດ. ນ້ຳຕົກຕາດແກ້ງຍຸ້ຍ ຕັ້ງຢູ່ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ຫ່າງຈາກບ້ານນາດ້ວງ ປະມານ 2,7 ກິໂລແມັດ, ນ້ຳຕົກຕາດດັ່ງກ່າວແມ່ນນ້ຳຕົກທີ່ໄຫລລົງມາຈາກໜ້າຜາທີ່ມີຄວາມສູງປະມານ 32 ແມັດ. ກ່ອນປີ 1960 ນ້ຳຕົກຕາດແກ້ງຍຸ້ຍ ມີຄວາມສູງເຖິງ 45 ແມັດ, ໃນໄລຍະຕໍ່ມາໄດ້ມີດິນເຈື່ອນເກິດຂຶ້ນ ແລະ ມີການເຊາະເຈື່ອນເຮັດໃຫ້ຄວາມສູງຍັງເຫລືອພຽງ 32 ແມັດ ດັ່ງທີ່ໄດ້ເຫັນໃນປັດຈຸບັນ. ການເກີດດິນເຈື່ອນໃນເວລານັ້ນ ໄດ້ເຮັດໃຫ້ອ່າງທີ່ຢູ່ໃຕ້ນ້ຳຕົກຕື່ນຂຶ້ນເຫລືອພຽງ 1 ແມັດເທົ່ານັ້ນ ຈຶ່ງມີຄວາມເໝາະສົມສຳລັບເຮັດເປັນບ່ອນອາບນ້ຳກ້ອງນ້ຳຕົກ.
ນ້ຳຕົກຕາດແກ້ງຍຸ້ຍເປັນນ້ຳຕົກຕາດທີ່ມີຄວາມສວຍງາມຕະການຕາ, ມີນ້ຳຕົກຕາດທີ່ສູງຊັນໃສເຢັນ, ອ້ອມຮອບໄປດ້ວຍທຳມະຊາດທ່າມກາງພູຜາປ່າໄມ້ທີ່ຂຽວສົດງົດງາມ, ອາກາດບໍລິສຸດເຢັນສະບາຍ, ເປັນນ້ຳຕົກຕາດທີ່ສວຍງາມອີກແຫ່ງໜຶ່ງໃນປະເທດລາວ ທີ່ຫາກໍເປີດໃໝ່ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາສຳພັດກັບຄວາມງາມຂອງທຳມະຊາດ ຊຶ່ງສະຖານທີ່ແຫ່ງນີ້ ໄດ້ຮັບງົບປະມານໃນການປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຈາກໂຄງການພັດທະນາພື້ນຖານໂຄງລ່າງເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງໄລຍະ 2 ຊຶ່ງໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນຕົ້ນເດືອນສິງຫາ 2025 ຜ່ານມານີ້.

ນອກຈາກຄວາມສວຍສົດງົດງາມຂອງກະໂຕນ້ຳຕົກແລ້ວ, ຢູ່ບໍລິເວນອ້ອມຮອບຕາດ ຍັງມີຄວາມອຸດົມສົມບູນຂອງຊີວະນາໆພັນ ໂດຍສະເພາະ ແມ່ນຄວາມຂຽວງາມອຸ່ມທຸ່ມຕະຫລອດປີ ຂອງຕົ້ນໄມ້ໃບຫຍ້າທີ່ເຮັດໃຫ້ອາກາດບໍລິເວນດັ່ງກ່າວເຢັນສົດຊື່ນ ບວກກັບທິວທັດທຳມະຊາດອັນແສນງົດງາມເຫັນແລ້ວອອນຊອນຈິດໃຈອີ່ຫລີ!ພ້ອມນັ້ນໃນບໍລິເວນເຂດນ້ຳຕົກຕາດ ໄດ້ປັບປຸງຄືນໃໝ່ຢ່າງຈົບງາມ ເປັນລະບຽບຮຽບຮ້ອຍ ພ້ອມກັບສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ກັບນັກທ່ອງທ່ຽວບໍ່ວ່າຈະເປັນຖະໜົນຫົນທາງ, ສະຖານທີ່ຈອດລົດທີ່ກວ້າງຂວາງ, ມີຮ້ານອາຫານເຄ່ືອງດື່ມໄວ້ຄອຍບໍລິການແຂກ, ມີຫ້ອງນ້ຳສະອາດ, ມີຕູບນັ່ງກິນເຂົ້າກິນນ້ຳຕິດແຄມນ້້ຳທີ່ມີລົມພັດເຢັນສະບາຍມາເປັນບາດໆ, ມີຕັ່ງນັ່ງຢູ່ກ້ອງຮົ່ມໄມ້, ໄດ້ມີການປະດັບປະດາທາງຍ່າງເຂົ້າໄປ ຫາຕາດດ້ວຍຕົ້ນໄມ້ປະດັບ ແລະ ໂຄມໄຟ,ໃນນັ້ນຢູ່ບໍລິເວນດ້ານໜ້າຍັງມີ ຈຸດຖ່າຍຮູບທີ່ລະນຶກໄວ້ຄອຍບໍລິການແຂກທີ່ຕ້ອງການຢາກເກັບຮູບພາບງາມຂອງຕົນເອງໄວ້. ສ່ວນດ້ານໃນແມ່ນຮົ່ມເຢັນດ້ວຍຕົ້ນໄມ້ໃຫຍ່ ທີ່ຜູ້ປະກອບການໄດ້ອະນຸລັກໄວ້ ຍິ່ງເຮັດໃຫ້ອາກາດເຢັນສົດຊື່ນ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວໄດ້ສູບດົມ ເອົາອາກາດອັນບໍລິສຸດຢ່າງແທ້ຈິງ. ສຳລັບທາງຍ່າງຂຶ້ນໄປຫານ້ຳຕົກຕາດນັ້ນກໍສະດວກສະບາຍ,ໃນທາງຍ່າງໄປນັ້ນຈະໃຊ້ເວລາດົນເຕີບ ເຊິ່ງລະຫວ່າງທາງຍ່າງຂຶ້ນໄປທັງສອງຟາກທາງ ທ່ານຈະໄດ້ຊົມທຳມະຊາດໄປພ້ອມ, ນອກນັ້ນຢູ່ແຕ່ລະຈຸດຈະມີຕັ່ງນັ່ງພັກເຊົາເມື່ອຍເປັນຈຸດໄປ, ເມື່ອຍ່າງໄປໄດ້ໄລຍະໜ່ຶງກໍຈະມີຂົວຂ້າມນ້ຳ ເຊິ່ງຢູ່ກ້ອງຂົວນັ້ນນັກທ່ອງທ່ຽວ ສາມາດລົງຫລິ້ນນ້ຳຢູ່ບໍລິເວນນັ້ນໄດ້ ເຊິ່ງເປັນອີກຈຸດໜຶ່ງທີ່ນັກທ່ອງທ່ຽວ ໄປຫລິ້ນນ້ຳຢູ່ນັ້ນ ແລະ ຢູ່ຈຸດນ້ຳຕົກຕາດໃຫຍ່ນັ້ນ ຈະມີສາລາຊົມທິວທັດທຳມະຊາດໃກ້ໆນ້ຳຕົກທີ່ເຮັດໃຫ້ນັກທ່ອງທ່ຽວສຳຜັດ ໄດ້ເຖິງຄວາມເຢັນສົດຊື່ນຂອງລະອອງນ້ຳ, ຕື່ນຕາຕື່ນໃຈເມື່ອໄດ້ພົບເຫັນບວກກັບ ສຽງນ້ຳຕົກລົງມາດັງສະໜັ່ນເນືອງ ໄປທົົ່ວເຫັນແລ້ວສະອອນໃຈຈົນລືມຄວາມອິດເມື່ອຍພຸ້ນລະ! ນິລະເຂົາວ່າຄວາມສຸກທາງຈິດໃຈ ທີ່ຫາອັນປຽບໄດ້ຍາກ. ຖ້າວ່າທ່ານໃດມີແຜນຈະໄປທ່ຽວວັງວຽງ ຢ່າລືມໄປສຳພັດບັນຍາກາດທຳມະຊາດພູຜາປ່າໄມ້, ຊົມນ້ຳຕົກທີ່ງົດງາມ ຍາມນີ້ມີນ້ຳຫລາຍຕົງລົງມາ ສ້າງຄວາມເພີດເພີນ, ມີບ່ອນຖ່າຍຮູບງາມໆໃກ້ນ້ຳຕົກອີກດ້ວຍ.
ໂດຍ: ແສງສະຫວັນ

KPL