ຂປລ
ກອງປະຊຸມຄະນະກຳ (ຄຄນຊ) ຄັ້ງທີ II ຈັດຂຶ້ນໃນມະການຄຸ້ມຄອງນໍ້າແຫ່ງຊາດອາທິດຜ່ານມາ, ຢູ່ນະຄອນຫລວງວຽງຈັນ.
ຂປລ. ໂດຍການເປັນປະທານຂອງທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທັງເປັນຮອງປະທານຜູ້ປະຈຳການ ຄຄນຊ, ມີຮອງລັດຖະມົນຕີ, ຮອງປະທານຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ແລະ ບັນດາແຂວງ (ຜ່ານກອງປະຊຸມທາງໄກ), ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອສະເໜີແຜນຮັບມືໄພນໍ້າຖ້ວມໃນລະດູຝົນ ແລະ ແຜນການເຄື່ອນໄຫວຂອງ ຄຄນຊ ປະຈຳປີ 2026 ແລະ ເພື່ອລາຍງານການກຽມພ້ອມຄຸ້ມຄອງບໍລິຫານຈັດການນໍ້າ, ອ່າງເກັບນ້ໍາເພ່ືອຮັບມືໃນລະດູຝົນຂອງພາກສ່ວນກ່ຽວຂ້ອງ.
ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສ່ິງແວດລ້ອມ, ທັງເປັນຫົວໜ້າກອງເລຂາ ຄຄນຊ ໄດ້ລາຍງານຄວາມຄືບໜ້າທີ່ພ້ົນເດັ່ນເປັນຕົ້ນການເຜີຍແຜ່ດຳລັດ 19/ນຍ ໃຫ້ແກ່ຜູ້ພັດທະນາເຂື່ອນໄຟຟ້າທົ່ວປະເທດ, ການເອກະພາບ 7 ຂ້ັນຕອນການເຮັດວຽກໃນການສ້າງແຜນຄຸ້ມຄອງໄພນໍ້າຖ້ວມ, ການແຕ່ງຕັ້ງຜູ້ປະສານງານຂັ້ນທ້ອງຖິ່ນປະຈຳການຢູ່ເຂື່ອນໄຟຟ້າໃນໄລຍະລະດູຝົນ ແລະ ການທົບທວນບັນຊີໂຄງການເຂື່ອນໄຟຟ້າ 90 ໂຄງການ. ນອກຈາກນ້ີ, ຍັງໄດ້ມີການຮັບຟັງການຄາດຄະເນສະພາບອຸຕຸນິຍົມ ແລະ ອຸທົກກະສາດ-ການພະຍາກອນໄລຍະສັ້ນ, ກາງ ແລະ ໄລຍະຍາວ, ການໃຊ້ຕົວແບບຈຳລອງນ້ຳຖ້ວມໃນອ່າງແມ່ນ້ຳຂອງ-ແມ່ນ້ຳສາຂາ ແລະ ເຂດສ່ຽງໄພນ້ຳຖ້ວມ, ການກະກຽມລະບົບ ຫລື ແພລດຟອມ (Platform) ແລະ ເຄ່ືອງມືຕິດຕາມນ້ຳຖ້ວມ, ການຄຸ້ມຄອງບໍລິຫານຈັດການນ້ຳຂອງເຄື່ອນໄຟຟ້າ, ການຄຸ້ມຄອງບໍລິຫານຈັດການນ້ຳຊົນລະປະທານ ແລະ ແຜນການແກ້ໄຂບັນຫານ້ຳຖ້ວມຂັງໃນຕົວເມືອງລວມທັງການປັບປຸງນິຕິກຳທີ່ຕິດພັນ ແລະ ປະເດັນອື່ນໆທີ່ຕິດພັນກັບວຽກງານຄຸ້ມຄອງນ້ຳ.
ໂອກາດນ້ີ, ທ່ານ ລິນຄຳ ດວງສະຫວັນ ໄດ້ມີຄໍາເຫັນໂດຍເນັ້ນໃຫ້ທຸກຂະແໜງການເລັ່ງສ້າງແຜນບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າ (Rule Curve) ໃຫ້ມີຄວາມຢຶດຢຸ່ນ, ຊຸກຍູ້ການແລກ ປ່ຽນຂໍ້ມູນຜ່ານລະບົບຖານຂໍ້ມູນຂ່າວສານນໍ້າແຫ່ງຊາດ ແລະ ເພີ່ມທະວີການປະສານງານກັບທ້ອງຖິ່ນຢ່າງເປັນລະບົບ ເພື່ອຮັບປະກັນການປ້ອງກັນ ແລະ ຫລຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມໃນປີ 2026 ໃຫ້ມີປະສິດທິຜົນສູງສຸດ.
ຂໍ້ມູນ-ພາບ: ຂ່າວສານກະສິກຳ
KPL