ອິນເດຍ ເປີດທາງເຕັກໂນໂລຊີ ລົດບໍ່ມີຄົນຂັບທີ່ປອດໄພ

16/06/2026 17:23
ຂປລ ທາງການອິນເດຍ ໄດ້ຍົກເລີກ ຂໍ້ກຳນົດ ໃບອະຍຸຍາດ ສຳລັບ ຄື້ນວິທະຍຸ ທີ່ໃຊ້ ໃນລະບົບ ປ້ອງກັນ ການຕຳກັນ ແລະ ລະບົບຂັບເຄື່ອນ ອັດຕະໂນມັດ ໃນລົດ

ຂປລ.ສຳນັກຂ່າວຣອຍເຕີ ລາຍງານ ຈາກ ເມືອງເບງກາລູຣູ ປະເທດ ອິນເດຍ ເມື່ອວັນທີ 14 ມິຖຸນາ,  ທາງການອິນເດຍ ໄດ້ຍົກເລີກ ຂໍ້ກຳນົດ ໃບອະຍຸຍາດ ສຳລັບ ຄື້ນວິທະຍຸ ທີ່ໃຊ້ ໃນລະບົບ ປ້ອງກັນ ການຕຳກັນ ແລະ ລະບົບຂັບເຄື່ອນ ອັດຕະໂນມັດ ໃນລົດ, ຊຶ່ງເປັນ ການຈັດສັນ ອຸປະສັກ ທາງການຄ້າ ສຳລັບ ຜູ້ຜະລິດລົດໃຫຍ່ ໃນຂະນະທີ່ ລັດຖະບານ ອິນເດຍ ພະຍາຍາມ ເຮັດໃຫ້ ຖະໜົນ ບາງສາຍ ໃຫ້ມີຄວາມປອດໄພຫລາຍຂຶ້ນ.

ໂດຍຂໍ້ມູນຫລ້າສຸດ ຈາກ ລັດຖະບານ ອິນເດຍ ເປີດເຜີຍໃຫ້ຮູ້ວ່າ ອິນເດຍ ເປັນຕະຫລາດ ລົດໃຫຍ່ ຂະໜາດໃຫຍ່ ອັນດັບ 3 ຂອງ ໂລກ, ໂດຍມີ ລາຍງານ ຜູ້ເສຍຊີວິດ ຫລາຍກວ່າ 177.000 ຄົນ ຈາກ ອຸບັດເຫດ ໃນຖະໜົນເກືອບ 500.000 ຄັ້ງ ເມື່ອປີ 2024. ປັດຈຸບັນ, ລັດຖະບານ ອິນເດຍ ໄດ້ຍົກເວັ້ນ ຂໍ້ກຳນົດ ດ້ານໃບອະນຸຍາດ ສຳລັບເຊັນເຊີຣ ຣາດາ ໃນຍ່ານຄວາມຖີ່ 77-81 ກິກາເຮີດ, ສົ່ງຜົນໃຫ້ ບໍລິສັດຕ່າງໆ ສາມາດໃຊ້ ຄື້ນຄວາມຖີ່ ໃນໄລຍະດັ່ງກ່າວໄດ້, ໂດຍບໍ່ຕ້ອງ ຮຽກຮ້ອງ ການຈັດສັນ ແຍກຕ່າງຫາກ ຈາກໜ່ວຍງານ ທີ່ກ່ຽວຂ້ອງ. ນອກນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງປະກາດ ເອກະສານ ສະບັບໜຶ່ງ ມີລັກສະນະຄ້າຍດຽວກັນ ສຳລັບ ລະບົບໃນຍ່ານ ຄວາມຖີ່ 5,9 ກິກາເຮີດ ເພື່ອຊ່ວຍໃຫ້ ລົດໃຫຍ່ ສາມາດ ສື່ສານ ກັບ ລົດຄັນອື່ນໆ ແລະ ໂຄງລ່າງພື້ນຖານ ຢູ່ແຄມຖະໜົນໄດ້./

KPL

ຂ່າວອື່ນໆ

ads
ads

Top