ຂປລ
ໃນວັນທີ 5 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ຈ້າວ ເລີ້ຈີ້ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທ່ົວປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດຢ້ຽມຢາມລັດຖະກິດຢູ່ ສປ ຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026.
ຂປລ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ແຈ້ງສະພາບການພາຍໃນທີ່ພ້ົນເດັ່ນຂອງສອງປະເທດໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງຝ່າຍຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ດ້ວຍຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ ຊ່ຶງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ. ພິເສດໃນ ປີ 2024 ທີ່ຜ່ານມາ, ສອງຝ່າຍໄດ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ- ຈີນ, ຈີນ-ລາວ ສະບັບໃໝ່, ອັນໄດ້ກາຍເປັນພື້ນຖານອັນໃໝ່ທີ່ໜັກແໜ້ນ ແລະ ເປັນປັດໄຈຊ່ວຍໜູນທີ່ສໍາຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄື ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງແທ້ຈິງ ໂດຍສະເພາະຕີລາຄາສູງຕ່ໍການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໃນໄລຍະຜ່ານມາທີ່ໄດ້ຮັບການພັດທະນາ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ຊຶ່ງສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ, ການໄປມາຫາສູ່ກັນໃນທຸກລະດັບນັບແຕ່ຂ້ັນສູນກາງ ຈົນຮອດທ້ອງຖິ່ນ, ມີການແລກປ່ຽນບົດຮຽນ, ຮ່ວມກັນຈັດສໍາມະນາ ແລະ ຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ, ສືບຕ່ໍຮັກສາການຮ່ວມມື, ປຶກສາຫາລືກັນຢ່າງໃກ້ຊິດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືໃນຂະແໜງການຕ່າງໆທ່ສືບຕໍ່ຂະຫຍາຍຕົວໃນທຸກດ້ານ ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການນໍາໃຊ້ ເສັ້ນທາງລົດໄຟ ລາວ-ຈີນ ໃຫ້ເກີດ ປະໂຫຍດສູງສຸດ ແລະ ເພ່ີມທະວີການເຊ່ືອມໂຍງເຊ່ືອມຈອດເສ້ັນທາງລົດໄຟ ລາວ-ຈີນ ກັບພາກເໜືອ. ພ້ອມກັນນີ້, ສອງຝ່າຍໄດ້ປຶກສາຫາລືໃນການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການທ່ີກ່ຽວຂ້ອງຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈທີ່ເປັນເອກະພາບກັນຂອງການນໍາຂັ້ນສູງຂອງສອງປະເທດໃຫ້ແຕກດອກອອກຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ໂດຍສະເພາະຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ; ສືບຕ່ໍເພ່ີມທະວີການຮ່ວມມືໃນຂົງເຂດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເພ່ືອປົກປັກຮັກສາຄວາມສະຫງົບຕາມຊາຍແດນ, ຕ້ານການກໍ່ອາຊະຍາກໍາຂ້າມຊາດ, ການສ້ໍໂກງຊັບທາງໂທລະຄົມ, ການຄ້າຂາຍຢາເສບຕິດ ແລະ ອາສະຍາກໍາອື່ນ; ພ້ອມທັງສືບຕໍ່ຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອພາລະກິດການຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ.
ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ, ສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງ ຫລວງຫລາຍແກ່ປະຊາຊົນລາວຕະຫລອດໄລຍະຜ່ານມາ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມສະພາທີ່ປຶກສາການເມືອງ ແລະ ສະພາປະຊາຊົນທ່ົວປະເທດຈີນ ຄັ້ງທີ IV ສະໄໝທີ XIV ທີ່ຫາ ກໍສໍາເລັດໃນຕົ້ນເດືອນມີນາ 2026 ຜ່ານມາ, ພ້ອມທັງໄດ້ຢືນຢັນວ່າພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍຍຶດໝັ້ນທັດສະນະອັນສະ ເໝີຕົ້ນສະເໝີປາຍຂອງຕົນ ແລະ ໃຫ້ການສະໜັບສະໜູນຫລັກການ ຈີນດຽວ ລວມທັງສະໜັບສະໜູນ ຜົນປະໂຫຍດອັນເປັນແກນກາງ ຂອງ ສປ ຈີນ ທັງໃນເວທີພາກພ້ື ແລະ ສາກົນ ລວມທັງໃຫ້ຄວາມສໍາຄັນ ແລະ ຕ້ັງໜ້າເຂ້ົາຮ່ວມການຈັດຕ້ັງປະຕິບັດບັນດາຂ້ໍລິເລ່ີຕ່າງໆຂອງຝ່າຍຈີນ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຍິນດີຕ້ອນຮັບສະຫາຍປະທານສະພາຜູ້ແທນປະຊາຊົນຈີນ ຢ້ຽມຢາມ ສປປ ລາວ ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວເຖິງສະຫາຍ ຫວັງ ຮູ້ໜິງ ປະທານສະພາທີ່ປຶກສາການເມືອງທ່ົວປະເທດຈີນ ແລະ ສະແດງຄວາມ ຂອບໃຈທີ່ສະຫາຍໄດ້ຕາງໜ້າພັກ- ລັດ ສປ ຈີນ ເຂົ້າຮ່ວມງານ 50 ປີ ສະຖາປະນາ ສປປ ລາວ ທີ່ຜ່ານມາ.
ໃນຂະນະດຽວກັນ, ສະຫາຍ ຈ້າວ ເລີ້ຈ້ີ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ສປ ຈີນ ຄັ້ງນີ້ຊຶ່ງຈະເປັນຂີດໝາຍອັນສໍາຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ. ສະຫາຍປະທານສະພາຜູ້ແທນປະຊາຊົນຈີນ ຍັງໄດ້ຢືນຢັນຄືນເຖິງການສືບຕໍ່ສະໜັບສະໜູນການພັດທະນາເພື່ອຮັບປະກັນຜົນປະໂຫຍດອັນເປັນແກນກາງຂອງລາວ. ສະຫາຍຍັງໄດ້ຝາກຄໍາຢື້ຢາມຖາມຂ່າວ ແລະ ເຊື້ອເຊີນສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ມາຢ້ຽມຢາມ ສປ ຈີນ ໃນເວລາທີ່ເໝາະສົມ, ເພື່ອສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ, ໃຫ້ນັບມ້ືນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
KPL