ປະທານປະເທດ ຢ້ຽມຢາມສວນຖົ່ວລຽນໂຊກໄຊ ບ້ານຫລັກ 28 ເມືອງປາກຊ່ອງ

12/06/2026 10:27
Email Print 2282
ຂປລ ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ໃນວັນທີ 10 ມິຖຸນາ 2026 ນີ້,

     ຂປລ.  ທ່ານ ທອງລຸນ ສີສຸລິດ  ປະທານປະເທດ  ແຫ່ງ ສປປ ລາວ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມສວນຖົ່ວລຽນໂຊກໄຊ ບ້ານຫລັກ  28  ເມືອງປາກຊ່ອງ ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະບໍລິຫານງານພັກແຂວງ, ປະທານສະພາ ປະຊາຊົນ ແຂວງຈໍາປາສັກ,  ມີການນໍາພັກ-ລັດ  ຈາກສູນກາງ,  ແຂວງ, ເມືອງປາກຊ່ອງ  ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.  ໂອກາດນ້ີ, ທ່ານ ໄພວັນ ທໍາມະວົງ ເຈົ້າຂອງສວນຖົ່ວລຽນໂຊກໄຊ ແລະ ທ່ານ ເອລາວັນ ລາດປາກດີຄະນະລິເລີ່ມສະມາຄົມທຸລະກິດຖົ່ວລຽນລາວ  ໄດ້ຜັດປ່ຽນກັນລາຍງານປະຫວັດຄວາມເປັນມາ  ແລະ ສະພາບລວມກ່ຽວກັບການເຮັດສວນຖົ່ວລຽນຢູ່ບ້ານຫລັກ 28  ໂດຍຍົກໃຫ້ເຫັນສະພາບລວມ ໃນການປູກຖົ່ວລຽນເປັນສິນຄ້າຂອງສວນຖົ່ວລຽນໂຊກໄຊ  ບ້ານຫລັກ 28,  ຍົກໃຫ້ເຫັນເຖິງການຂະຫຍາຍຕົວຂອງພືດເສດຖະກິດ  ກໍຄື ໝາກຖົ່ວລຽນທີ່ມີທ່າແຮງໃນການສົ່ງອອກ.

   ສວນຖົ່ວລຽນໂຊກໄຊ ເປັນຕົວແບບທີ່ດີໃນການປູກຖົ່ວລຽນທີ່ໄດ້ມາດຕະຖານ,  ສາມາດປະກອບສ່ວນໃນການພັດທະນາເສດຖະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດສາກົນ,  ມີເນື້ອທີ່ 13 ເຮັກຕາ,  ມີຕົ້ນຖົ່ວລຽນປະມານ 2.000 ຕົ້ນ. ໃນນັ້ນ , ພັນໝອນທອງ 1. 950 ຕ້ົນ, ພັນມູຊັນຄີງ 10 ຕົ້ນ, ພັນພວງມະນີ 20  ຕົ້ນ ແລະ  ພັນນົກກະຈິບ 10 ຕົ້ນ,  ຜົນຜະລິດສະເລ່ຍ 100-140 ໂຕນ/ ປີ. ປັດຈຸບັນ, ໄດ້ເຂົ້າເປັນສະມາຊິກສະມາຄົມທຸລະກິດຖົ່ວລຽນລາວ ແລະ ມີສັນຍາຊື້ - ຂາຍ  ກັບ  ບໍລິສັດສົ່ງອອກໄປ ສປ ຈີນ ຢ່າງເປັນຮູບປະທຳ, ສ່ວນລາຄາໝາກຖົ່ວລຽນແມ່ນຂາຍຕາມເກຣດເອ -ດີ.  ທົ່ວ ແຂວງ ຈໍາປາສັກ  ມີເນື້ອທີ່ປູກຖົ່ວລຽນເກືອບ 4. 000 ເຮັກຕາ, ຄາດຄະເນຜົນຜະລິດປະມານ 16. 730 ໂຕນ/ປີ; ກຸ່ມບໍລິສັດສົ່ງອອກມີ 6 ບໍລິສັດ ທີ່ຜ່ານການກວດກາຈາກ ພາສີຈີນ ເພື່ອກະກຽມສົ່ງອອກ, ມີຜົນຜະລິດຄຸນນະພາບສູງປະມານ 3. 980 ໂຕນ.

    ຕອນທ້າຍ,  ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍສວນຖົ່ວລຽນໂຊກໄຊ ທ່ີປູກຖົ່ວລຽນຄຸນນະພາບສາມາດ ສົ່ງອອກໄປຕ່າງປະເທດ  ໂດຍສະເພາະແມ່ນ  ສປ ຈີນ  ຊຶ່ງເປັນໃບໜ້າໃບຕາໃຫ້ແກ່ປະເທດຊາດ,   ຍ້ອນແນວນັ້ນ,  ຕ້ອງຮັກສາມູນເຊື້ອ ແລະ  ສືບຕໍ່ຜະລິດໝາກຖົ່ວລຽນທີ່ມີ ຄຸນນະພາບສູງ, ສະອາດ,  ປອດສານພິດ - ສານເຄມີ,  ໄດ້ມາດຕະຖານຂອງການສົ່ງອອກ  ໂດຍສະເພາະສົ່ງໄປ  ສປ  ຈີນ  ແລະ  ຈໍາໜ່າຍພາຍໃນ.  ຈາກນ້ັນ , ຕ້ອງປະກອບສ່ວນໃນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຢູ່ທ້ອງຖ່ິນ,  ເອົາໃຈໃສ່ຂະຫຍາຍພັນຖົ່ວລຽນໃຫ້ເປັນພັນເອກະລັກສະເພາະຂອງສວນ.  ພ້ອມນີ້,  ທ່ານຍັງເນັ້ນໜັກໃຫ້ກະຊວງ, ພະແນກການທ່ີກ່ຽວຂ້ອງ ຂອງແຂວງ, ເມືອງຕ້ອງເອົາໃຈໃສ່ໃຫ້ການສະໜັບສະໜູນ,  ຊຸກຍູ້ສົ່ງເສີມທາງດ້ານເຕັກນິກວິຊາການໃນການບົວລະບັດຮັກສາເພື່ອໃຫ້ສວນຖົ່ວລຽນໂຊກໄຊ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ. 

   ຂ່າວ -ພາບ : ທູນທອງໃຈ

KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ  ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນບົດ-ສາລະຄະດີ

      ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ

      7/30/2026 10:36:34 AM

      ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ ແລະ ການເພີີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການັນເປັນດີຈິຕອນ ໃນວັນທີ 28-31 ກໍລະກົດ 2026.

    • ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນບົດ-ສາລະຄະດີ

      ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນ

      7/30/2026 10:23:38 AM

      ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ.

    • ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່ບົດ-ສາລະຄະດີ

      ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່

      7/30/2026 10:10:28 AM

      ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ.

    • ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການບົດ-ສາລະຄະດີ

      ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການ

      7/30/2026 10:06:41 AM

      ຂປລ. ບຸນເຂົ້າພັນສາແມ່ນປະເພນີທີ່ສຳຄັນທາງພຸດທະສາສະໜາ ແລະ ເປັນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ປະຊາຊົນລາວໄດ້ສືບທອດກັນມາແຕ່ດົນນານ. ປະເພນີນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເລື່ອມໃສໃນພຸດທະສາສະໜາເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພະສົງສາມະເນນໄດ້ຈຳພັນສາ ເພື່ອສຶກສາພະທຳວິໄນ ແລະ ໃຫ້ພຸດທະສາສະນິກະຊົນໄດ້ສ້າງຄຸນງາມຄວາມດີຜ່ານການຮັກສາສິນ ແລະ ບຳເພັນກຸສົນ.

    • ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ ບົດ-ສາລະຄະດີ

      ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ

      7/29/2026 10:28:35 AM

      ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້.

ads
ads

Top