ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

11/06/2026 11:41
ຂປລ ໂດຍຕອບສະໜອງຕາມການເຊ້ືອເຊີນຂອງສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂ້ັນສູງ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ໃນລະຫວ່າງ ວັນທີ 7-9 ມິຖຸນາ 2026.

    ຂປລ.  ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ.ໃນວັນທີ 7 ມິຖຸນາ 2026, ທີ່ຫ້ອງວ່າການລັດຖະບານ ສສ ຫວຽດນາມ, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດໂດຍການເຂົ້າຮ່ວມຂອງສອງນາຍົກລັດຖະມົນຕີລາວ- ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ຫລັງຈາກນັ້ນ, ສະຫາຍ ສອນໄຊ  ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະໄດ້ພົບປະສອງຝ່າຍກັບສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ຄະນະ.

     ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນປະເທດໃຫ້ກັນຊາບ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ- ສັງຄົມທີ່ສອງຝ່າຍຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງພັກ, ສອງລັດທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືທາງດ້ານການເມືອງສືບຕ່ໍມີຄວາມໄວ້ເນື້ອເຊື່ອໃຈ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ນັບມີຄວາມໃກ້ຊິດສະໜິດສະໜົມເຫັນໄດ້ຈາກມີການພົບປະ, ແລກປ່ຽນຄະນະຜູ້ແທນແຕ່ຂັ້ນສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ, ອັນພົ້ນເດັ່ນແມ່ນສອງເລຂາທິການໃຫຍ່, ປະທານປະເທດ ລາວ-ຫວຽດນາມ ໄດ້ສໍາເລັດການແລກປ່ຽນຢ້ຽມຢາມລັດຖະກິດເຊິ່ງກັນ ແລະ ກັນພາຍຫລັງ ສໍາເລັດກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງເປັນການຢືນຢັນ ເຖິງຄວາມສໍາຄັນ ແລະ ບຸລິມະສິດ ຕົ້ນຕໍທີ່ມີຕໍ່ສາຍພົວພັນແບບພິເສດ ຂອງ ລາວ-ຫວຽດນາມ ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້. ສອງຝ່າຍໄດ້ຕີ ລາຄາສູງຕໍ່ການພົວພັນຮ່ວມມືໃນ ດ້ານຕ່າງໆທີ່ໄດ້ຮັບການພັດທະນາເປັນກ້າວໆມາເປັນຕົ້ນການຮ່ວມມື ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ດ້ານເສດຖະກິດ-ການຄ້າ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ດ້ານອື່ນໆ. ພ້ອມກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີການຮ່ວມມືທາງດ້ານການເມືອງໃຫ້ແໜ້ນແຟ້ນ; ເພີ່ມທະວີການຮັດແໜ້ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍແບບໃໝ່, ສືບຕ່ໍ ຊຸກຍູ້ຂະແໜງການກ່ຽວຂ້ອງໃນການຈັດຕ້ັງປະຕິບັດຢ່າງມີປະສິດທິຜົນຕ່ໍບັນດາຂ້ໍຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ກໍຄື ບົດບັນທຶກການຮ່ວມມືຂອງບັນດາກະຊວງ, ຂະແໜງການຕ່າງໆທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນຜົນຂອງກອງປະຊຸມສອງກົມການເມືອງ ແລະ ຜົນຂອງກອງປະຊຸມ ຄ້ັງທີ 48 ຂອງສອງຄະນະກໍາມະການຮ່ວມມືລາວ-ຫວຽດນາມ, ຫວຽດນາມ- ລາວ ໃຫ້ປະກົດຜົນເປັນຈິງ; ສືບຕ່ໍ ອໍານວຍຄວາມສະດວກໃຫ້ແກ່ການ ຄ້າ ແລະ ການລົງທຶນ; ເພີ່ມທະວີ ການຮ່ວມມືທາງດ້ານການສຶກສາ ແລະ ການສ້າງບຸກຄະລາກອນທ່ີ ມີຄຸນນະພາບໃຫ້ທ່ວງທັນກັບຍຸກ ສະໄໝໃໝ່; ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພ່ືອກະກຽມສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2027 ທີ່ຈະມາເຖິງນີ້; ພ້ອມທັງສືບຕ່ໍເອົາໃຈໃສ່ ແລະ ເພ່ີມທະວີການໂຄສະນາ, ສຶກສາອົບຮົມກ່ຽວກັບທາດແທ້, ຄວາມໝາຍ ແລະ ຄວາມສໍາຄັນຂອງສາຍພົວພັນພິເສດທີ່ມີໜຶ່ງບໍ່ມີສອງໃນໂລກລະຫວ່າງສອງປະເທດ ລາວ-ຫວຽດນາມໃຫ້ແກ່ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ທີ່ຈະມາສືບທອດພາລະກິດຂອງສອງປະເທດໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ.

    ໃນໂອກາດນີ້, ສະຫາຍນາຍົກ ລັດຖະມົນຕີ ເລ ມິງ ຮຶງ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງ ຢ້ຽມຢາມຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດ ແລະ ປະເທດທຳອິດພາຍຫລັງທ່ ສະຫາຍ ສອນໄຊ ສີພັນດອນ ໄດ້ຮັບການເລືອກຕ້ັງໃຫ້ດຳລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ອີກວາລະໜຶ່ງ ແລະ ເປັນ ການປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາ, ເພ່ີມພູມຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເປັນຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມອ້າຍນ້ອງໃຫ້ນັບມ້ືນັບເກີດດອກອອກຜົນ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

    ໃນຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈຢ່າງເລິກເຊ່ິງຕ່ໍການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົບປະຄ້ັງນີ້ ຊຶ່ງເປັນການສະແດງເຖິງການໃຫ້ຄວາມສໍາຄັນເປັນພິເສດ ແລະ ຖືເປັນບຸລິມະສິດສູງສຸດໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍ ພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ເປັນມໍລະດົກອັນລໍ້າຄ່າມີໜຶ່ງບໍ່ມີສອງໃນໂລກໃຫ້ໝັ້ນຄົງທະນົງແກ່ນຕະຫລອດກາລະນານ. ພ້ອມດຽວກັນນ້ັນ, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ຍາມໃດ ກໍໄດ້ຄຽງບ່າຄຽງໄຫລ່, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ ສປປ ລາວ ມາໂດຍຕະຫລອດ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມເວທີອະນາຄົດອາຊຽນຂອງຫວຽດນາມ ນັບແຕ່ປີ 2024 ເປັນຕົ້ນມາຊຶ່ງປະສົບຜົນສຳເລັດຢ່າງຈົບງາມຕະຫລອດມາ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຖືໂອກາດເຊື້ອເຊີນສະຫາຍ ເລ ມິງ ຮຶງ ພ້ອມດ້ວຍພັນລະຍາ ແລະ ຄະນະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທ່ີເໝາະສົມອີກດ້ວຍ.

    ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ- ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມື ຈໍານວນ 4 ສະບັບ ໃນຂົງເຂດການເງິນ, ຊົນເຜົ່າ ແລະ ສາສະໜາ, ການສຶກສາ, ຄົມມະນາຄົມ ແລະ ຂົນສົ່ງ.

    ໃນວັນດຽວກັນ, ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຍັງໄດ້ໄປວາງພວງມາລາທີ່ອະນຸສອນສະຖານປະທານ ໂຮ່ຈີ່ມິງ, ອະນຸສາວະລີນັກຮົບວິລະຊົນຫວຽດນາມ ແລະ ພ້ອມທັງໄດ້ເຂ້ົາຮ່ວມງານລ້ຽງຕ້ອນຮັບຢ່າງເປັນທາງການເປັນກຽດຈັດໂດຍສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

                                     
KPL

ຂ່າວອື່ນໆ

ads
ads

Top