7299

ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນອັງຄານ 16.06.2026 ປີທີ 25 ສະບັບທີ 6.458ັັີີັີ pq dl6 '[q f[kfdkooerk0v'ra dF ra fmtok;Pd'koln j ,;o-q owxl6 j 75 ootrk[.\j 1j k'c0'cI'K  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ r;dgIq k8h v'pq dl6 '7;k,lk,kfoerk{;k'dq owd;y mu gIa f;Pd .sh cmfg\ktda [ltrk[dko.oxa f95 [a o c]t vtok7q f Iv'okpq d]a f4t,q o8u g0Q kIj ;, 'ko;k'ltcf'ly o7h k 9u o{vk-u .8h 7A 'mu 10  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ  ອ່ານຕໍ່ໜ້າ 2່ າໍ່ ໜ້າ lkoltcf'7;k,glQ klts]q f.9 g4y '76j Ij ;,8ec|j ' ຂປລ. ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາ ຈັກໄທ ຕໍ່ກັບການສິ້ນພະຊົນຂອງສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດ ຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫລວງຣາຊະ ສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ແຫ່ງ ລາຊະອານາຈັກໄທ ໃນວັນທີ 11 ມິຖຸນາ 2026. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າສະຫລົດໃຈຢ່າງ ສຸດຊຶ້ງທີ່ໄດ້ຊາບຂ່າວກ່ຽວກັບການສິ້ນພະຊົນຂອງສົມເດັດພະເຈົ້າ ລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫລວງຣາຊະສາຣິ ນີສິຣິພັດ ມະຫາວັດຊະຣະຣາຊະທິດາ ແຫ່ງ ລາຊະອານາຈັກໄທ ໃນວັນທີ 11 ມິຖຸນາ 2026. ຂ້າພະເຈົ້າໄດ້ຕິດຕາມດ້ວຍຄວາມຫ່ວງໃຍຢ່າງໃກ້ຊິດຕໍ່ການປະ ຊວນຂອງພະອົງຕະຫລອດໄລຍະຜ່ານມາ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ( ກາງ ) ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ( ກາງ ) Iv'okpq d]a f4t,q o8u 1h P,1k, 3I''koda j os]v,;a f45 ,u 7j k]k;{lkdq o okpq d]a f4t,q o8u g0Q kIj ;,dv'xt-5 ,m5 ]tdy f ]k;{puj x5j o glu ,lh k'dkoIj ;,,n fh koglf4tdy fmuj ot7vos];'38dP;  ອ່ານຕໍ່ໜ້າ 4່ າໍ່ ໜ້າ ]k;{,Po,k gruj ,mt;u dkorq ;ra oIj ;,,n lv'/j kp ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ( ຜູ້ທີ 3 ນັບຈາກຊ້າຍຫາຂວາ )  ອ່ານຕໍ່ໜ້າ 2່ າໍ່ ໜ້າ lkoltcf'7;k,gsa o.98gsfdkoczj ofy ows; I5 ocI'muj gdu f0B o16j g0frkd.8h 0v'2y ]y [xy o ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ຕໍ່ກັບເຫດການແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ເຂດພາກໃຕ້ ຂອງຟີລິບປິນ ໃນວັນທີ 8 ມິຖຸນາ 2026 ທີ່ຜ່ານມາ. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກໂສກເສົ້າເປັນຢ່າງຍິ່ງທີ່ ໄດ້ຮັບຊາບຂ່າວກ່ຽວກັບເຫດການແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ ເຂດພາກໃຕ້ຂອງຟີລິບປິນ ໃນວັນທີ 8 ມິຖຸນາ 2026 ທີ່ຜ່ານມາ ຊຶ່ງ ໄດ້ສ້າງຄວາມເສຍຫາຍໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຟິລິບປິນ ຈໍານວນຫລວງຫລາຍທີ່ດໍາລົງຊີວິດຢູ່ໃນຂົງເຂດດັ່ງກ່າວ. ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈເປັນຢ່າງ ຍິ່ງມາຍັງທ່ານ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນ ຟີລິບປິນ ໂດຍສະເພາະຄອບຄົວຜູ້ປະສົບເຄາະຮ້າຍ ແລະ ຜູ້ທີ່ໄດ້ຮັບ ຜົນກະທົບຈາກໄພພິບັດໃນຄັ້ງນີ້. + ຂປລ. ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມ ສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31 ຂປລ. ໃນໂອກາດເຄື່ອນໄຫວ ວຽກງານຢູ່ແຂວງເຊກອງ ໃນອາ ທິດຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ໄດ້ພົບປະໂອ້ລົມຄະນະພັກ-ພະນັກ ງານນໍາພາຫລັກແຫລ່ງແຂວງເຊ ກອງ ໂດຍທ່ານໄດ້ໃຫ້ທິດຊີ້ນໍາວ່າ: ເຖິງວ່າໄລຍະຜ່ານມາ, ການນໍາ ພາແຂວງຈະມີຜົນສໍາເລັດໃນການ ຈັດຕັ້ງປະຕິບັດວຽກງານຫລາຍ ດ້ານກໍຈິງ, ແຕ່ເມື່ອທຽບໃສ່ຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່ ກໍຄື ການ ຊັ່ງຊາກໍາລັງໃນສະພາບການໃໝ່, ເຫັນວ່າ: ພວກເຮົາຍັງຈະຕ້ອງໄດ້ ບຸກບືນສູ້ຊົນຂຶ້ນຕື່ມອີກໃນການຍົກ ສູງຄວາມສາມາດນໍາພາ, ຄວາມ ເປັນແບບຢ່າງນໍາໜ້າ, ວາງກົນໄກ ແບບແຜນວິທີເຮັດວຽກໃຫ້ສອດ ຄ່ອງ, ແທດເໝາະກັບສະພາບການ ຂປລ. ໃນອາທິດຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ຜູ້ປະຈຳການ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນອາທິດຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ແຫ່ງ ສປປ ລາວ, ໃນຖາ ນະທີ່ ສປປ ລາວ ເປັນປະເທດຄູ່ ຮ່ວມງານພິເສດໄດ້ໃຫ້ກຽດເຂົ້າ ຮ່ວມ ແລະ ກ່າວປາໄສໃນພິທີເປີດ ງານວາງສະແດງສິນຄ້າ ຈີນ-ອາຊີ ໃຕ້ ຄັ້ງທີ 10 ແລະ ງານວາງສະ ແດງການນໍາເຂົ້າ-ສົ່ງອອກສິນຄ້າ ຈີນ (ຄຸນໝິງ) ຄັ້ງທີ 30 ທີ່ນະຄອນ ຄຸນໝິງ ແຂວງຢຸນນານ ສປ ຈີນ ທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດ ລາວ-ຍີ່ປຸ່ນ ໃນຮູບແບບ Reception Dinner. ການເຂົ້າຮ່ວມ ຄັ້ງນີ້ແມ່ນສ່ວນໜຶ່ງຂອງການຢ້ຽມຢາມຍີ່ປຸ່ນ ຂອງ ທ່ານນາຍົກລັດຖະມົນຕີ ແຕ່ວັນທີ 10-12 ມິຖຸນາ 2026. ກອງປະຊຸມດັ່ງກ່າວຈັດຂຶ້ນໃນບັນຍາກາດ ແຫ່ງການກະກຽມສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 71 ປີ ໃນປີນີ້ ຊຶ່ງເປັນການຢັ້ງຢືນເຖິງ ມິດຕະພາບອັນຍາວນານ ແລະ ການເປັນຄູ່ຮ່ວມມືຍຸດ ທະສາດຮອບດ້ານທີ່ນັບມື້ນັບເຂົ້າສູ່ລວງເລິກ. ໃນກອງປະຊຸມ, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືດ້ານ ເສດຖະກິດລະຫວ່າງ ຂປລ. ໃນອາທິດຜ່ານມາ, ທ່ານ ນາງ ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ຮອງ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫລວງນໍ້າທາ ໂດຍໄດ້ຮັບ ການຕ້ອນຮັບຈາກບັນດາການນໍາ ll-{llo; rq [xtz6h ,u ly fg]n vd8A ' c]t gzu pczj zq oleg]a fdv'xt-5 ,7A 'xt4q ,,t]n d16j g,n v'ok-kpmv'  ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ສະມາຊິກສະພາແຫ່ງ ຊາດ (ສສຊ) ແລະ ສະມາຊິກສະ ພາປະຊາຊົນນະຄອນຫລວງວຽງ ຈັນ (ສສນວ) ລົງພົບປະປະຊາຊົນ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມ ຂປລ. ກອງປະຊຸມຜ່ານຮ່າງ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກ, ວິທີການເຮັດວຽກ ຂອງກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນໃນອາທິດຜ່ານມາ, dt-;'lb dlkmy dko c]t dy ]k zj koIj k'0= 8q d]q ' ;j kfh ;p]t[P[dko c]t dq owd;y mu dkogIa f;Pd h  ອ່ານຕໍ່ໜ້າ 4່ າໍ່ ໜ້າ Iv'xtmkoxtgmf g7n j vows;;Pd'ko16 j c0;'s];'oEmk

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 16/06/2026 xtgmf]k; ສານສະແດງຄວາມເຫັນໃຈ...ັ ສານສະແດງຄວາມເສົ້າ...ົ້ ນາຍົກລັດຖະມົນຕີ...ົັົີ ຮອງນາຍົກລັດຖະມົນຕີ...ົັົີ ຮອງນາຍົກລັດຖະມົນຕີ ຢ້ຽມ...ົັົີ້ ຮອງປະທານປະເທດ... ພວກເຮົາຕ້ອງຍົກສູງ...ົ້ົູ ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ ການນໍາພາ ແລະ ຄວາມເອົາໃຈໃສ່ ຢ່າງເຕັມທີ່ຂອງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ, ປະຊາຊົນ ຟີລິບປິນ ຈະສາມາດຜ່ານຜ່າຄວາມ ຫຍຸ້ງຍາກ ແລະ ຟື້ນຟູເຂດທີ່ໄດ້ຮັບ ຜົນກະທົບຈາກໄພພິບັດໃນຄັ້ງນີ້ ໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ. ແລະ ມີຄວາມໂສກເສົ້າເສຍໃຈ ເປັນຢ່າງຍິ່ງຕໍ່ການຈາກໄປຂອງ ພະອົງໃນຄັ້ງນີ້. ການຈາກໄປຂອງ ພະອົງເປັນການສູນເສຍເຈົ້າຍິງທີ່ ແສນເຄົາລົບຮັກຂອງປວງຊົນໄທ ທັງປະເທດ ກໍຄື ເພື່ອນມິດທີ່ສໍາ ຄັນຂອງປະຊາຊົນລາວ. ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງ ຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກມາຍັງ ທ່ານ, ລັດຖະບານ ແລະ ປວງຊົນໄທ ທຸກຖ້ວນໜ້າມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງສົມເດັດ ພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິ ຍາພາ ນະເຣນທິຣາເທບພະຍະວະ ດີ ກົມມະຫລວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ຈົ່ງໄປ ສູ່ສຸຄະຕິດ້ວຍເຖີດ. ໃ ນ ວັ ນ ດ ຽ ວ ກັ ນ , ທ່ າ ນ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງ ຄວາມເສົ້າສະຫລົດໃຈເຖິງທ່ານ ສີຫະສັກ ພວງເກດແກ້ວ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ຕໍ່ກັບການ ສິ້ນພະຊົນຂອງສົມເດັດພະເຈົ້າລູກ ເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມ ມະຫລວງຣາ ຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ແຫ່ງ ລາຊະອານາຈັກໄທ ເຊັ່ນດຽວກັນ. ໃນປັດຈຸບັນ ແລະ ອະນາຄົດ; ພ້ອມ ກັນປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ເສດຖະກິດສັງຄົມຂອງແຂວງ 5 ປີ ຄັ້ງທີ X ໃຫ້ບັນລຸຕາມຄາດໝາຍ ໂດຍວາງ ແຜນພັດທະນາໃຫ້ແທດເໝາະກັບ ຈຸດພິເສດຂອງແຂວງຕົນ, ກຳນົດ ຈຸດສຸມທີ່ແນ່ນອນ, ຈັດສັນບຸລິມະ ສິດໃຫ້ຊັດເຈນໃຫ້ຕິດພັນກັບວຽກ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ, ວຽກງານ 3 ສ້າງ. ໄປຄຽງຄູ່ກັບຜົນທີ່ຈະສໍາເລັດ ຕ່າງໆນັ້ນ, ກໍຕ້ອງສ້າງໃຫ້ກໍາລັງ ຖັນແຖວພະນັກງານມີຄວາມຮູ້ ຄວາມສາມາດໜັກແໜ້ນ, ເຂັ້ມ ແຂງ, ພ້ອມປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ; ບັນຫາ ສໍາຄັນທີ່ສຸດ, ຄະນະບໍລິຫານງານ ພັກແຂວງເຊກອງ ຕ້ອງມີແນວ ຄວາມຄິດເປັນຈິດໜຶ່ງໃຈດຽວກັນ, ຄົ້ນຄວ້າ, ຫາລື, ວາງແຜນຮ່ວມກັນ ໃນການແກ້ໄຂບັນຫາທີ່ເປັນສິ່ງ ທ້າທາຍກີດຂວາງການພັດທະນາ, ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ເພື່ອຫລຸດຜ່ອນຄວາມ ແຕກໂຕນໃນສັງຄົມ. ພ້ອມນີ້, ທ່ານ ຍັງສະແດງຄວາມເຊື່ອໝັ້ນວ່າພາຍ ໃຕ້ການນໍາພາ-ຊີ້ນໍາຂອງຄະນະ ປະຈໍາພັກ, ຄະນະບໍລິຫານງານພັກ ແຂວງຈະເຮັດໃຫ້ແຂວງເຊກອງ ມີການພັດທະນາກ້າວຂຶ້ນຕາມຄາດ ໝາຍທີ່ວາງໄວ້. ໃນໂອດາດນີ້, ທ່ານ ບຸນຫລາຍ ບຸດທິກໍາມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ປະ ທານສະພາປະຊາຊົນແຂວງ ກໍໄດ້ ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງວ່າ: ໄລຍະ 6 ເດືອນຕົ້ນປີ 2026 ນີ້, ຄະນະພັກແຂວງເຊກອງ ໄດ້ຖືເອົາ ວຽກງານການເມືອງ-ແນວຄິດ ເປັນກົກ ໂດຍໄດ້ນໍາເອົາມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ບັນ ດາຮາກຖານ; ມະຕິ, ຄຳສັ່ງຂອງ ສູນກາງມາເຜີຍແຜ່ເຊື່ອມຊຶມທັງ ຂັ້ນແຂວງ, ຂັ້ນເມືອງ ແລະ ພາຍໃນ ກົມກອງຢ່າງເປັນລະບົບເນັ້ນສ້າງ ຮາກຖານພັກ ໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ. ສ່ວນການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ, ການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງກໍໄດ້ເອົາໃຈໃສ່ປະຕິບັດຕາມ ແນວທາງແບບແຜນຢ່າງມີຈຸດສຸມ ປັດຈຸບັນ, ເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວດີຕາມທ່າ ອ່ຽງຂອງເສດຖະກິດແຫ່ງຊາດ, ສູ້ ຊົນເຮັດໃຫ້ລວມຍອດຜະລິດຕະພັນ ພາຍໃນ (GDP) ເພີ່ມຂຶ້ນໃນລະ ດັບ 6% ຂຶ້ນ, ມູນຄ່າລວມຍອດຜະ ລິດຕະພັນພາຍໃນ (GDP) ບັນລຸ ໄດ້ 3.376 ຕື້ກີບ ສະເລ່ຍໃສ່ປະຊາ ກອນປະມານ 25,17 ລ້ານກີບ. ໂດຍລວມແລ້ວແຂວງເຊກອງ ຍັງ ສືບຕໍ່ມີສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ, ພ້ອມນີ້ກໍໄດ້ຊອກທຸກວິທີ ທາງ ເພື່ອສ້າງເງື່ອນໄຂໃຫ້ສະມາ ຊິກພັກພະນັກງານ-ລັດຖະກອນ, ຜູ້ ປະກອບການ, ນັກທຸລະກິດ, ຊາວ ຄ້າ-ຂາຍ ແລະ ປະຊາຊົນໃນທົ່ວ ແຂວງໄດ້ມີຊ່ອງທາງທໍາມາຫາ ສອງປະເທດ, ໄດ້ສະແດງຄວາມ ຊົມເຊີຍຕໍ່ການປະກອບສ່ວນຂອງ ພາກລັດ ແລະ ພາກທຸລະກິດຂອງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ປະສານ ສົມທົບກັນຈົນສາມາດຈັດກອງປະ ຊຸມທີ່ມີຄວາມໝາຍຄວາມສຳຄັນ ໃນຄັ້ງນີ້ ໂດຍທ່ານໄດ້ນຳພາຄະນະ ຜູ້ແທນທັງຈາກພາກລັດ ແລະ ພາກ ທຸລະກິດຂອງລາວທີ່ມີທ່າແຮງເພື່ອ ມາພົບປະ ແລະ ແລກປ່ຽນຮ່ວມ ກັບພາກທຸລະກິດຂອງຍີ່ປຸ່ນ ເພື່ອ ສ້າງເງື່ອນໄຂໃຫ້ພາກທຸລະກິດຂອງ ສອງປະເທດໄດ້ຮູ້ຈັກກັນຫລາຍຂຶ້ນ, ພ້ອມທັງສືບຕໍ່ແລກປ່ຽນຄຳຄິດເຫັນ ໃນການສົ່ງເສີມທາງດ້ານທຸລະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ສອງປະເທດໃຫ້ນັບມື້ນັບຂະຫຍາຍ ຕົວຢ່າງກວ້າງຂວາງ ແລະ ເກີດ ດອກອອກຜົນຍິ່ງຂຶ້ນ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນ ວ່າ: ສປປ ລາວ ແລະ ຍີ່ປຸ່ນ ມີການ ຮ່ວມມືທາງດ້ານເສດຖະກິດ, ການ ຄ້າ ແລະ ການລົງທຶນຢ່າງຕໍ່ເນື່ອງ ໂດຍສະເພາະໃນຂອບການຮ່ວມມື ສອງຝ່າຍທີ່ມີການລົງນາມ ແລະ ຈັດຕັ້ງປະຕິບັດສັນຍາການເປີດເສ ລີ, ສົ່ງເສີມ ແລະ ປົກປ້ອງການ ລົງທຶນສອງຝ່າຍນັບແຕ່ປີ 2008. ນອກຈາກນີ້, ຍັງມີການຮ່ວມມືໃນ ຂອບອາຊຽນ-ຍີ່ປຸ່ນ ແລະ ສັນຍາຄູ່ ຮ່ວມມືເສດຖະກິດແບບຮອບດ້ານ ລະດັບພາກພື້ນ (RCEP) ທີ່ມີຜົນ ບັງ ຄັບໃຊ້ໃນປີ 2021. ກົນໄກການ ຮ່ວມມືເຫລົ່ານີ້ເປັນພື້ນຖານສຳຄັນ ໃຫ້ແກ່ການສົ່ງເສີມ ແລະ ປົກປ້ອງ ໃຫ້ນັກລົງທຶນລາວ ແລະ ຍີ່ປຸ່ນ ສາ ມາດລົງທຶນດ້ວຍຄວາມໝັ້ນໃຈ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງ ໄດ້ສະແດງຄວາມຍ້ອງຍໍນັກລົງທຶນ ຍີ່ປຸ່ນ ວ່າເປັນນັກລົງທຶນຕົວແບບທີ່ ມີຄຸນນະພາບສູງສຸດ ຊຶ່ງຖືກຮັບຮູ້ ຢ່າງກວ້າງຂວາງດ້ານການເຄົາ ລົບກົດໝາຍ, ລະບຽບການ ແລະ ຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ມີຄວາມພ້ອມດ້ານ ທຶນຮອນ ແລະ ເຕັກນິກວິຊາການ, ປະຕິບັດຕາມກົດໝາຍຢ່າງເຂັ້ມ ງວດ, ທັງຍັງຊ່ວຍຖ່າຍທອດເຕັກ ໂນໂລຊີ ແລະ ພັດທະນາບຸກຄະລາ ກອນລາວໃຫ້ມີຄຸນນະພາບ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ຍັງໄດ້ ເຊື້ອເຊີນບັນດາວິສາຫະກິດຂອງ ຍີ່ປຸ່ນ ທີ່ມີຄວາມສົນໃຈ ຫລື ກໍາລັງ ສຶກສາຄວາມເປັນໄປໄດ້ໃນການລົງ ທຶນຢູ່ ສປປ ລາວ ພິຈາລະນາເລືອກ ເອົາສປປລາວ ເປັນໜຶ່ງໃນຈຸດໝາຍ ປາຍທາງການລົງທຶນ ໂດຍສະເພາະ ການລົງທຶນໃນຂະແໜງການທີ່ ສປປ ລາວ ມີທ່າແຮງ ເຊັ່ນ: ການ ຜະລິດສິນຄ້າກະສິກຳ-ສະອາດທີ່ມີ ມູນຄ່າສູງ, ອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ນະວັດຕະກຳ ແລະ ເຊື່ອມ ໂຍງກັບຖານການຜະລິດຢູ່ໃນອາ ຊຽນ, ພະລັງງານສະອາດ, ການ ພັດທະນາພື້ນຖານໂຄງລ່າງ, ໂລຈິສ ຕິກ ແລະ ການບໍລິການປິ່ນອ້ອມ. ຂະແໜງການເຫລົ່ານີ້ໄດ້ຖືກກຳນົດ ໄປຕາມທິດທາງການລົງທຶນຂອງ ອາຊຽນໃນໄລຍະໃໝ່ທີ່ສືບຕໍ່ສຸມໃສ່ ການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ຫົວຂໍ້: “ຄວາມສາມັກຄີ ແລະ ການປະສານສົມທົບກັນ ເພື່ອ ການພັດທະນາຮ່ວມກັນ”. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມສໍາ ຄັນຂອງງານວາງສະແດງສາກົນ ດັ່ງກ່າວ ເພື່ອສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ລະຫວ່າງ ສປ ຈີນ ແລະ ບັນດາ ປະເທດໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ລວມທັງ ສປປ ລາວ, ແນໃສ່ຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ທັງເປັນເວທີໜຶ່ງທີ່ສໍາຄັນໃນການ ສົ່ງເສີມການຮ່ວມມືລະຫວ່າງພາກ ລັດ ແລະ ພາກເອກະຊົນ, ລວມທັງ ຍັງເປັນການເປີດໂອກາດໃຫ້ແກ່ ລັດຖະບານໄດ້ຢ້ຽມຢາມ, ຕິດຕາມ ຄວາມຄືບໜ້າຂອງການດຳເນີນ ງານ ແລະ ຢ້ຽມຊົມຂະບວນການ ຜະລິດຂອງໂຮງງານກັ່ນຫລອມ ວັດຖຸມີຄ່າລາວ-ສາກົນ ຕັ້ງຢູ່ບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຊຶ່ງການ ຢ້ຽມຢາມຄັ້ງນີ້ຖືເປັນວາລະທີ່ມີ ຄວາມໝາຍຄວາມສຳຄັນຢ່າງ ຍິ່ງ ແລະ ເປັນຂີດໝາຍອັນດີຕໍ່ກັບ ການພັດທະນາໂຄງການ ຖືກຕ້ອນ ຮັບໂດຍທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງໂຮງງານ ກັ່ນຫລອມວັດຖຸມີຄ່າລາວ-ສາກົນ ພ້ອມດ້ວຍຄະນະຜູ້ບໍລິຫານ. ໂອກາດນີ້,ທ່ານຈັນທອນສິດທິໄຊ ໄດ້ນຳສະເໜີບົດລາຍງານພາບລວມ ຄວາມເປັນມາ ແລະ ວິໄສທັດການ ພັດທະນາຂອງໂຄງການໃຫ້ທ່ານ ຮອງນາຍົກລັດຖະມົນຕີໄດ້ຮັບຊາບ ຊຶ່ງເນື້ອໃນບົດລາຍງານໄດ້ເນັ້ນເຖິງ ຄວາມພ້ອມດ້ານເຕັກໂນໂລຊີລະບົບ ການຄຸ້ມຄອງແລະການກັ່ນຫລອມທີ່ ທັນສະໄໝຕະຫລອດຮອດແຜນການ ພັດທະນາໃນຕໍ່ໜ້າທີ່ມຸ່ງເນັ້ນການຍົກ ລະດັບມາດຕະຖານການຜະລິດໃຫ້ ທຽບເທົ່າກັບລະດັບສາກົນ ໂດຍໄດ້ ເນັ້ນຢ້ຳເຖິງຄວາມມຸ່ງໝັ້ນໃນການ ວາງລະບົບ ແລະ ຂະບວນການຜະ ລິດໃຫ້ສອດຄ່ອງກັບມາດຕະຖານ ຂອງສະມາຄົມຕະຫລາດຄຳແຫ່ງ ລອນດອນ ຊຶ່ງເປັນມາດຕະຖານ ສູງສຸດທີ່ໄດ້ຮັບການຍອມຮັບໃນ ລະດັບໂລກ, ການຍຶດໝັ້ນໃນມາດ ຕະຖານດັ່ງກ່າວ ບໍ່ພຽງແຕ່ເປັນ ການຢັ້ງຢືນເຖິງຄຸນນະພາບຄວາມ ບໍລິສຸດຂອງໂລຫະມີຄ່າເທົ່ານັ້ນ ແຕ່ ຍັງເປັນການສ້າງຄວາມເຊື່ອໝັ້ນ ແລະ ຍົກລະດັບຄວາມສາມາດໃນ ກິນ, ດໍາເນີນທຸລະກິດຖືກຕ້ອງຕາມ ລະບຽບ, ກົດໝາຍ ແລະ ດໍາລົງຊີ ວິດສະດວກສະບາຍຂຶ້ນ. ຂ່າວ: ພຸດທະສອນ ແຂວງ ແລະ ໄດ້ຮ່ວມເຮັດວຽກນໍາ ຄະນະປະຈໍາພັກແຂວງຢູ່ຫ້ອງວ່າ ການແຂວງຫລວງນໍ້າທາ. ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າ ມະນີວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງໄດ້ສະແດງຄວາມ ຍິນດີຕ້ອນຮັບ, ພ້ອມທັງໄດ້ລາຍ ງານສະພາບການພັດທະນາເສດ ຖະກິດ-ສັງຄົມຂອງແຂວງໂດຍຫຍໍ້ ເປັນຕົ້ນການພັດທະນາພື້ນຖານ ໂຄງລ່າງຖະໜົນຫົນທາງ, ການ ຊຸກຍູ້, ສົ່ງເສີມການຜະລິດພືດສະ ບຽງອາຫານຂອງປະຊາຊົນ, ການ ຜະລິດກະສິກໍາເປັນສິນຄ້າ, ຊຸກຍູ້ ສົ່ງເສີມການລ້ຽງສັດແບບເປັນ ຟາມ, ເອົາໃຈໃສ່ຈັດສັນນໍາໃຊ້ ແລະ ພັດທະນາທີ່ດິນຄຸ້ມຄອງ-ປົກປັກ ຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປ່າໄມ້-ຊີວະ ນາໆພັນແບບຍືນຍົງ, ການຈັດຕັ້ງ ປະຕິບັດແມ່ນມີຜົນສໍາເລັດຫລາຍ ດ້ານ; ສະພາບແນວຄິດຂອງພະ ນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າມີຄວາມ ອຸ່ນອຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ຕໍ່ການນໍາພາ, ມີຄວາມເປັນເອກະ ພາບກັບແນວທາງນະໂຍບາຍຂອງ ພັກ, ປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ເຮັດໃຫ້ແຂວງຫລວງນໍ້າທາ ຮັກສາ ໄດ້ສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ຄຸນນະພາບຊີວິດການເປັນ ຢູ່ຂອງປະຊາຊົນດີຂຶ້ນ, ເສດຖະກິດ ຂະຫຍາຍຕົວຕໍ່ເນື່ອງຖືກທິດໃນ ລະດັບ 8,8% ຕໍ່ປີ, ລວມຍອດຜະ ລິດຕະພັນພາຍໃນ (GDP) ບັນລຸ ໄດ້ 12.819,76 ຕື້ກີບ, ສະເລ່ຍ ໃສ່ຫົວຄົນໄດ້ 2.754,12 ໂລດາ ສະຫະລັດ/ຄົນ/ປີ. ໂອກາດນີ້, ທ່ານຮອງປະທານ ປະເທດ ພ້ອມດ້ວຍຄະນະໄດ້ລົງ ຢ້ຽມຢາມເຂດທີ່ມີຄວາມສ່ຽງນໍ້າ ຈະຖ້ວມໂຄງການກໍ່ສ້າງອ່າງຮັບ ນໍ້າ (ຕ້ານແລ້ງ-ຕ້ານຖ້ວມ) ຂອງ ແຂວງ ຢູ່ບ້ານໃໝ່ ເມືອງຫລວງ ນໍ້າທາ, ຢ້ຽມຊົມຟາມໄກ່ ຈີງຊິວ ຫລວງນໍ້າທາ ບ້ານນາລື ແລະ ໂຮງ ງານເກັບຊື້ ແລະ ປຸງເເຕ່ງຢາງພາ ລາຢຸນນານ ຈໍາກັດ. ພ້ອມນັ້ນ, ກໍ ໄດ້ລົງຕິດຕາມ, ຊຸກຍູ້ໂຄງການ ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ເລກທີ 1501 ແຕ່ສາມແຍກບ້ານໃໝ່ ເມືອງຫລວງນໍ້າທາ ຫາ ເທສະບານ ເມືອງນາແລ ແລະ ຢ້ຽມຢາມຕາ ແສງພູລວງ ເມືອງນາແລ. ທັງນີ້, ກໍເພື່ືອສະແດງເຖິງຄວາມເປັນຫ່ວງ ເປັນໄຍຂອງຂັ້ນເທິງ ກໍຄື ຄວາມ ເປັນຫ່ວງເປັນໄຍຂອງທ່ານເອງ ຕໍ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ແຂວງຫລວງນໍ້າທາ ຊຶ່ງແມ່ນໄລຍະ ເລີ່ມຕົ້ນຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ X ແລະ ແຜນ ພັດທະນາເສດຖະກິດສັງຄົມຂອງ ແຂວງ. ພ້ອມກັນນີ້, ທ່ານຮອງປະ ທານປະເທດ ຍັງໄດ້ນໍາເອົາເຄື່ອງ ນຸ່ງຫົ່ມ, ເຂົ້າສານ-ອາຫານແຫ້ງ ລວມມູນຄ່າ 150 ລ້ານກີບ ໄປ ມອບໃຫ້ເມືອງນາແລ ເພື່ອແຈກ ຢາຍໃຫ້ບັນດາຕາແສງພາຍໃນ ເມືອງນໍາໄປມອບຕໍ່ໃຫ້ຄອບຄົວຜູ້ ທີ່ທຸກຍາກຂາດເຂີນພາຍໃນບ້ານ ຕື່ມອີກ. ໃນໂອກາດດຽວກັນ, ທ່ານຮອງ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເຮືອນຫູກມິຖຸນາ ຢູ່ບ້ານວຽງເໜືອ ເມືອງຫລວງນໍ້າ ທາ ແລະ ສະຖານທີ່ທ່ອງທ່ຽວຕາດ ນໍ້າດີ. ທັງນີ້, ກໍເພື່ືອເປັນການກະຕຸກ ຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນ ຂອງເຮືອນຫູກ ໂດຍສະເພາະແມ່ນ ສີໄມ້ລາຍມືໃນການຕໍ່າຫູກທໍໄໝທີ່ ເປັນເອກະລັກມາແຕ່ດັ້ງເດີມຂອງ ແຕ່ລະຊົນເຜົ່າ ແລະ ການບໍລິການ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງທ່ຽວຊົມ ການປັບປຸງສ້ອມແປງສະຖານທີ່ ທ່ອງທ່ຽວຕາດນໍ້າດີ ພາຍຫລັງຖືກ ຜົນກະທົບຈາກໄຟທໍາມະຊາດໃນປີ 2024 ເພື່ອໃຫ້ກັບຄືນມາເປີດໃຫ້ ບໍລິການເຂົ້າທ່ຽວຊົມຄືນໃໝ່. ຂ່າວ: ມຸນຕີ ຕາມທິດ “ສີຂຽວ ແລະ ຍືນຍົງ”. ພ້ອມກັນນີ້, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງ ປະທານ, ຜູ້ປະຈຳການຄະນະກຳ ມະການສົ່ງເສີມການລົງທຶນແຫ່ງ ຊາດ (ຄລທ) ໄດ້ນຳສະເໜີພາບ ລວມກ່ຽວກັບສະພາບການລົງທຶນ ຢູ່ ສປປ ລາວ ແລະ ການລົງທຶນ ຂອງຍີ່ປຸ່ນ, ນະໂຍບາຍການເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ການປັບປຸງນິຕິກຳ-ນະໂຍ ບາຍການສົ່ງເສີມການລົງທຶນ, ພ້ອມທັງຜົນສຳເລັດໃນການຮ່ວມມື ກັບຍີ່ປຸ່ນ ໃນໄລຍະຜ່ານມາ. ນັບແຕ່ ປີ 1989 ເຖິງປັດຈຸບັນ, ຍີ່ປຸ່ນໄດ້ ເຂົ້າມາລົງທຶນໃນ 93 ໂຄງການ, ມີ ມູນຄ່າລວມ 157 ລ້ານກວ່າໂດລາ ສະຫະລັດ. ໃນນັ້ນ, ເປັນການລົງ ທຶນໂດຍກົງຈາກຍີ່ປຸ່ນ 144 ລ້ານ ກວ່າໂດລາສະຫະລັດ ຊຶ່ງຈັດຢູ່ໃນ ອັນດັບທີ 14 ຂອງການລົງທຶນຕ່າງ ປະເທດຢູ່ ສປປ ລາວ. ຂະແໜງ ການທີ່ຍີ່ປຸ່ນລົງທຶນສູງສຸດແມ່ນກະ ສິກຳ (59 ລ້ານໂດລາສະຫະລັດ), ອຸດສາຫະກຳ ແລະ ຫັດຖະກຳ (30 ລ້ານໂດລາສະຫະລັດ), ອຸດສາຫະ ກຳປຸງແຕ່ງຜະລິດຕະພັນຈາກໄມ້ (ເກືອບ 20 ລ້ານໂດລາສະຫະ ລັດ), ບໍລິການ (13 ລ້ານໂດລາສະ ຫະລັດ) ແລະ ຕັດຫຍິບ (5 ລ້ານ ໂດລາສະຫະລັດ). ນອກຈາກນີ້, ຍັງມີ 61 ບໍລິສັດຍີ່ປຸ່ນ ລົງທຶນໃນ ເຂດເສດຖະກິດພິເສດ, ມີທຶນທັງໝົດ 185 ລ້ານໂດລາສະຫະລັດ. ກອງປະຊຸມທຸລະກິດ ລາວ-ຍີ່ປຸ່ນ ຄັ້ງນີ້ ໄດ້ເປັນເວທີສຳຄັນໃນການ ເສີມສ້າງສາຍພົວພັນດ້ານເສດຖະ ກິດ ແລະ ການລົງທຶນລະຫວ່າງ ສອງປະເທດ. ດ້ວຍນະໂຍບາຍສົ່ງ ເສີມການລົງທຶນທີ່ເອື້ອອຳນວຍ ແລະ ທ່າແຮງທາງດ້ານພູມສາດ, ສປປ ລາວ ຍັງຄົງເປັນຈຸດໝາຍ ປາຍທາງທີ່ໜ້າສົນໃຈສຳລັບນັກ ລົງທຶນຍີ່ປຸ່ນ ຊຶ່ງຈະປະກອບສ່ວນ ສຳຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ແລະ ເສີມສ້າງການເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຂ່າວ-ພາບ: ພອນໄຊ ການແຂ່ງຂັນຂອງຜະລິດຕະພັນຈາກ ສປປ ລາວ ໃຫ້ກ້າວສູ່ເວທີການຄ້າ ສາກົນ, ໂຮງງານກັ່ນຫລອມວັດຖຸ ມີຄ່າລາວ-ສາກົນມີຄວາມມຸ່ງໝັ້ນທີ່ ຈະເປັນສ່ວນໜຶ່ງໃນການຂັບເຄື່ອນ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງລາວ ໂດຍສະເພາະການສ້າງ ມູນຄ່າເພີ່ມໃຫ້ຊັບພະຍາກອນແຮ່ ທາດ ແລະ ວັດຖຸມີຄ່າພາຍໃນປະ ເທດໃຫ້ສາມາດແຂ່ງຂັນ ແລະ ໄດ້ ຮັບການຍອມຮັບໃນເວທີສາກົນຢ່າງ ຍືນຍົງ. ພ້ອມກັນນັ້ນ, ຄະນະຜູ້ບໍລິຫານ ຍັງໄດ້ນຳພາທ່ານຮອງນາຍົກ ລັດຖະມົນຕີ ເຂົ້າຢ້ຽມຊົມພື້ນທີ່ ການຜະລິດລະບົບເຕັກໂນໂລຊີທີ່ ທັນສະໄໝ ແລະ ຂັ້ນຕອນການ ເຮັດວຽກຕົວຈິງພາຍໃນໂຮງງານ ທີ່ມີຄວາມປອດໄພ ແລະ ເປັນມິດ ຕໍ່ສິ່ງແວດລ້ອມທີ່ໄດ້ມາດຕະຖານ ລະດັບສາກົນ. ໂອກາດຢ້ຽມຊົມໂຮງງານຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ກັບຄວາມມຸ່ງໝັ້ນ ແລະ ຄວາມ ພະຍາຍາມຂອງຄະນະຜູ້ບໍລິຫານ ໂຮງງານກັ່ນຫລອມວັດຖຸມີຄ່າ ລາວ-ສາກົນ ທີ່ໄດ້ສ້າງຕັ້ງໂຮງງານ ກັ່ນຫລອມທີ່ມີມາດຕະຖານສູງ ແລະ ເປົ້າໝາຍທີ່ຊັດເຈນໃນການ ກ້າວສູ່ມາດຕະຖານ LBMA, ນັ້ນ ຖືເປັນບາດກ້າວທີ່ຖືກຕ້ອງ ແລະ ເປັນຍຸດທະສາດທີ່ສຳຄັນຂອງ ຊາດ ໃນການຫັນປ່ຽນຈາກການ ສົ່ງອອກແຮ່ທາດແບບດິບມາເປັນ ການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ ໃຫ້ຊັບພະຍາກອນພາຍໃນປະເທດ, ລັດຖະບານມີຄວາມຍິນດີ ແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນ, ຊຸກຍູ້ສົ່ງເສີມເພື່ອໃຫ້ໂຄງການນີ້ ສາມາດດຳເນີນງານມີຜົນສຳເລັດ ແລະ ບັນລຸວິໄສທັດໃນການຍົກ ລະດັບອຸດສາຫະກຳຄຳ ແລະ ວັດຖຸ ມີຄ່າຂອງລາວໃຫ້ເປັນທີ່ຍອມຮັບ ໃນລະດັບສາກົນຢ່າງແທ້ຈິງ. ພາກທຸລະກິດ ແລະ ຜູ້ປະກອບການ ທີ່ມາຈາກບັນດາປະເທດຕ່າງໆໄດ້ ຈັບຄູ່ທາງທຸລະກິດ ແລະ ຮັດແໜ້ນ ການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຄຽງຄູ່ກັນນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫ້ອງວາງສະແດງແຫ່ງ ຊາດຂອງ ສປປ ລາວ (Lao Pavilion) ຢ່າງເປັນທາງການ ຮ່ວມກັບບັນດາການນໍາຂັ້ນສູງຂອງ ແຂວງຢຸນນານ, ພ້ອມທັງໄປຢ້ຽມ ຊົມບັນດາຫ້ອງວາງສະແດງຕ່າງໆ ຂອງ ສປປ ລາວ ຊຶ່ງມີຫົວໜ່ວຍ ທຸລະກິດ ຈາກ ສປປ ລາວ ເຂົ້າຮ່ວມ ຢ່າງຫລວງຫລາຍ ແລະ ມີບູດວາງ ສະແດງຫລາຍກວ່າ 50 ກວ່າຫ້ອງ ເພື່ອເຜີຍແຜ່ໂຄສະນາຜະລິດຕະ ພັນ, ສິນຄ້າ ແລະ ການບໍລິການໃນ ຂົງເຂດການເງິນ-ທະນາຄານ ແລະ ໂລຈິສຕິກ ຂອງ ສປປ ລາວ. ນອກ ນັ້ນ, ກໍຍັງໄດ້ຢ້ຽມຊົມບັນດາບູດ ວາງສະແດງຂອງ ສປ ຈີນ ແລະ ບັນດາປະເທດທີ່ເຂົ້າຮ່ວມໃນງານ ວາງສະແດງດັ່ງກ່າວ. ໃນໂອກາດເຂົ້າຮ່ວມງານວາງ ສະແດງຄັ້ງນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ພົບປະສອງຝ່າຍ ກັບສະຫາຍ ເຫີ ເວີຍ ຮອງປະທານ ຄະນະປະຈໍາສະພາຜູ້ແທນປະຊາຊົນ ທົ່ວປະເທດຈີນ ແລະ ພົບປະສອງ ຝ່າຍກັບສະຫາຍ ຫວັງ ຢຸ້ຍ ໂປ່ ຮອງເລຂາພັກແຂວງຢຸນນານ, ເຈົ້າແຂວງຢຸນນານ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອທີ່ມີມາຍາວ ນານ ແລະ ການຮ່ວມມືສອງຝ່າຍ ລາວ-ຈີນ ໃນຂົງເຂດຕ່າງໆໃນໄລ ຍະຜ່ານມາ ກໍຄື ປັດຈຸບັນໂດຍສະ ເພາະໃນ 2026 ນີ້ ແມ່ນປີຄົບຮອບ 65 ປີ ແຫ່ງ ສາຍພົວພັນການທູດ ລາວ-ຈີນ ແລະ ເປັນປີມິດຕະພາບ ລາວ-ຈີນ ແລະ ໄດ້ຊົມເຊີຍຕໍ່ຜົນສໍາ ເລັດຂອງການເປັນປະເທດເພື່ອນ ມິດຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມທິດ 4 ດີ, ການເປັນ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນລາວ ແລະ ການແລກປ່ຽນພົບປະ ຂອງການນໍາຂັ້ນສູງຂອງສອງປະ ເທດຕະຫລອດໄລຍະຜ່ານມາ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ໄປຢ້ຽມຢາມ ສະຖານທີ່ສຳຄັນຕ່າງໆເປັນຕົ້ນ ມະຫາວິທະຍາໄລເສດຖະກິດ ແລະ ການເງິນຢຸນນານ, ບັນດາບໍລິສັດທີ່ ກຳລັງລົງທຶນ ແລະ ກຳລັງສຶກສາ ຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ ແລະ ສະຖານທີ່ ທ່ອງທ່ຽວທາງວັດທະນະທໍາຂອງ ແຂວງຢຸນນານ ອີກດ້ວຍ.

4tcs]'dkoIj ;, ]ts;j k' lxx ]k; c]t lx 9u o ;j kfh ;p dkolh k'76j Ij ;,-k8kde ]k;{9u o muj g0A ,c0'|P;c|h o.om5 dltrk[dko0v'p5 d.\j ການໄປມາຫາສູ່ກັນລະຫວ່າງສອງ ພັກ, ຊີວິດການເປັນຢູ່ຂອງປະຊາຊົນ, ການຮ່ວມມືດ້ານເສດຖະກິດການຄ້າ- ດ້ານພາສີ, ການເງິນ-ການທະນາຄານ, ການໄປມາຫາສູ່ກັນ ລະຫວ່າງ ເຍົາວະ ຊົນ, ສື່ມວນຊົນ ແລະ ຂົງເຂດອື່ນໆ. ສອງຝ່າຍເຫັນວ່າ, ການຢ້ຽມ ຢາມລັດຖະກິດ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະ ຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຜົນສໍາເລັດ ອັນຈົບງາມ, ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການຮັດແໜ້ນສາຍພົວພັນ ລາວ-ຈີນ ແລະ ການຮ່ວມມືໃນທຸກຂົງ ເຂດຂະແໜງການ, ລົງເລິກການກໍ່ສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ເພື່ອພາ ລະກິດ ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນ ຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ. ສະຫາຍ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ໄມຕິຈິນມິດຕະພາບ ຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການ ໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ແລະ ພັກ, ລັດ, ປະຊາຊົນຈີນ ແລະ ເຊື້ອເຊີນ ສະຫາຍ ສີ ຈິ້ນຜິງ ໄປ ຢ້ຽມຢາມ ສປປ ລາວ ຢ່າງຈິງໃຈ. ສະ ຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມ ມູນິດຈີນ,ປະທານປະເທດແຫ່ງສປຈີນ ສະແດງຄວາມຂອບໃຈ ແລະ ຕອບຮັບ ການເຊື້ອເຊີນ ດ້ວຍຄວາມຍິນດີ. 26. ສືບຕໍ່ເຊັນແຜນການຮ່ວມມື ດ້ານວັດທະນະທໍາ ແລະ ການທ່ອງ ທ່ຽວລາວ-ຈີນ,ສົ່ງເສີມການໄປມາຫາ ສູ່ກັນ ໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ, ຕັ້ງໜ້າເຂົ້າຮ່ວມກິດ ຈະກໍາວັດທະນະທຳ ແລະ ການທ່ອງ ທ່ຽວ ເຊິ່ງກັນ ແລະ ກັນ; ຕັ້ງໜ້າຊຸກຍູ້ ສົ່ງເສີມການຮ່ວມມືດ້ານການທ່ອງ ທ່ຽວ, ໂຄສະນາການທ່ອງທ່ຽວຜ່ານສື່ ມວນຊົນ ແລະ ຜູ້ທີ່ມີຊື່ສຽງຂອງສອງ ປະເທດ ແລະ ສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ແກ່ການທ່ອງທ່ຽວ. ຝ່າຍລາວ ສະໜັບສະໜູນສູນວັດທະນະ ທໍາຈີນ ປະຈໍາລາວຈັດກິດຈະກໍາຕ່າງໆ ໃນລາວ, ຮ່ວມກັນສະໜັບສະໜູນສະ ຫະພັນ ເມືອງທ່ອງທ່ຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ ໃນການຈັດກິດຈະ ກໍາ, ສົ່ງເສີມນັກທ່ອງທ່ຽວສອງຝ່າຍ ໄປທ່ຽວຊົມເຊິ່ງກັນ ແລະ ກັນ, ເພີ່ມທະ ວີການຮ່ວມມື ແລະ ແລກປ່ຽນໃນຂົງ ເຂດກິລາສອງຝ່າຍ, ຮັກສາການປະ ສານງານໃນວຽກງານກິລາສາກົນ. 27.ລົງເລິກການຮ່ວມມືໃນຂະແໜງ ການສາທາລະນະສຸກ ດ້ານຊັບພະຍາ ກອນມະນຸດ, ສຸຂະພາບ ແມ່ ແລະ ເດັກ, ຄວບຄຸມພະຍາດຕິດຕໍ່, ການແພດພື້ນ ເມືອງແລະຂົງເຂດອື່ນໆ,ຮ່ວມກັນປະຕິ ບັດ ໂຄງການແບບນ້ອຍແຕ່ງາມ ເຊັ່ນ: ໂຄງການແສງສະຫວ່າງແລະໂຄງການ ນໍ້າໃຈຄວາມຮັກ.ເພີ່ມທະວີແລະລົງເລິກ ການຮ່ວມມືທາງດ້ານການຄົ້ນຄວ້າວິ ທະຍາສາດແລະການຄວບຄຸມພະຍາດ ເຂດຮ້ອນ ລະຫວ່າງ ສອງຝ່າຍ ບົນ ພື້ນຖານສ້າງຄວາມເຂັ້ມແຂງຫ້ອງທົດ ລອງ ທີ່ກ່ຽວຂ້ອງກັບການປ້ອງກັນ ແລະ ປິ່ນປົວພະຍາດເຂດຮ້ອນ ຕາມ ແຜນຂອງໂຄງການແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ, ສືບຕໍ່ເສີມຂະຫຍາຍບົດ ບາດ ແລະ ໝາກຜົນຂອງການຮ່ວມມື ສອງຝ່າຍ ໃຫ້ແກ່ປະຊາຊົນສອງຊາດ. 28. ຮ່ວມກັນປັບປຸງບູລະນະສຸ ສານຈີນໃນລາວ ແລະ ເສີມຂະຫຍາຍ ບົດບາດການໂຄສະນາສຶກສາໃຫ້ດີ. ປະສານງານກັນດ້ານຍຸດທະສາດ ັຸ້ ຢ່າງສະໜິດແໜ້ນ ແລະ ມີມາດຖານສູງ.່ິ້ີູ 29. ຮັກສາລະບົບການພົວພັນສາ ກົນທີ່ມີອົງການສະຫະປະຊາຊາດ ເປັນ ແກນກາງ, ລະບຽບການສາກົນທີ່ມີກົດ ໝາຍລະຫວ່າງປະເທດເປັນພື້ນຖານ ແລະ ບັນທັດຖານພື້ນຖານທີ່ຖືເອົາວັດຖຸ ປະສົງ ແລະ ຫລັກການຂອງກົດບັດສະ ຫະປະຊາຊາດ ເປັນພື້ນຖານ. ສອງຝ່າຍ xkoy orkIaj ' 16/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຈະຮ່ວມກັນຮັກສາຄວາມເປັນທຳແລະ ຍຸດຕິທຳສາກົນ, ຮັກສາຄວາມສາມັກຄີ ແລະ ການປະສານງານລະຫວ່າງປະ ເທດ, ເສີມຂະຫຍາຍຄ່ານິຍົມຮ່ວມກັນ ຂອງມວນມະນຸດທີ່ມີສັນຕິພາບ ແລະ ການພັດທະນາ, ມີຄວາມເປັນທຳ, ຍຸຕິ ທໍາ, ປະຊາທິປະໄຕແລະ ເສລີພາບ; ສົ່ງ ເສີມການຫັນເປັນໂລກຫລາຍຂົ້ວທີ່ມີ ຄວາມສະເໝີພາບ, ລະບຽບຮຽບຮ້ອຍ, ເສດຖະກິດໂລກາພິວັດທີ່ທົ່ວເຖິງ ແລະ ກວມລວມ, ຊຸກຍູ້ການກໍ່ສ້າງລະບົບ ການບໍລິຫານທົ່ວໂລກ ທີ່ນັບມື້ມີຄວາມ ຍຸດຕິທຳ ແລະ ສົມເຫດສົມຜົນ. ສອງ ຝ່າຍເນັ້ນໜັກວ່າ ຈະຮ່ວມກັນຄັດຄ້ານ ລັດທິເຈົ້າອໍານາດ ແລະ ການເມືອງ ແບບອໍານາດບາດໃຫຍ່, ຄັດຄ້ານລັດທິ ຝ່າຍດຽວທຸກຮູບແບບ, ຄັດຄ້ານການ ສ້າງກຸ່ມກ້ອນນ້ອຍ ແບບແນໃສ່ຈຳກັດ ຜູ້ອື່ນ ແລະ ການກະທຳທີ່ທໍາລາຍສັນຕິ ພາບ ແລະ ສະຖຽນລະພາບ ຂອງພາກ ພື້ນເຊັ່ນ:ການສ້າງການຜະເຊີນໜ້າກັນ ລະຫວ່າງຄ້າຍ. 30. ຊຸກຍູ້ການຮ່ວມມືພາຍໃຕ້ ຂອບການສ້າງປະຊາຄົມຮ່ວມຊາຕາ ກໍາຂອງມວນມະນຸດ, ຂໍ້ລິເລີ່ມ ວ່າດ້ວຍ ການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າ ດ້ວຍຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມ ວ່າດ້ວຍອາລິຍະທຳທົ່ວໂລກ, ຂໍ້ລິເລີ່ມ ວ່າດ້ວຍການບໍລິຫານທົ່ວໂລກ ແລະ ແນວຄິດສໍາຄັນອື່ນໆ ເພື່ອຮ່ວມກັນ ຮັບມືກັບສິ່ງທ້າທາຍຂອງໂລກ. ສືບຕໍ່ ເພີ່ມທະວີການປະສານສົມທົບໃນຂອບ ຫລາຍຝ່າຍ ເຊັ່ນ: ການຮ່ວມມືໃນຂອບ ສະຫະປະຊາຊາດ, ອົງການການຄ້າ ໂລກ, ອົງການຮ່ວມມືຊຽງໄຮ້, ອາ ຊຽນ-ຈີນ ແລະ ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ, ຮ່ວມກັນຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນ ຂອງພາກພື້ນ ແລະ ໂລກ. ສອງຝ່າຍ ລິເລີ່ມດຳເນີນການປະສານງານ ແລະ ການແລກປ່ຽນດ້ານບັນຫາສິດທິມະ ນຸດບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ຄັດຄ້ານການຫັນບັນຫາສິດທິມະນຸດ ເປັນເຄື່ອງມືທາງການເມືອງ ແລະ ການປະຕິບັດສອງມາດຕະຖານຢ່າງ ເດັດຂາດ, ຄັດຄ້ານການແຊກແຊງກິດ ຈະການພາຍໃນຂອງປະເທດອື່ນ ດ້ວຍ ຂໍ້ອ້າງສິດທິມະນຸດຢ່າງເດັດຂາດ. 31. ສອງຝ່າຍ ເນັ້ນໜັກຄວາມສໍາ ຄັນຂອງການຮັກສາສັນຕິພາບ ແລະ ຄວາມປອດໄພຂອງພາກພື້ນອາຊີ-ປາ ຊິຟິກ, ເຫັນດີປະຕິບັດພາກພື້ນນິຍົມທີ່ ເປີດກວ້າງ. ປີນີ້ແມ່ນປີຄົບຮອບ 5 ປີ ຂອງການສ້າງຕັ້ງສາຍພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານ ລະຫວ່າງ ອາ ຊຽນ-ຈີນ, ປະເທດຈີນ ສະໜັບສະໜູນ ອາຊຽນ ໃນການສ້າງປະຊາຄົມອາ ຊຽນ ທີ່ໃຫ້ມີຄວາມເຂັ້ມແຂງ, ສະໜັບ ສະໜູນອາຊຽນ ໃນການຮັກສາ ແລະ ສົ່ງເສີມບົດບາດຄວາມເປັນກາງໃນ ຂອບການຮ່ວມມື ທີ່ອາຊຽນ ເປັນຜູ້ນໍາ ພາ, ລວມທັງ ອາຊຽນ-ຈີນ, ຈັບມືກັນ ເພື່ອສ້າງວົງຄະນະຍາດສາກົນ ແຫ່ງ ສັນຕິພາບ ສະຖຽນລະພາບຈະເລີນຮຸ່ງ ເຮືອງຄວາມສວຍງາມ ແລະ ມິດຕະ ພາບ, ແນໃສ່ການສົ່ງເສີມການເປັນ ອັນໜຶ່ງອັນດຽວດ້ານເສດຖະກິດພາກ ພື້ນທີ່ມີລະດັບສູງກວ່າເກົ່າ, ສ້າງປະຊາ ຄົມຮ່ວມຊາຕາກຳ ອາຊຽນ-ຈີນ ທີ່ຍິ່ງ ມີຄວາມແໜ້ນແຟ້ນ. ສົ່ງເສີມການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສະໜັບ ສະໜູນໃນການຈັດກອງປະຊຸມຜູ້ນໍາ ການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ຄັ້ງທີ 5 ໃຫ້ດີ, ຮ່ວມກັນສ້າງການ ຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສະບັບ 2.0, ຮ່ວມກັນສ້າງບ້ານເຮືອນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ມີ ຄວາມສາມັກຄີ ແລະ ການຮ່ວມມືການ ເປີດກວ້າງ ແລະ ຕ່າງຝ່າຍຕ່າງມີຜົນ ປະໂຫຍດການປະດິດສ້າງໃໝ່ ແລະ ສີ ຂຽວສັນຕິພາບແລະ ສະຖຽນລະພາບ, ຊຸກຍູ້ກໍ່ສ້າງປະຊາຄົມຮ່ວມຊາຕາກໍາ ບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ທີ່ມີສັນຕິພາບ ແລະ ຄວາມຈະ ເລີນ; ຝ່າຍລາວ ຂອບໃຈຝ່າຍຈີນ ສ້າງ ຕັ້ງກອງທຶນແມ່ນໍ້າຂອງແມ່ນໍ້າລ້ານ ຊ້າງ ເພື່ອປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ແລະ ຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນ ລາວ ໃຫ້ມີຄຸນນະພາບດີຂຶ້ນເປັນກ້າວໆ. 32. ສອງຝ່າຍມີຄວາມເຫັນທີ່ ເປັນເອກະພາບກັນວ່າ, ພາຍໃຕ້ຄວາມ ພະຍາຍາມຮ່ວມມືຂອງຈີນແລະບັນດາ ປະເທດສະມາຊິກອາຊຽນ, ສະພາບ ການທະເລຈີນໃຕ້ ຈະສືບຕໍ່ມີສະຖຽນ ລະພາບ. ສອງຝ່າຍ ຈະຮ່ວມກັນກັບ ປະເທດອື່ນໃນອາຊຽນ ເພື່ອຈັດຕັ້ງປະ ຕິບັດຖະແຫລງການວ່າດ້ວຍການປະ ຕິບັດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ລົງເລິກການຮ່ວມມືທາງທະເລທີ່ເປັນ ຮູບປະທຳ, ບັນລຸກົດແຫ່ງການປະພຶດ ຢູ່ທະເລຈີນໃຕ້ໂດຍໄວ, ສ້າງທະເລຈີນ ໃຕ້ ເປັນທະເລແຫ່ງສັນຕິພາບມິດຕະ ພາບ ແລະ ການຮ່ວມມື. ໃນໄລຍະຢ້ຽມຢາມ, ສອງຝ່າຍ ໄດ້ເຊັນເອກະສານຮ່ວມມື ຂົງເຂດ ຂປລ. ປານິນ ກໍແມ່ນປາປະ ເພດໜຶ່ງທີ່ຕະຫລາດ ກໍຄື ສັງຄົມ ມີຄວາມຕ້ອງການຫລາຍ ຊຶ່ງເປັນ ເງື່ອນໄຂໜຶ່ງ ໃຫ້ປະຊາຊົນຜູ້ມັກ ຮັກໃນອາຊີບນີ້ຢຶດຖືເປັນອາຊີບ ຫລັກ. ດັ່ງຄອບຄົວຂອງ ທ່ານ ຄຳຫລ້າ ສົມສີ ປະຊາຊົນຢູ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມ ໄຊ ທີ່ປະສົບຜົນສຳເລັດໃນການ ລ້ຽງປານິນເປັນສິນຄ້າ ສ້າງລາຍ ຮັບ ເຂົ້າສູ່ຄອບຄົວໄດ້ຫລາຍກວ່າ 160 ລ້ານກີບຕໍ່ປີ. ທ່ານ ຄຳຫລ້າ ສົມສີ ໄດ້ເລົ່າສູ່ ຟັງວ່າ: ໃນເບື້ອງຕົ້ນ ຕົນເອງໄດ້ ຕັດສິນໃຈບຸກເບີກເນື້ອທີ່ນາ ເພື່ອ ຫັນມາຂຸດເປັນໜອງປາ ໂດຍ ເລີ່ມຕົ້ນຈາກການລ້ຽງໃນໜອງ ຂະໜາດນ້ອຍເພື່ອເປັນສະບຽງ ອາຫານບໍລິໂພກພາຍໃນຄອບຄົວ ແລະ ຈຳໜ່າຍໃຫ້ແກ່ປະຊາຊົນ ພາຍໃນບ້ານເທົ່ານັ້ນ, ແຕ່ພາຍ ຫລັງທີ່ໄດ້ລົງມືປະຕິບັດຕົວຈິງ ແລະ ເຫັນວ່າຄວາມຕ້ອງການ ຂອງຕະຫລາດມີທ່າອ່ຽງເພີ່ມຂຶ້ນ ເລື້ອຍໆ, ຕົນເອງຈຶ່ງໄດ້ຕັດສິນໃຈ ຂະຫຍາຍເນື້ອທີ່ໜອງລ້ຽງ ແລະ ເພີ່ມຈຳນວນປາໃຫ້ຫລາຍຂຶ້ນຈາກ ແຕ່ກ່ອນມີພຽງ 2 ຫາ 3 ໜອງ, ມາຮອດປັດຈຸບັນ ຂະຫຍາຍໄດ້ເຖິງ 9 ໜອງ, ໂດຍປາທີ່ເລືອກມາລ້ຽງ ຕົ້ນຕໍແມ່ນ “ປານິນພັນຊິງ”. ສຳລັບເຕັກນິກການລ້ຽງ ທ່ານ ຄຳຫລ້າ ສົມສີ ໄດ້ໃຫ້ຮູ້ວ່າ: ຕ້ອງ ມີການຄຸ້ມຄອງລະບົບນ້ຳ, ການຈັດ ສັນອາຫານຕາມຫລັກວິຊາການ ແລະ ການຕິດຕາມ ເຝົ້າລະວັງປ້ອງ ກັນພະຍາດປາຢ່າງໃກ້ຊິດ, ເຮັດ ໃຫ້ປາ ທີ່ລ້ຽງມີອັດຕາການລອດ ເຫລືອສູງ, ເຕີບໃຫຍ່ໄວ ແລະ ມີ ຄຸນນະພາບ ໄດ້ມາດຕະຖານຕາມ ຄວາມຕ້ອງການຂອງຕະຫລາດ. ສໍາລັບບົດຮຽນແລະ ເຕັກນິກຕ່າງໆ ໃນເບື້ອງຕົ້ນ ແມ່ນໄດ້ອາໄສການ ສຶກສາຮຽນຮູ້ ແລະ ແລກປ່ຽນປະ ສົບການຕົວຈິງນໍາຜູ້ທີ່ມີປະສົບ ການ ເພື່ອນຳມາປັບໃຊ້ແລະ ພັດທະ ນາ ຟາມຂອງຕົນເອງໃຫ້ມີປະສິດ ທິພາບ. ປັດຈຸບັນ, ຜົນຜະລິດປາພາຍ ໃນຟາມ ແມ່ນມີຕະຫລາດຮອງຮັບ ທີ່ແນ່ນອນ ໂດຍສາມາດຈຳໜ່າຍ ໄດ້ ທັງພາຍໃນເມືອງໄຊ ແລະ ເຂດ ເມືອງອ້ອມຂ້າງ ຊຶ່ງສາມາດສ້າງ ລາຍຮັບລວມໃຫ້ແກ່ຄອບຄົວ 160 ລ້ານກວ່າກີບຕໍ່ປີ. ເມື່ອຫັກຄ່າໃຊ້ ຈ່າຍ ແລະ ຕົ້ນທຶນອອກແລ້ວ ຍັງ ມີກໍາໄລປະມານ 50 ຫາ 60 ລ້ານ ກີບຕໍ່ປີ. ທ່ານ ຄຳຫລ້າ ສົມສີ ກ່າວ. ແນວໃດກໍດີ, ຈາກຄວາມດຸໝັ່ນ ຂະຫຍັນພຽນ, ອົດທົນ ແລະ ການ ຮຽນຮູ້ໃນການລ້ຽງປານິນເປັນ ອາຊີບ ໄດ້ເຮັດໃຫ້ຄອບຄົວຂອງ ທ່ານ ຄຳຫລ້າ ສົມສີ ມີຊີວິດການ ເປັນຢູ່ດີຂຶ້ນເລື້ອຍໆ. ອັນພົ້ນເດັ່ນ ສາມາດກໍ່ສ້າງເຮືອນຢູ່ທີ່ຖາວອນ, ມີພາຫະນະ (ລົດໃຫຍ່) ຮັບໃຊ້ ເຂົ້າໃນຄອບຄົວ ແລະ ທັງກາຍເປັນ ອີກໜຶ່ງຕົວແບບໃຫ້ຄອບຄົວອື່ນ ທີ່ ປະສົບຜົນສຳເລັດໃນການແກ້ໄຂ ຄວາມທຸກຍາກ ຢູ່ແຂວງອຸດົມໄຊ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==