ຂປລ
ອິນໂດເນເຊຍ ໄດ້ກຳນົດໃຫ້ ເກາະບາຫລີ ເປັນພື້ນທີ່ ດຳເນີນ ໂຄງການ ນໍາຮ່ອງ ລະດັບຊາດ ດ້ານການຄັດແຍກ ຂີ້ເຫຍື້ອ ຢ່າງຄວບຄຸມ ຮອບດ້ານ, ເພື່ອໃຫ້ຜູ້ອາໄສຢູ່ທຸກຄົນ ຕ້ອງຄັດແຍກ ຂີ້ເຫຍື້ອ ຕັ້ງແຕ່ ວັນທີ 1 ກໍລະກົດ 2026 ເປັນຕົ້ນໄປ.
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ອິນໂດເນເຊຍ ໄດ້ກຳນົດໃຫ້ ເກາະບາຫລີ ເປັນພື້ນທີ່ ດຳເນີນ ໂຄງການ ນໍາຮ່ອງ ລະດັບຊາດ ດ້ານການຄັດແຍກ ຂີ້ເຫຍື້ອ ຢ່າງຄວບຄຸມ ຮອບດ້ານ, ເພື່ອໃຫ້ຜູ້ອາໄສຢູ່ທຸກຄົນ ຕ້ອງຄັດແຍກ ຂີ້ເຫຍື້ອ ຕັ້ງແຕ່ ວັນທີ 1 ກໍລະກົດ 2026 ເປັນຕົ້ນໄປ.
ໂດຍ ໂມ ຈຸມຮູຣ ຮີດາຍັດ ລັດຖະມົນຕີ ກະຊວງ ສິ່ງແວດລ້ອມ ຂອງ ອິນໂດເນເຊຍ ກ່າວວ່າ: ການປະສານນະໂຍບາຍ ຂອງ ລັດຖະບານ ໃນລະດັບພື້ນທີ່ເຂັ້ມແຂງ, ການສະ ໜັບສະໜູນ ພື້ນຖານໂຄງລ່າງ ຈາກລັດຖະບານກາງ ແລະ ການມີສ່ວນຮ່ວມ ຢ່າງຕັ້ງໜ້າ ຂອງ ປະຊາຊົນໃນເຂດນີ້ . ອິນໂດເນເຊຍ ຈະເຮັດໃຫ້ ເກາະບາຫລີ ເປັນຈຸດ ໝາຍທ່ອງທ່ຽວ ແຫ່ງ ທຳອິດ ໃນອາຊີຕາເວັນອອກ ສຽງໃຕ້ ທີ່ມີ ຂີ້ເຫຍື້ອ ຝັງເປັນສູນ ຢ່າງແທ້ຈີງ./
KPL