ຂປລ
ໃນວັນທີ 9 ມິຖຸນາ 2026 ທີ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານ ປະເທດ ແຫ່ງ ສສ ຫວຽດນາມ.
ຂປລ. ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂ້ົາຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026. ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ເຂົ້າຢ້ຽມ ຂໍ່ານັບສະຫາຍ ໂຕ ເລິມ ພ້ອມທັງໄດ້ ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງທີ່ສະຫາຍ ໂຕ ເລິມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ XVI ຜ່ານມາ, ທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງສະຫາຍ ໂຕ ເລິມ ໃນເດືອນ ກຸມພາ ທ່ີຜ່ານມາ ແລະ ຕີລາຄາສູງທີ່ສະຫາຍຫວຽດນາມ ໄດ້ຈັດກອງປະຊຸມລະດັບສາກົນຕ່າງໆຜ່ານມາດ້ວຍຜົນສຳເລັດຢ່າງຈົບງາມອັນໄດ້ສ່ອງແສງໃຫ້ເຫັນເຖິງບົດບາດທີ່ພົ້ນ ເດັ່ນຂຶ້ນຂອງ ສສ ຫວຽດນາມ ໃນ ເວທີພາກພື້ນ ແລະ ສາກົນ. ພ້ອມກັນ ນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ນໍາເອົາຄຳຢ້ືຢາມຖາມຂ່າວອັນອົບອຸ່ນ ແລະ ຄວາມຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ເຖິງສະຫາຍ ໂຕ ເລິມ ແລະ ບັນດາສະຫາຍການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກສະຫາຍ.
ນອກຈາກນີ້, ສະຫາຍນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະຫລອດມາ.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພາຍໃນໂດຍຫຍໍ້ຂອງສອງປະເທດໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕ່ ບັນດາຜົນສໍາເລັດທີ່ສອງຝ່າຍຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ຊຶ່ງເຫັນວ່າສືບຕໍ່ມີການຂະຫຍາຍຕົວຕ່ໍເນ່ືອງຢ່າງບ່ໍຢຸດຢ້ັງໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນການພົບປະແລກປ່ຽນຄະນະຜູ້ແທນແຕ່ຂັ້ນສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ, ອັນພົ້ນເດັ່ນແມ່ນສອງສະຫາຍເລຂາທິການໃຫຍ່, ປະທານປະເທດລາວ-ຫວຽດນາມ ໄດ້ສໍາເລັດການແລກປ່ຽນການຢ້ຽມຢາມລັດຖະກິດເຊິ່ງກັນ ແລະ ກັນ ພາຍຫລັງສໍາເລັດກອງປະຊຸມໃຫຍ່ຂອງຕົນ ຊຶ່ງເປັນການຢືນຢັນຄືນເຖິງການຖືສຳຄັນ ແລະ ບຸລິມະສິດຕ້ົົນຕໍຕໍ່ສາຍພົວພັນແບບພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງທີ່ເຫັນວ່າການຈັດຕັ້ງປະຕິບັດຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງ ກອງປະຊຸມ ຄັ້ງທີ 48 ຂອງຄະນະ ກໍາມະການຮ່ວມມື ລາວ-ຫວຽດນາມ ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ແລະ ມີຜົນສໍາເລັດສໍາຄັນຫລາຍດ້ານ, ບັນດາໂຄງການຮ່ວມມືສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຊຶ່ງຫລາຍໂຄງການຍຸດທະສາດມີຄວາມຄືບໜ້າຢ່າງຈະແຈ້ງ. ພ້ອມກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ເພ່ີມທະວີການຮ່ວມມືທາງດ້ານການເມືອງໃຫ້ແໜ້ນແຟ້ນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນລະດັບສູງສຸດ; ເພີ່ມທະວີການຮັດແໜ້ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ໃນອະນາຄົດ; ເພີ່ມທະວີການຮ່ວມມືທາງດ້ານການສຶກສາ ເພື່ອຊ່ວຍສ້າງບຸກຄະລາກອນທີ່ມີຄຸນນະພາບແກ່ ສປປ ລາວ ໃຫ້ທ່ວງທັນກັບຍຸກສະໄໝໃໝ່; ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນການຈັດບັນດາກິດຈະກໍາ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ ກໍຄື ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ການເຊັນ ສົນທິສັນຍາມິດຕະພາບ ແລະ ການ ຮ່ວມມືໃນປີ 2027 ທ່ີຈະມາເຖິງນ້ີ; ສືບຕໍ່ເອົາໃຈໃສ່ ແລະ ເພີ່ມທະວີການໂຄສະນາ ແລະ ສຶກສາອົບຮົມເພື່ອໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ ໄດ້ເຂົ້າໃຈຢ່າງແທ້ຈິງເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງສາຍພົວພັນພິເສດທີ່ມີໜຶ່ງບໍ່ມີ ສອງໃນໂລກນີ້ ຂອງສອງປະເທດ ລາວ-ຫວຽດນາມ; ພ້ອມທັງສືບຕ່ປະສານງານກັນຢ່າງໃກ້ຊິດໃນການແລກປ່ຽນບົດຮຽນ, ທັດສະນະ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດດຽວກັນນີ້, ສະຫາຍ ໂຕ ເລິມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຂອງສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະໃນຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດພາຍຫລັງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກສະໄໝໜຶ່ງ, ພ້ອມທັງໄດ້ມີຄໍາເຫັນຊີ້ນໍາໃຫ້ສອງນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພ່ືອຈັດຕ້ັງຜັນຂະຫຍາຍບັນດາຂ້ໍຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນກໍາມະການຮ່ວມມື ລາວ-ຫວຽດ ນາມ ລວມທັງການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືທາງດ້ານ ຍຸດທະສາດທີ່ສໍາຄັນຂອງສອງ ປະເທດໃຫ້ປະກົດຜົນເປັນຮູບປະ ທໍາຕາມແຜນການທ່ີວາງໄວ້ ເພ່ືອເພ່ີມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຫວຽດ ນາມ-ລາວ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຂະນົງແກ່ນຕະຫລອດກາລະນານແນໃສ່ນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມ້ນັບຫລາຍຂຶ້ນ.
KPL