ຂປລ
ເຈົ້າຍິງ ພັດຊະຣະກິຕິຍາພາ ແຫ່ງຣາຊະອານາຈັກໄທ ສິ້ນພະຊົນ ຍ້ອນອາການປ່ວຍ ໃນວັນທີ 11 ມິຖຸນານີ້
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 12 ມິຖຸນານີ້, ສຳນັກພະລາຊະວັງໄທ ໄດ້ອອກຖະແຫລງການວ່າ: ເຈົ້າຍິງ ພັດຊະຣະກິຕິຍາພາ ແຫ່ງຣາຊະອານາຈັກໄທ ສິ້ນພະຊົນ ຍ້ອນອາການປ່ວຍ ໃນວັນທີ 11 ມິຖຸນານີ້, ລວມອາຍຸ 47 ປີ. ເຈົ້າຍິງ ພັດຊະຣະກິຕິຍາພາ ແມ່ນລູກສາວ ຂອງສົມເດັດ ມະຫາ ວະຊິຣາລົງກອນ ເຈົ້າຊີວິດ ແຫ່ງຣາຊະອານາຈັກໄທ ລາຊະການທີ່10 ໃນປັດຈຸບັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL