ຂປລ
ທ່ານ ເອັມມານູເອລ ມາຄຣົງ(Emmanuel Macron) ປະທານາທິບໍດີ ຝຣັ່ງ ແລະ ທ່ານ ນາເຣນທຣາ ໂມດີ (Narendra Modi) ນາຍົກລັດຖະມົນຕີ ອິນເດຍ ໄດ້ຢັ້ງຢືນຄືນ ກ່ຽວກັບ ຄວາມຕັດສິນໃຈ ເພີ່ມທະວີ ການພົວພັນຄູ່ຮ່ວມມື ຍຸດທະສາດ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 14 ມິຖຸນາ, ທ່ານ ເອັມມານູເອລ ມາຄຣົງ(Emmanuel Macron) ປະທານາທິບໍດີ ຝຣັ່ງ ແລະ ທ່ານ ນາເຣນທຣາ ໂມດີ (Narendra Modi) ນາຍົກລັດຖະມົນຕີ ອິນເດຍ ໄດ້ຢັ້ງຢືນຄືນ ກ່ຽວກັບ ຄວາມຕັດສິນໃຈ ເພີ່ມທະວີ ການພົວພັນຄູ່ຮ່ວມມື ຍຸດທະສາດ ໃນບັນດາ ຂົງເຂດ ເຕັກໂນໂລຊີສູງ, ໂດຍສະເພາະ ແມ່ນປັນຍາປະດິດ (AI) ແລະ ເຕັກໂນໂລຊີ ອາວະກາດ, ທ່າມກາງ ສະພາບການ ສອງປະເທດ ພວມຊອກຫາ ວິທີ ການເປີດກວ້າງ ການຮ່ວມມື ດ້ານເສດຖະກິດ ແລະ ນະວັດຕະກຳ.
ທ່ານ ເອັມມານູເອລ ມາຄຣົງ ກ່າວຄຳເຫັນ ໃນພິທີໄຂງານ ວາງສະແດງ Bharat Innovates ຢູ່ ນະຄອນນິກຂອງຝຣັ່ງ, ໂດຍເນັ້ນໜັກເຖິງ ບົດບາດ ທີ່ນັບມື້ ນັບສຳຄັນ ຂອງ ອິນເດຍ ໃນຂົງເຂດນະວັດຕະກຳ. ໂດຍ ທ່ານກ່າວວ່າ ອິນເດຍ ແມ່ນປະເທດໃຫຍ່ ກ່ຽວກັບ ນະວັດຕະກຳ, ພວມສ້າງບັນດາ ຮູບແບບ ເຕັກໂນໂລຢີ ບຸກທະລຸ ແລະ ນັບມື້ ນັບກາຍເປັນ ຄູ່ຮ່ວມມື ທີ່ໂດດເດັ່ນ.
ນອກຈາກນີ້ ທ່ານ ເອັມມານູເອລ ມາຄຣົງ ຍັງຮຽກຮ້ອງໃຫ້ ບັນດາ ວິສາຫະກິດ ແລະ ນັກລົງທຶນ ເອີຣົບ ໃຫ້ຖືເອົາ ອິນເດຍ ເປັນສູນເຕັກໂນໂລຊີ ພວມປະກົດຂຶ້ນ, ມີຄວາມສາມາດ ໃນການພັດທະນາບັນດາ ເຕັກໂນໂລຊີ ບຸກທະລຸ ແລະ ບັນດາ ຮູບແບບ ປ່ຽນແປງໃໝ່ ທີ່ມີ ລັກສະນະນຳພາ./
KPL