ຂປລ
ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ (ສະບັບປັບປຸງ) ຂັ້ນສູນກາງໃນວັນທີ 15 ມິຖຸນາ 2026 .
ຂປລ. ໂດຍການເປັນປະທານຂອງທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມໃຫຍ່, ພ້ອມດ້ວຍອະດີດການນຳອາວຸໂສ, ກົມກອງອ້ອມຂ້າງ ແລະ ຄະນະຮັບຜິດຊອບປັບປຸງກົດໝາຍເຂົ້າຮ່ວມ. ໃນໂອກາດນ້ີ, ທ່ານ ພົຈວ ອານຸເດດ ຄູນຄໍາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍດ່ັງກ່າວ ໂດຍຍົກໃຫ້ເຫັນຄວາມຈໍາເປັນ ແລະ ເຫດຜົນໃນການປັບປຸງກົດໝາຍ ຊຶ່ງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບທຳອິດແມ່ນໄດ້ປະກາດໃຊ້ໃນປີ 2007 ຕໍ່ມາໄດ້ມີການປັບປຸງຄັ້ງ ທີໜຶ່ງ ແລະ ຖືກຮັບຮອງປະກາດ ໃຊ້ໃນປີ 2017 ຊຶ່ງເປັນສະບັບນໍາໃຊ້ໃນປັດຈຸບັນໄດ້ເປັນບ່ອນອີງທ່ສໍາຄັນໃຫ້ແກ່ກົມກອງເຫລົ່າວິຊາສະເພາະນາຍ ແລະ ພົນຕຳຫລວດ ຂອງກໍາລັງປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນເຂັ້ມແຂງ, ຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະ, ການຊີ້ນໍາ-ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາກໍາລັງ, ໄດ້ຫັນເຂົ້າສູ່ກົດໝາຍ ແລະ ລະບຽບຫລັກການເທ່ືອລະກ້າວ. ມາຮອດປັດຈຸບັນ, ກົດໝາຍສະບັບດັ່ງກ່າວ ໄດ້ຈັດຕ້ັງປະຕິບັດເປັນເວລາ 8 ປີ ເຮັດໃຫ້ບາງພາກ, ໝວດ ແລະ ບາງ ມາດຕາມີເນ້ືອໃນບ່ໍສອດຄ່ອງກັບສະພາບຄວາມເປັນຈິງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພ່ືອໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານ.
ຜ່ານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງໃນບາງພາກ, ໝວດ ແລະ ມາດຕາ ຂອງກົດໝາຍສະບັບດັ່ງກ່າວ ເພ່ືອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງກໍາລັງທັງເປັນການຍົກສູງຖານະ, ບົດບາດໜ້າທີ່ການເມືອງຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ເປັນການປັບປຸງແບບແຜນວິທີເຮັດວຽກ, ແບບແຜນການຊີ້ນໍາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາ, ຈັນຍາບັນ-ຈັນຍາທໍາຂອງນາຍ ແລະ ພົນຕຳຫລວດ ໃນກຳລັງປ້ອງກັນຄວາມສະຫງົບ, ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນທົ່ວກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ແທດເໝາະ, ຖືກຕ້ອງ ແລະ ສອດຄ່ອງຂຶ້ນກວ່າເກົ່າໄປຕາມທິດການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍຢ່າງເຂັ້ມງວດ ເທື່ອລະກ້າວໃນການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບ ຮ້ອຍທາງດ້ານເສດຖະກິດ-ສັງຄົມ ໃຫ້ມີຄວາມຮັບປະກັນເຮັດໃຫ້ປະເທດຊາດ ມີສະຖຽນລະພາບຄວາມໝັ້ນຄົງ.
ສໍາລັບໂຄງປະກອບຂອງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປີ 2017 ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ, ພາຍຫລັງປັບປຸງຮ່າງກົດໝາຍສະບັບນີ້ປະກອບມີ X ພາກ, 8 ໝວດ ແລະ 66 ມາດຕາ. ໃນນັ້ນ, ໄດ້ເພີ່ມເຂົ້າໃໝ່ 1 ພາກ, 2 ໝວດ, 12 ມາດຕາ ແລະ ປັບປຸງ 46 ມາດຕາ, ຮັກສາເດີມ 8 ມາດຕາ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ບັນດາເນື້ອໃນ, ພາກ, ໝວດ ແລະ ມາດຕາທີ່ໄດ້ຮັບການປັບປຸງ ແລະ ເພີ່ມເຂົ້າໃໝ່ເພື່ອເປັນຂໍ້ມູນອັນສໍາຄັນໃຫ້ແກ່ຄະນະຮັບຜິດຊອບນຳໄປພິຈາລະນາປັບປຸງຮ່າງກົດໝາຍ ສະບັບນ້ີ ໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນສູງສຸດໃນຕໍ່ໜ້າ.
ຂ່າວ-ພາບ: ແກ້ວ ອຸເພັດ
KPL