ທ່ານ ສີ ຈິ້ນຜິງ ພົບປະກັບ ປະທານາທິບໍດີ ມຽນມາ

16/06/2026 16:58
Email Print 110
ຂປລ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ມິນອອງລາຍ ປະທານາທິບໍດີ ມຽນມາ ທີ່ເດີນທາງມາ ຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຢູ່ນະຄອນຫລວງປັກກິ່ງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 16 ມິຖຸນານີ້,ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ມິນອອງລາຍ ປະທານາທິບໍດີ ມຽນມາ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຢູ່ນະຄອນຫລວງປັກກິ່ງ.ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ຊີ້ອອກວ່າ: ສປ ຈີນ ແລະ ມຽນມາ ມີມິດຕະພາບ ທີ່ເລິກເຊິ່ງຮ່ວມກັນ,ສປ ຈີນສະໜັບສະໜູນ ລັດຖະບານ ມຽນມາ ຊຸດໃໝ່ ໃນການວາງແຜນ ການພັດທະນາ ແລະ ຄວາມໝັ້ນຄົງ, ຊອກຫາເສັ້ນທາງການພັດທະນາ ທີ່ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດຕົນ, ທັງໄດ້ຮັບການສະໜັບສະໜູນ ຈາກ ປະຊາຊົນ. ສປ ຈີນ ຍິນດີຮ່ວມກັບ ມຽນມາ ສ້າງຄູ່ຮ່ວມຊາຕາກຳ ຈີນ-ມຽນມາ ທີ່ມີມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ທາງດ້ານການເມືອງ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນດ້ານການ ພັດທະນາ, ຄວາມໝັ້ນຄົງທີ່ປະສານງານ ເຊິ່ງກັນແລະກັນ ແລະ ການສົ່ງເສີມ,ການແລກປ່ຽນບົດຮຽນກັນ ໃນດ້ານວັດທະນະທຳ ເພື່ອນຳເອົາຄວາມສຸກຫລາຍກວ່າເກົ່າ ມາໃຫ້ປະຊາຊົນສອງປະເທດ ແລະ ປະກອບສ່ວນ ຫລາຍກວ່າເກົ່າ ເຂົ້າໃນສັນຕິພາບ ແລະ ການພັດທະນາ ໃນພາກພື້ນ. ທ່ານ ສີ ຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ເມື່ອປະເຊີນໜ້າກັບ ສະຖານະການສາກົນ ທີ່ມີການປ່ຽນແປງ ແລະ ສະຫລັບສັບຊ້ອນ, ສອງຝ່າຍຕ້ອງຮັກສາຄວາມຊັດເຈນ ແລະ ຄວາມທຸ່ນທ່ຽງ ທາງຍຸດທະສາດ, ເພີ່ມທະວີ ຄວາມສາມັກຄີ ແລະ ການຮ່ວມມື. ສປ ຈີນ ຍິນດີຈະເພີ່ມການສະໜັບສະໜູນ ມຽນມາ ດຳເນີນການຟື້ນຟູຄືນໃໝ່ ຫລັງຈາກ ໄພພິບັດແຜ່ນດິນໄຫວ. ສອງຝ່າຍຕ້ອງສືບຕໍ່ ປາບປາມຢ່າງເຂັ້ມງວດ ຕໍ່ການພະນັນທາງອອນລາຍ ການຫລອກລວງ ທາງໂທລະຄົມ, ການຄ້າຂາຍຢາເສບຕິດ ແລະ ການເຄື່ອນໄຫວ ກໍ່ອາຊະຍາກຳອື່ນໆ ເພື່ອປົກປ້ອງຜົນປະໂຫຍດ ແລະ ຄວາມປອດໄພຂອງປະຊາຊົນ ສອງປະເທດຢ່າງແທ້ຈິງ. ສປ ຈີນ ສະໜັບສະໜູນ ທຸກຝ່າຍຂອງມຽນມາ ໃນການສົ່ງເສີມ ສັນຕິ ພາບ ແລະ ຄວາມປອງດອງ ໂດຍຜ່ານການເຈລະຈາ, ບັນລຸໃຫ້ພາກເໜືອຂອງມຽນມາ ມີຄວາມສະຫງົບທີ່ຍືນຍົງ.

   ຈາກນັ້ນ ທ່ານ ມິນອອງລາຍ ກ່າວວ່າ: ມຽນມາ ຂອບໃຈ ຕໍ່ການສະໜັບສະໜູນ ໄລຍະຍາວຂອງ ສປ ຈີນ ຕໍ່ການພັດທະນາ ສະຖຽນລະພາບ ແລະ ຄວາມປອງດອງຂອງມຽນມາ, ມຽນມາ ຈະເດັດດ່ຽວເຄົາລົບຫລັກການ ປະເທດຈີນດຽວ ແລະ ຄອງຄອຍ ຈະເພີ່ມທະວີ ການຮ່ວມມືກັບ ສປ ຈີນ ຢ່າງຮອບດ້ານ, ຮ່ວມກັນກໍ່ສ້າງ ແລວເສດຖະກິດ ມຽນມາ-ຈີນ, ຍົກສູງລະດັບການຄ້າ ແລະ ການລົງທຶນ. ມຽນມາ ຈະໃຫ້ຄວາມສຳຄັນ ໃນລະດັບສູງ ແລະ ອອກແຮງຢ່າງສຸດຂີດເພື່ອຮັບປະກັນ ຄວາມປອດໄພ ຂອງວິສາຫະກິດຈີນ ແລະ ບຸກຄະລາກອນຂອງ ສປ ຈີນ ທີ່ຢູ່ມຽນມາ.ມຽນມາ ຍິນດີປະສານງານກັບຈີນຢ່າງໃກ້ຊິດ ເພື່ອປາບປາມ ການພະນັນທາງອອນລາຍ ແລະ ການລອກລວງ ທາງໂທລະຄົມ,ຮັກສາຄວາມໝັ້ນຄົງ ຢູ່ເຂດຊາຍແດນ. ມຽນມາ ສະໜັບສະໜູນ ຢ່າງເຕັມທີ່ຕໍ່ 4 ຂໍ້ລິເລິ່ມທົ່ວໂລກ ທີ່ສະເໜີໂດຍ ທ່ານປະທານ ສີ ຈິ້ນຜິງ,ຍິນດີເພີ່ມທະວີ ການແລກປ່ຽນ ແລະ ການຮ່ວມມືກັບ ສປ ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top