ການຕັດສິນໃຈຢ່າງກ້າຫານ ທີ່ຈະກ້າວອອກຈາກຄວາມຮຸນແຮງ

17/06/2026 10:03
Email Print 117
ຂປລ ຂປລ. ສໍາລັບຫລາຍຄົນ, ຄວາມຮຸນແຮງບໍ່ພຽງແຕ່ແມ່ນທາງຮ່າງກາຍເທົ່ານັ້ນ, ມັນແມ່ນການແບກຫາບພາລະປະຈໍາວັນ ຈາກການຖືກຄວບຄຸມ, ຖືກຮ້ອງໃສ່, ຖືກດູຖູກ, ຖືກແຍກໃຫ້ຢູ່ໂດດດ່ຽວ ຫລື ຖືກເຮັດໃຫ້ຮູ້ສຶກອ່ອນກໍາລັງ ພາຍໃນເຮືອນຂອງຕົນເອງ. ມັນແມ່ນຄວາມເຊື່ອທີ່ວ່າ ຜູ້ຍິງຄວນເຮັດວຽກເຮືອນ, ຢູ່ຢ່າງງຽບໆ, ລ້ຽງລູກ ແລະ ຍອມຮັບສິ່ງທີ່ເກີດຂຶ້ນກັບຕົນເອງ.

ຂປລ.ສໍາລັບຫລາຍຄົນ, ຄວາມຮຸນແຮງບໍ່ພຽງແຕ່ແມ່ນທາງຮ່າງກາຍເທົ່ານັ້ນ, ມັນແມ່ນການແບກຫາບພາລະປະຈໍາວັນ ຈາກການຖືກຄວບຄຸມ, ຖືກຮ້ອງໃສ່, ຖືກດູຖູກ, ຖືກແຍກໃຫ້ຢູ່ໂດດດ່ຽວ ຫລື ຖືກເຮັດໃຫ້ຮູ້ສຶກອ່ອນກໍາລັງ ພາຍໃນເຮືອນຂອງຕົນເອງ. ມັນແມ່ນຄວາມເຊື່ອທີ່ວ່າ ຜູ້ຍິງຄວນເຮັດວຽກເຮືອນ, ຢູ່ຢ່າງງຽບໆ, ລ້ຽງລູກ ແລະ ຍອມຮັບສິ່ງທີ່ເກີດຂຶ້ນກັບຕົນເອງ.

ທ່ານ ນາງ ສຸກວິໄລ ວຽງໄຊ ກ່າວວ່າ: ຕົນເອງກໍາເນີດ ແລະ ເຕີບໃຫຍ່ ຢູ່ແຂວງອັດຕະປື ແລະ ໄດ້ຮັບໜ້າທີ່ເປັນຮອງປະທານສະຫະພັນແມ່ຍິງແຂວງ ທີ່ເມືອງສະໜາມໄຊ.“ໃນຖານະຜູ້ຍິງ, ຂ້ອຍບໍ່ຢາກເຫັນຜູ້ຍິງ ແລະ ເດັກຍິງຖືກທໍາຮ້າຍ,ຂ້ອຍຢາກໃຫ້ແມ່ຍິງເປັນອິດສະລະ ຈາກຄວາມຮຸນແຮງທຸກຮູບແບບ ແລະ ຈາກການປະຕິບັດທີ່ເປັນອັນຕະລາຍ. ການສະໜັບສະໜູນແມ່ຍິງ ແລະ ເດັກນ້ອຍ ທີ່ຖືກຜົນກະທົບຈາກຄວາມຮຸນແຮງຢູ່ໃນເມືອງສະໜາມໄຊ ແຂວງອັດຕະປື ແມ່ນເລີ່ມຂຶ້ນໃນປີ 2018 ເປັນຕົ້ນມາ ດ້ວຍການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNFPA) ແລະ ອຸຍນີເຊັບ (UNICEF). ການບໍລິການສໍາລັບແມ່ຍິງ ແລະ ເດັກນ້ອຍ ແມ່ນມີຄວາມເຂັ້ມແຂງຂຶ້ນ ໂດຍຜ່ານການໃຫ້ຄໍາປຶກສາ ແລະ ການຕອບໂຕ້ໄພພິບັດ. ໃນປີ 2023, ອົງການສະຫະປະຊາຊາດເພື່ອການພັດທະນາ ໄດ້ສະໜັບສະໜູນການສ້າງສູນແຫ່ງໃໝ່ ເພື່ອໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານສະຫະພັນແມ່ຍິງຂັ້ນແຂວງ ແລະ ເມືອງ ໂດຍເນັ້ນເອົາຜູ້ລອດຊີວິດເປັນໃຈກາງ ແລະ ວິທີເຊື່ອມສານການລົງເຄື່ອນໄຫວໃນຊຸມຊົນ ກັບການໃຫ້ຄໍາປຶກສາເຄື່ອນທີ່ ເພື່ອຂະຫຍາຍການເຂົ້າເຖິງສໍາລັບແມ່ຍິງ ແລະ ເດັກຍິງໃນຊຸມຊົນທີ່ຫ່າງໄກສອກຫລີກ ຊຶ່ງການສະໜັບສະໜູນນີ້ມີຄວາມສໍາຄັນຫລາຍ ເພາະວ່າ ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນເຊື່ອມໂຍງຢ່າງເລິກເຊິ່ງ ກັບບັນທັດຖານທາງສັງຄົມທີ່ເປັນອັນຕະລາຍ, ຄວາມບໍ່ເທົ່າທຽມກັນ ຂອງອໍານາດພາຍໃນຄອບຄົວ, ຄວາມທຸກຍາກ ແລະ ລະດັບການສຶກສາທີ່ຍັງຕໍ່າ.ໃນຫລາຍຊຸມຊົນ, ແມ່ຍິງຍັງຜະເຊີນກັບການຄອບຄອງ ແລະ ກົດຂີ່ຈາກຜູ້ຊາຍ, ແມ່ຍິງບາງຄົນ ບໍ່ຮູ້ສິດທິຂອງຕົນເອງ, ບາງຄົນກໍຮູ້ວ່າພວກເຂົາກໍາລັງທຸກທໍລະມານ, ແຕ່ບໍ່ສາມາດໜີອອກໄປໄດ້ ເພາະວ່າພວກເຂົາຂາດການສຶກສາ, ບໍ່ມີລາຍໄດ້, ບໍ່ມີວຽກ ຫລື ບໍ່ມີບ່ອນປອດໄພທີ່ຈະໄປ ແມ່ນແຕ່ຜູ້ຍິງທີ່ຫາເງິນໄດ້ ກໍອາດຈະຜະເຊີນກັບຄວາມຮຸນແຮງ ເມື່ອຜົວຂອງພວກເຂົາຮູ້ສຶກຖືກຄຸກຄາມ ຍ້ອນຄວາມເປັນເອກະລາດຂອງແມ່ຍິງ.

 

ໃນແຕ່ລະປີ, ມີແມ່ຍິງປະມານ 10 ຄົນເຂົ້າມາຊອກຫາບ່ອນລີ້ໄພ ຫລື ທີ່ພັກ ຜ່ານການບໍລິການທີ່ລາວສະໜັບສະໜູນ, ແຕ່ທ່ານ ນາງ ສຸກວິໄລ ຮູ້ວ່າຕົວເລກນີ້ ບໍ່ໄດ້ສະແດງໃຫ້ເຫັນຄວາມເປັນຈິງທັງໝົດ. ຫລາຍກໍລະນີບໍ່ເຄີຍຖືກລາຍງານ ແມ່ຍິງຫລາຍຄົນຍັງຄົງທຸກທໍລະມານຢ່າງງຽບໆ ຢູ່ຫລັງປະຕູທີ່ຖືກປິດໄວ້ ແລະ ນັ້ນຄືເຫດຜົນທີ່ວ່າ ການເຜີຍແຜ່ຂໍ້ມູນ ແມ່ນສໍາຄັນເປັນຢ່າງຍິ່ງ.

ຕະຫລອດຫລາຍປີທີ່ຜ່ານມາ, ໄດ້ຈັດການສໍາມະນາໃນຊຸມຊົນ, ເຜິຍແຜ່ຂໍ້ມູນຜ່ານທາງວິທະຍຸ, ສື່ສັງຄົມອອນລາຍ ແລະ ໂທລະໂຄ່ງໃນບ້ານ ເພື່ອເວົ້າເຖິງຄວາມຮຸນແຮງ, ສິດທິ ແລະ ການສະໜັບສະໜູນທີ່ມີ. ເວລາຜ່ານໄປ, ລາວກໍເລີ່ມສັງເກດເຫັນການປ່ຽນແປງ, ປະຊາຊົນ ເລີ່ມເຂົ້າຮ່ວມການຝຶກອົບຮົມຫລາຍຂຶ້ນ, ແມ່ຍິງຫລາຍຄົນເລີ່ມກ້າທີ່ຈະຂໍຄໍາປຶກສາ, ສາຍໂທເຂົ້າຂໍຄໍາປຶກສາຜ່ານສາຍດ່ວນຫລາຍຂຶ້ນ, ສື່ສັງຄົມອອນລາຍ ກາຍເປັນພື້ນທີ່ທີ່ມີການເຄື່ອນໄຫວ ແລະ ສາມາດເຂົ້າເຖິງຜູ້ຄົນຫຼາຍຂຶ້ນ ແລະ ສິ່ງທີ່ສໍາຄັນທີ່ສຸດ ແມ່ຍິງໄດ້ເລີ່ມຮູ້ສຶກກ້າຫານຂຶ້ນ ເພື່ອທີ່ຈະກ້າວຂາອອກຈາກຄວາມສໍາພັນທີ່ເປັນພິດ ໂດຍບໍ່ຕ້ອງຢ້ານວ່າໄທບ້ານຈະເວົ້າໃຫ້ແນວໃດ. ຜູ້ຍິງທີ່ກ້າວຂາອອກຈາກຄວາມຮຸນແຮງ ບໍ່ພຽງແຕ່ເປັນການອອກຈາກຄວາມສໍາພັນ ທີ່ເປັນອັນຕະລາຍເທົ່ານັ້ນ, ແຕ່ກໍາລັງຮຽກຮ້ອງສຽງ ແລະ ສິດທິຂອງຕົນເອງຄືນ.

ແນວໃດກໍຕາມ, ວຽກງານນີ້ ຍັງສືບຕໍ່ພົບຄວາມຫຍຸ້ງຍາກ ເນື່ອງຈາກປັດຈຸບັນ ສູນໃຫ້ຄໍາປຶກສາ ມີພະນັກງານປະຈໍາການພຽງແຕ່ 4 ຄົນ. ສາຍດ່ວນ ແມ່ນໃຫ້ບໍລິການ ພຽງແຕ່ໃນໂມງລັດຖະການເທົ່ານັ້ນ ເນື່ອງຈາກງົບປະມານຈໍາກັດ, ງົບປະມານແມ່ນບໍ່ພຽງພໍ ທີ່ຈະຈັດການຝຶກອົບຮົມ ແລະ ກິດຈະກໍາເຄື່ອນທີ່ ເທົ່າທີ່ຕ້ອງການ. ໃນບາງກໍລະນີ, ແມ່ຍິງໃນເມືອງສະໜາມໄຊ ທີ່ແຕ່ງງານກັບສາມີຕ່າງປະເທດ ແລະ ຜະເຊີນກັບການກົດຂີ່ ກໍເຂົ້າມາຊອກຫາຄວາມຊ່ວຍເຫລືອເຊັ່ນກັນ.ນອກນັ້ນ,ການປະສານງານກັບຕໍາຫລວດແມ່ນມີຄວາມສໍາຄັນ, ໂດຍສະເພາະເມື່ອຕ້ອງຊ່ວຍເຫລືອຢ່າງຮີບດ່ວນ ເພື່ອປົກປ້ອງຜູ້ເຄາະຮ້າຍ.

ທ່ານນາງ ສຸກວິໄລ ກ່າວຕື່ມວ່າ: ຂ້ອຍຢາກໃຫ້ໄວໜຸ່ມເຕີບໂຕ ແລະ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ແມ່ຍິງ ແລະ ໄວໜຸ່ມຕ້ອງການຄວາມຮູ້, ທັກສະ, ວຽກເຮັດງານທໍາ ແລະ ລາຍໄດ້.ດັ່ງນັ້ນ,  ພວກເຂົາຈໍາເປັນຕ້ອງຮູ້ວິທີປົກປ້ອງຕົນເອງຈາກຄວາມຮຸນແຮງ, ການຫລອກລວງ ແລະ ຄວາມທຸກຍາກ.

    

ເປັນເວລາ 50 ປີ ທີ່ອົງການ UNFPA ໄດ້ເຮັດວຽກຮ່ວມກັບ ສປປ ລາວ ເພື່ອຊຸກຍູ້ສິດທິ, ທາງເລືອກ, ກຽດສັກສີ ແລະ ຄວາມປອດໄພຂອງແມ່ຍິງ ແລະ ເດັກຍິງ. ຄວາມຄືບໜ້າບໍ່ໄດ້ຖືກວັດແທກ ພຽງແຕ່ດ້ານໃນນະໂຍບາຍ ຫລື ການຝຶກອົບຮົມເທົ່ານັ້ນ, ມັນຖືກວັດແທກ ໂດຍການທີ່ຜູ້ຍິງຍົກໂທລະສັບເພື່ອຊອກຫາການຊ່ວຍເຫລືອ, ການທີ່ຜູ້ລອດຊີວິດ ກ້າວເຂົ້າຫ້ອງໃຫ້ຄໍາປຶກສາ, ການທີ່ເດັກຍິງໄດ້ຮຽນຮູ້ວ່າ ຄວາມຮຸນແຮງບໍ່ແມ່ນຊະຕາກໍາຂອງຕົນເອງ, ການທີ່ແມ່ຄົນໜຶ່ງ ຕັດສິນໃຈກ້າວອອກໄປ ຢ່າງກ້າຫານ.

KPL

ຂ່າວອື່ນໆ

ads
ads

Top