ຂປລ
ກອງປະຊຸມ ສຳມະນາ ວຽກງານກໍ່ສ້າງພັກ ທົ່ວປະເທດຈີນ ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ເມື່ອບໍ່ດົນມານີ້.ໃນກອງປະຊຸມຄັ້ງນີ້ຳດ້ຊີ້ອອກວ່າ: ແນວຄິດກ່ຽວກັບ ການກໍ່ສ້າງພັກຂອງ ທ່ານ ສີ ຈິ້ນຜິງ ແມ່ນຫລັກການພື້ນຖານ ໃນການເພີ່ມທະວີ ການກໍ່ສ້າງພັກໃນຍຸກໃໝ່.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ສຳມະນາ ວຽກງານກໍ່ສ້າງພັກ ທົ່ວປະເທດຈີນ ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ເມື່ອບໍ່ດົນມານີ້.ໃນກອງປະຊຸມຄັ້ງນີ້ຳດ້ຊີ້ອອກວ່າ: ແນວຄິດກ່ຽວກັບ ການກໍ່ສ້າງພັກຂອງ ທ່ານ ສີ ຈິ້ນຜິງ ແມ່ນຫລັກການພື້ນຖານ ໃນການເພີ່ມທະວີ ການກໍ່ສ້າງພັກໃນຍຸກໃໝ່. ແນວຄິດດັ່ງກ່າວ ໄດ້ລະບຸຢ່າງຈະແຈ້ງວ່າ: ການຍຶດໝັ້ນການນຳພາຂອງພັກ ແມ່ນລັກສະນະພິເສດ ທີ່ແທ້ຈິງທີ່ສຸດ ຂອງສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປຈີນ, ການຍຶດໝັ້ນ ການນຳພາ ຢ່າງລວມສູນ ແລະ ເປັນເອກະພາບຂອງພັກ, ການຍຶດໝັ້ນ ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ, ການຍຶດໝັ້ນບໍ່ຫລົງລືມ ອຸດົມການ ແຕ່ຫົວທີ ແລະ ຈົດຈຳພາລະກຳ, ກາຍຍຶດໝັ້ນ ຖືເອົາການກໍ່ສ້າງ ທາງການເມືອງຂອງພັກ ເປັນສິ່ງນຳພາ, ການຍຶດໝັ້ນ ການຝຶກຝົນຫລໍ່ ຫລອມ ທາງຈິດໃຈ ດ້ວຍທິດສະດີ ປະດິດສ້າງໃໝ່ຂອງພັກ, ການຍຶດໝັ້ນ ການຫລໍ່ຫລອມ ສະຕິພັກ ທີ່ເຂັ້ມແຂງ, ການຍຶດໝັ້ນ ລະບົບການຈັດຕັ້ງ ທີ່ໂລ່ງລ່ຽນ ແລະ ປະຕິບັດຢ່າງແຂງແຮງ, ການຍຶດໝັ້ນ ກໍ່ສ້າງຖັນແຖວ ພະນັກງານ ທີ່ມີຄຸນທາດສູງ ແລະ ສາມາດຮັບໜ້າທີ່ ອັນໜັກແໜ້ນໃນການຟື້ນຟູ ຄວາມຈະເລີນ ຮຸ່ງເຮືອງ ຂອງຊົນຊາດ, ການຍຶດໝັ້ນກົນໄກ ໄລຍະຍາວ ໃນການຊຸກຍູ້ການກໍ່ສ້າງແບບແຜນ ຢ່າງເປັນປົກກະຕິ, ການຍຶດໝັ້ນຄຸ້ມຄອງທົ່ວພັກ ດ້ວຍລະບຽບວິໄນພັກ ທີ່ເຂັ້ມງວດ, ການຍຶດໝັ້ນການຊຸກຍູ້ການບໍ່ກ້າສໍ້ລາດບັງຫລວງ, ບໍ່ສາມາດສໍ້ລາດບັງຫລວງ ແລະ ບໍ່ຢາກສໍ້ລາດບັງຫລວງ ຢ່າງເປັນເອກະພາບກັນ, ການຍຶດໝັ້ນ ຄຸ້ມຄອງພັກ ຕາມລະບຽບການ ແລະ ລະບຽບວິໄນ, ການຍຶດໝັ້ນການຈັດຕັ້ງປະຕິບັດໜ້າທີ່ ການເມືອງ ໃນການຄຸ້ມຄອງພັກ ເຊິ່ງມີເນື້ອໃນທີ່ອຸດົມສົມບູນ ແລະ ມີລະບົບ ທີ່ເຂັ້ມງວດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL