ຫາລືທິດທາງພັດທະນາບົດແນະນຳແຫ່ງຊາດວ່າດ້ວຍການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ

08/09/2026 10:14
Email Print 6166
ຂປລ ເມື່ອບໍ່ດົນມານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ/LNCCI) ຈັດກອງປະຊຸມປຶກສາຫາລືສາມຝ່າຍ ຄັ້ງທີ 1 ກ່ຽວກັບການພັດທະນາບົດແນະນຳແຫ່ງຊາດ ວ່າດ້ວຍການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ (Responsible Business Conduct-RBC) ໃນ ສປປ ລາວ ເພື່ອເປີດເວທີໃຫ້ຜູ້ຕາງໜ້າຈາກພາກລັດ, ອົງກອນຕາງໜ້າຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ສະມາຄົມທຸລະກິດ, ວິສາຫະກິດ, ອົງການແຮງງານສາກົນ (ILO) ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມແລກປ່ຽນຄຳເຫັນ ເພື່ອເສີມສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບ RBC.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບສະພາບຕົວຈິງ, ຄວາມຕ້ອງການ ແລະ ຂໍ້ຈຳກັດຂອງວິສາຫະກິດລາວ ໂດຍສະເພາະຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອໃຫ້ບົດແນະນຳທີ່ຈະພັດທະນາຂຶ້ນ ມີຄວາມເຂົ້າໃຈງ່າຍ, ນຳໃຊ້ໄດ້ຈິງ ແລະ ເໝາະສົມກັບວິສາຫະກິດທຸກຂະໜາດ. ພ້ອມນີ້, ຍັງໄດ້ທົບທວນ ແລະ ປຶກສາຫາລືຮ່າງອົງປະກອບ ແລະ ຂອບເຂດໜ້າທີ່ຂອງກຸ່ມ “ຜູ້ຕາງໜ້າ RBC” ຫຼື RBC Champions. ກຸ່ມດັ່ງກ່າວ ຖືກສະເໜີໃຫ້ເປັນກົນໄກສຳລັບການປຶກສາຫາລື, ການຮ່ວມພັດທະນາ, ການທົບທວນ ແລະ ການຮ່ວມກຳນົດທິດທາງຂອງບົດແນະນຳ.

ໂອກາດນີ້, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເນັ້ນເຖິງຄວາມພ້ອມຂອງ ສຄອຊ ໃນການສະໜັບສະໜູນ ແລະ ເປັນຫຼັກໃນການປະສານງານໂຄງການລິເລີ່ມນີ້. ສຄອຊ ພ້ອມທີ່ຈະເປັນຫຼັກໃນການຈັດຕັ້ງປະຕິບັດໂຄງການລິເລີ່ມນີ້ ໃນຖານະອົງກອນຕາງໜ້າຜູ້ໃຊ້ແຮງງານ, ແຕ່ການພັດທະນາ RBC ບໍ່ສາມາດເຮັດໂດຍຝ່າຍໃດຝ່າຍໜຶ່ງ ພວກເຮົາຕ້ອງການຄຳເຫັນ ແລະ ການແລກປ່ຽນປະສົບການຈາກພາກລັດ, ສູນກາງສະຫະພັນກຳມະບານລາວ, ສະມາຄົມທຸລະກິດ ແລະ ວິສາຫະກິດ.

ພ້ອມກັນນີ້, ທ່ານ ວິບູນ ສິດທິມໍລະດາ ຄະນະບໍລິຫານງານ ສຄອຊ ກໍໄດ້ເນັ້ນເຖິງຄວາມສຳຄັນທາງຍຸດທະສາດຂອງ RBC ຕໍ່ການກະກຽມຄວາມພ້ອມຂອງວິສາຫະກິດລາວ ໃນໄລຍະການປ່ຽນຜ່ານຂອງປະເທດ. ໃນຂະນະທີ່ ສປປ ລາວ ກຳລັງກະກຽມກ້າວພົ້ນຈາກສະຖານະປະເທດດ້ອຍພັດທະນາ (LDC), ການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບຈະມີຄວາມຈຳເປັນຢ່າງຍິ່ງຕໍ່ການຮັກສາໂອກາດໃນການເຂົ້າເຖິງຕະຫຼາດ ແລະ ການເສີມສ້າງຂີດຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດລາວ, ແຜນວຽກງານທີ່ມີຄຸນຄ່າ ແລະ ເປັນທຳ (DWCP) ສະບັບໃໝ່ ເປັນເວທີສຳຄັນໃນການຊ່ວຍໃຫ້ພາກທຸລະກິດກະກຽມຄວາມພ້ອມ ສຳລັບການປ່ຽນຜ່ານດັ່ງກ່າວ.

ຂໍ້ມູນ-ພາບ: ສຄອຊ

KPL

ຂ່າວອື່ນໆ

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

    • ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນເສດຖະກິດ

      ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

      10/8/2026 10:07:32 AM

      ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ເອດີບີ ຄາດຄະເນເສດຖະກິດລາວຈະຂະຫຍາຍໂຕ 4% ໃນປີ 2026ເສດຖະກິດ

      ເອດີບີ ຄາດຄະເນເສດຖະກິດລາວຈະຂະຫຍາຍໂຕ 4% ໃນປີ 2026

      9/24/2026 5:45:55 PM

      ອີງຕາມບົດລາຍງານ ທ່າອ່ຽງການພັດທະນາອາຊີ ສະບັບຫຼ້າສຸດ ທີ່ທະນາຄານພັດທະນາອາຊີ (ADB) ເຜີຍແຜ່ໃນວັນທີ 23 ກັນຍາ 2026 ໃຫ້ຮູ້ວ່າ: ການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ໃນລະດັບ 4% ໃນປີ 2026 ກ່ອນຈະປັບຕົວດີຂຶ້ນເປັນ 4,5% ໃນປີ 2027, ເຖິງວ່າສະຖຽນລະພາບດ້ານເສດຖະກິດມະຫາພາກຈະດີຂຶ້ນ ສປປ ລາວ ຍັງຄົງມີຄວາມບອບບາງ ຕໍ່ແຮງກະທົບຈາກພາຍນອກ ແລະ ຄວາມສ່ຽງທີ່ກ່ຽວພັນກັບສະພາບດິນຟ້າອາກາດ.

    • ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າເສດຖະກິດ

      ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າ

      9/16/2026 9:42:35 AM

      ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ລົງຕິດຕາມຊຸກຍູ້ການຜະລິດພືດຜັກຂອງປະຊາຊົນ ຢູ່ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນ ເພີ່ມການຜະລິດພືດຜັກທີ່ມີຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ໃນການສະໜອງໃຫ້ການບໍລິໂພກພາຍໃນແຂວງຢ່າງພຽງພໍ ເພື່ອຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ.

ads
ads

Top