ອົງການໄອຍະການປະຊາຊົນ ສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາ ໄລຍະ 5 ປີ

14/10/2026 09:32
ຂປລ ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021-2025), ກຳນົດທິດທາງແຜນການ 5 ປີ (2026-2030) ແລະ ເຜີຍແຜ່ເຊ່ືອມຊຶມຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ຈັດຂຶ້ນໃນວັນທີ 13 ຕຸລາ 2026.

      ຂປລ.  ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫລວງ ສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ຫົວໜ້າກົມ, ສະຖາບັນຄ້ົນຄວ້າ ແລະ ຝຶກອົບຮົມໄອຍະການອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫລວງວຽງຈັນ ແລະ ເຂດ ໃນທ່ົວປະເທດເຂ້ົາຮ່ວມທັງແບບເຊິ່ງໜ້າ ແລະ ແບບທາງໄກ.

    ສະຫາຍ ຄໍານຸທອນ ສູນວິເລີດ ກໍາມະການຄະນະບໍລິຫານງານພັກ, ຮອງປະທານກວດກາພັກ, ຫົວໜ້າກົມກວດກາອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກ ງານກວດກາອົງການໄອຍະການປະຊາຊົນໄລຍະ 5 ປີ (2021- 2025), ກຳນົດທິດທາງແຜນການ 5 ປີ(2026-2030)ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານກວດກາຜ່ານມາ. ພ້ອມກັນນັ້ນ, ຄະນະນໍາອົງການໄອຍະການປະຊາຊົນສູງສຸດ ກໍໄດ້ຈັດຕ້ັງເຊ່ືອມຊຶມ,  ເຜີຍແຜ່ເນື້ອໃນຈິດໃຈ ແລະ ຜົນສຳເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V, ມະຕິກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ຄຳແນະນຳການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ ແລະ ແຜນພັດທະນາວຽກງານກວດກາ 5 ປີ (2026-2030).

    ໂອກາດດ່ັງກ່າວ, ສະຫາຍ ວັນໄຊ ພອງສະຫວັນ ໄດ້ນໍາເອົາເນື້ອໃນສໍາຄັນຂອງບົດໂອ້ລົມສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ກ່າວຕໍ່ກອງປະຊຸມວຽກງານກວດກາທ່ົວປະເທດ ຄ້ັງທີ V ໃນ ວັນທີ 2 ກໍລະກົດ 2026 ຜ່ານມາ ມາເຜີຍແຜ່ເຊື່ອມຊຶມໃຫ້ບັນດາພະນັກງານ-ລັດຖະກອນພາຍໃນອົງການໄອຍະການປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນຢ່າງເລິກເຊິ່ງ, ພ້ອມທັງເນັ້ນຫລາຍບັນຫາສຳຄັນທ່ີຕ້ອງເອົາໃຈໃສ່ຜັນຂະຫຍາຍໃຫ້ເປັນຮູບປະທຳເປັນ ຕົ້ນການກໍ່ສ້າງພັກ-ພະນັກງານ, ການຍົກສູງຄຸນນະພາບວຽກງານກວດກາ ແລະ ການດຳເນີນຄະດີມີຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ, ການປະສານສົມທົບລະຫວ່າງບັນດາອົງການ ໃນຂະບວນການຍຸຕິທຳ, ການຜັນຂະຫຍາຍມະຕິຂອງພັກ, ການຮ່ວມມືກັບຕ່າງປະເທດ ແລະ ການປັບປຸງແບບແຜນການນຳພາ. ບັນດາເນື້ອໃນດັ່ງກ່າວ ລ້ວນແຕ່ເປັນບັນຫາສຳຄັນທີ່ຕ້ອງໄດ້ຮັບການເອົາໃຈໃສ່ ແລະ ນຳໄປຈັດຕ້ັງປະຕິບັດຢ່າງເຂັ້ມງວດ, ໂດຍສະເພາະການຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານກວດກາ, ວຽກງານໄອຍະການປະຊາຊົນ, ການຮັບປະກັນຄວາມຍຸຕິທຳ, ການປະຕິບັດກົດໝາຍຢ່າງເຄັ່ງຄັດ ແລະ ການປະສານສົມທົບລະຫວ່າງອົງການທີ່ກ່ຽວຂ້ອງ ເພື່ອໃຫ້ການດຳເນີນວຽກງານເປັນໄປຢ່າງມີເອກະພາບ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບ ກົດໝາຍ.

          ຂ່າວ: ອອປສ


KPL

ຂ່າວອື່ນໆ

    • ບັນຫາຢາເສບຕິດຖືເປັນອາຊະຍາກຳທີ່ຮ້າຍແຮງທີ່ສຸດຕໍ່ການດຳລົງຊີວິດຂອງມວນມະນຸດບົດ-ສາລະຄະດີ

      ບັນຫາຢາເສບຕິດຖືເປັນອາຊະຍາກຳທີ່ຮ້າຍແຮງທີ່ສຸດຕໍ່ການດຳລົງຊີວິດຂອງມວນມະນຸດ

      10/14/2026 9:25:40 AM

      ບັນຫາຢາເສບຕິດຖືເປັນອາຊະຍາກໍາທີ່ຮ້າຍແຮງທີ່ສຸດຕ່ໍການດໍາລົງຊີວິດຂອງມວນມະນຸດ, ມັນທໍາລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເສດຖະກິດ, ວັດທະນະທໍາ ຊຶ່ງຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບຢາເສບຕິດໃນທຸກໆກໍລະນີ, ນັບທັງຜູ້ຖືກເຄາະຮ້າຍຈາກຢາເສບຕິດລ້ວນແຕ່ເປັນພິດໄພ, ມີຜົນຮ້າຍຕ່ໍຊີວິດ, ສຸຂະພາບ, ຊັບສິນຂອງສັງຄົມ ຫລື ສ້າງບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກຄົນ, ຄອບຄົວ ແລະ ຍາດພີ່ນ້ອງ.

    • ຫລວງພະບາງ ຕັ້ງເປົ້າສ້າງຄອບຄົວພົ້ນທຸກກວ່າ 10 ພັນຄອບຄົວ ໃນ 5 ວຽກຈຸດສຸມບົດ-ສາລະຄະດີ

      ຫລວງພະບາງ ຕັ້ງເປົ້າສ້າງຄອບຄົວພົ້ນທຸກກວ່າ 10 ພັນຄອບຄົວ ໃນ 5 ວຽກຈຸດສຸມ

      10/13/2026 11:46:22 AM

      ຂປລ. ແຂວງຫລວງພະບາງ ຕັ້ງເປົ້າສູ່ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 10.927 ຄອບຄົວ, ສ້າງບ້ານພົ້ນທຸກຫລາຍກວ່າ 111 ບ້ານ ແລະ ສ້າງເມືອງພົ້ນທຸກ 2 ເມືອງໃນໄລຍະປີ 2027-2030, ຜ່ານການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ.

    • ຫັດຖະກໍາຕໍ່າແຜ່ນເອກະລັກທາງພູມປັນຍາຂອງເຜົ່າກະຕູ່ບົດ-ສາລະຄະດີ

      ຫັດຖະກໍາຕໍ່າແຜ່ນເອກະລັກທາງພູມປັນຍາຂອງເຜົ່າກະຕູ່

      10/13/2026 11:43:47 AM

      ຂປລ. ຫັດຖະ​ກໍາ​ຕໍ່າ​ແຜ່ນ​ຂອງ​ຊົນ​ເຜົ່າ​ກະ​ຕູ່ ​ເປັນ​ອີກ​ຜະລິດ​ຕະພັນໜຶ່ງ ທີ່​ມີ​ເອກະລັກ​ໂດດ​ເດັ່ນສະດຸດ​ຕາ​​ໃນ ງານ​ຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ (ຕຶກອາຄານ​ເກົ່າ) ​ໃນອາທິດ​ຜ່ານ​ມາ, ​ ດ້ວຍ​ເອກະລັກດ້ານລວດລາຍ,​ ສີສັນ​ທີ່​ສວຍ​ງາມ, ຄວາມ​ປານີດຂອງ​ເນື້ອ​ແພ ​ແລະ ການ​ປັກມຸກ​ປະດັບ​ປະດາ​ ​ເປັນ​ຮູບ​ພາບ​ຕ່າງໆ ທີ່​ພັນ​ລະນາ​ເຖິງ​ການ​ດໍາລົງ​ຊີວິດ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊົນ​ເຜົ່າ​ນັ້ນ​ເອງ

    • ແນວທາງການອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງລາວ ກ້າວຂຶ້ນສູ່ສັງຄົມນິຍົມບົດ-ສາລະຄະດີ

      ແນວທາງການອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງລາວ ກ້າວຂຶ້ນສູ່ສັງຄົມນິຍົມ

      10/12/2026 2:04:51 PM

      ຂປລ. ພາຍຫລັງການສະຖາປະນາ ສປປ ລາວ ໃນປີ 1975, ປະເທດລາວໄດ້ຜ່ານຜ່າໄລຍະຟື້ນຟູຫລັງສົງຄາມດ້ວຍລະບົບເສດຖະກິດແບບລວມສູນ. ຈຸດປ່ຽນຄັ້ງປະຫວັດສາດເກີດຂຶ້ນໃນປີ 1986 ເມື່ອພັກປະຊາຊົນປະຕິວັດລາວ ໄດ້ປະກາດ "ແນວທາງປ່ຽນແປງໃໝ່" ໂດຍຫັນສູ່ເສດຖະກິດຕະຫລາດທີ່ມີການຄຸ້ມຄອງຂອງລັດ, ເປີດກວ້າງການລົງທຶນ ແລະ ເຊື່ອມໂຍງສູ່ສາກົນ

    • ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນພິເສດ ມີຫນຶ່ງບໍ່ມີສອງ ໃນໂລກບົດ-ສາລະຄະດີ

      ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນພິເສດ ມີຫນຶ່ງບໍ່ມີສອງ ໃນໂລກ

      10/12/2026 11:55:52 AM

      ຂປລ. ໃນປະຫວັດສາດສະໄໝໃໝ່ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫາຍາກທີ່ຈະມີສາຍພົວພັນໃດ ທີ່ໝັ້ນແກ່ນ, ບໍລິສຸດຜຸດຜ່ອງ, ເລິກເຊິ່ງ ແລະ ຍາວນານ ຄືດັ່ງ ສາຍພົວພັນພິເສດ ລາວ-ຫວຽດນາມ ແມ່ນຫາໄດ້ຍາກ. ສາຍພົວພັນດັ່ງກ່າວໄດ້ຖືກຫລໍ່ຫລອມຜ່ານການຕໍ່ສູ້, ການເສຍສະລະ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນ້ຳໃຈສາມັກຄີອັນເລິກເຊິ່ງຂອງປະຊາຊົນສອງຊາດ.

ads
ads

Top