ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

08/10/2026 10:07
Email Print 5575
ຂປລ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເຊັນບົດບັນທຶກການຮ່ວມມືຄັ້ງນີ້, ແນໃສ່ກຳນົດຂອບການຮ່ວມມືແບບຍຸດທະສາດລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດ ສູນລະຫັດສິນຄ້າລາວ ຈຳກັດ ເພື່ອສົ່ງເສີມການນຳໃຊ້ມາດຕະຖານ GS1 ໃນບັນດາສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນຫຼາຍຂະແໜງການ ເຊັ່ນ: ການຜະລິດ, ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ICT, ການຄ້າ ແລະ ໂລຈິສຕິກ ແລະ ອື່ນໆ. ພ້ອມທັງ, ເສີມສ້າງຄວາມສາມາດແຂ່ງຂັນຂອງສິນຄ້າ Made in Laos ຜ່ານການລະບຸສິນຄ້າຕາມມາດຕະຖານສາກົນ; ເພີ່ມທະວີການຕິດຕາມສິນຄ້າ, ຄວາມໂປ່ງໃສ ແລະ ການປະຕິບັດຕາມຂໍ້ກຳນົດການຄ້າສາກົນ ແລະ ຂໍ້ກຳນົດເຄືອຂ່າຍການເຊື່ອມໂຍງດີຈິຕອນ; ສະໜັບສະໜູນສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນການເຂົ້າເຖິງຕະຫຼາດໃນພາກພື້ນ ແລະ ຕະຫຼາດໂລກ ໂດຍນຳໃຊ້ບາໂຄດທີ່ສອດຄ່ອງກັບ GS1, ຄວາມປອດໄພດ້ານອາຫານ ແລະ ສິນຄ້າ, ການເຮັດໃຫ້ການຄ້າເປັນດີຈິຕອນ ແລະ ຄວາມຍືນຍົງ ໂດຍນຳໃຊ້ມາດຕະຖານ GS1 ແລະ ຂະຫຍາຍຊ່ອງທາງການຈຳໜ່າຍສິນຄ້າຜ່ານເຄືອຂ່າຍ GS1 ເພື່ອເລັ່ງການສົ່ງອອກ “Made in Laos” ສູ່ຕະຫຼາດສາກົນ.

GS1 ແມ່ນອົງການມາດຕະຖານສາກົນທີ່ເປັນກາງ ແລະ ບໍ່ສະແຫວງຫາກຳໄລ ແລະ ເປັນອົງການທີ່ໄດ້ຮັບອະນຸຍາດໃນການອອກເລກລະຫັດສິນຄ້າສາກົນ (GTIN) ຫຼື ທີ່ເອີ້ນກັນທົ່ວໄປວ່າບາໂຄດ ຊຶ່ງ GS1 ແມ່ນພາສາສາກົນຂອງທຸລະກິດຂອງໂລກ ເປັນພື້ນຖານລວມທີ່ຊ່ວຍໃຫ້ຄູ່ຄ້າທາງທຸລະກິດສາມາດລະບຸ, ບັນທຶກ ແລະ ແລກປ່ຽນຂໍ້ມູນສິນຄ້າທີ່ມີເອກະລັກໄດ້ຢ່າງລຽບງ່າຍ. ປັດຈຸບັນ, ລະບົບມາດຕະຖານດັ່ງກ່າວ, ຖືກນຳໃຊ້ໂດຍຫຼາຍກວ່າ 2 ລ້ານບໍລິສັດ, ໃນຫຼາຍກວ່າ 150 ປະເທດ ແລະ ມີການສະແກນບາໂຄດ GS1 ຫຼາຍກວ່າ 10 ຕື້ຄັ້ງຕໍ່ມື້.

ຂ່າວ: ກິດຕາ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ມອບໃຫ້ພາກເອກະຊົນຄຸ້ມຄອງພື້ນຖານໂຄງລ່າງແຫຼ່ງທ່ອງທ່ຽວ ນ້ຳຕົກຕາດແກ້ງຍຸຍເສດຖະກິດ

      ມອບໃຫ້ພາກເອກະຊົນຄຸ້ມຄອງພື້ນຖານໂຄງລ່າງແຫຼ່ງທ່ອງທ່ຽວ ນ້ຳຕົກຕາດແກ້ງຍຸຍ

      11/16/2026 10:34:38 AM

      ເຊັນສັນຍາບໍລິຫານຕາດແກ້ງຍຸຍ ຍົກລະດັບສິ່ງອຳນວຍຄວາມສະດວກແບບຄົບວົງຈອນ ພາຍຫຼັງໂຄງການ ADB ສະໜັບສະໜູນທຶນສ້າງສຳເລັດ

    • ໂຄງການໄຟຟ້າ 500 kV ລາວ-ຈີນຍົກລະດັບຄວາມໝັ້ນຄົງດ້ານພະລັງງານເສດຖະກິດ

      ໂຄງການໄຟຟ້າ 500 kV ລາວ-ຈີນຍົກລະດັບຄວາມໝັ້ນຄົງດ້ານພະລັງງານ

      11/12/2026 9:41:22 AM

      ໂຄງການເຊື່ອມຈອດຕາໜ່າງໄຟຟ້າ 500 kV ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ ແຕ່ຍັງຊ່ວຍຍົກລະດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າແຮງສູງດ້ວຍຕົນເອງ.

    • 9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%ເສດຖະກິດ

      9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%

      11/11/2026 2:12:18 PM

      ໃນໄລຍະ 9 ເດືອນຕົ້ນປີ 2026 ນີ້, ເສດຖະກິດຂອງນະຄອນຫຼວງວຽງຈັນ (ນວ) ຂະຫຍາຍຕົວຢູ່ໃນລະດັບ 6,2%, ຄາດຄະເນໝົດປີຈະໃຫ້ຂະຫຍາຍຕົວຢູ່ໃນລະດັບ 7,6% (ແຜນການປີໃຫ້ບັນລຸ 8%) ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 6,6%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 95.351,54 ຕື້ກີບ (ແຜນການປີໃຫ້ບັນລຸ 100.427 ຕື້ກີບ), GDP ສະເລ່ຍຕໍ່ຫົວຄົນ 106 ລ້ານກີບ (ແຜນການປີໃຫ້ໄດ້ 94,10 ລ້ານກີບ).

    • ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວເສດຖະກິດ

      ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວ

      10/30/2026 9:04:49 AM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ຂະໜາດ 600 ເມກາວັດ ເປັນໂຄງການພະລັງງານສະອາດທີ່ສຳຄັນຂອງ ສປປ ລາວ, ທັງເປັນໂຄງການຕົວແບບ, ເປັນມິດກັບສິ່ງແວດລ້ອມ ຊຶ່ງບໍ່ພຽງແຕ່ຜະລິດໄຟຟ້າຈາກພະລັງງານໝູນວຽນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມສ້າງເສດຖະກິດຂອງ ສປປ ລາວ ກໍຄື ສ້າງວຽກເຮັດງານທຳ, ພັດທະນາອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ ແລະ ຊຸມຊົນໃນພື້ນທີ່ໂຄງການ.

    • ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນເສດຖະກິດ

      ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ

      10/27/2026 8:33:33 PM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ໄດ້ສຸມໃສ່ຊຸກຍູ້ສົ່ງເສີມອາຊີບ, ສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ 29 ບ້ານ ໃນເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ຜ່ານການສ້າງໂອກາດມີວຽກເຮັດງານທຳ, ສົ່ງເສີມດ້ານກະສິກຳ ແລະ ພັດທະນາອາຊີບທີ່ສາມາດສ້າງລາຍຮັບໄດ້ໃນໄລຍະຍາວ.

ads
ads

Top