ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກ

19/10/2026 10:17
Email Print 222
ຂປລ ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືລະດັບຊາດ ວ່າດ້ວຍໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ (NTFPs) ໃນວັນທີ 16 ຕຸລາ 2026 ຢູ່ຕ່າງນະຄອນຫຼວງວຽງຈັນ

 ເພື່ອທົບທວນຍຸດທະສາດຂອງກົມປ່າໄມ້ ແລະ ຍຸດທະສາດວຽກງານປ່າໄມ້ບ້ານ, ວຽກງານໄມ້ປ່ອງ ແລະ ຫວາຍ; ທົບທວນບຸລິມະສິດຫຼັກຂອງລັດຖະບານ ແລະ ອົງການຈັດຕັ້ງຕ່າງໆ ພ້ອມທັງຫາລືວິທີການປັບປຸງ ແລະ ເຊື່ອມສານ ເພື່ອບັນລຸວິໄສທັດຮ່ວມກັນ; ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນຈາກໂຄງການ ແລະ ກິດຈະກຳຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ທັງຈາກອົງການຄູ່ຮ່ວມພັດທະນາ, ໂຄງການຮ່ວມມືສອງຝ່າຍ ແລະ ພາກເອກະຊົນ ເພື່ອເປີດໂອກາດໃຫ້ມີການສົນທະນາ, ຫາລືວິທີການຂະຫຍາຍຜົນ ແລະ ເສີມສ້າງການດຳເນີນງານໃຫ້ສອດຄ່ອງກັບບຸລິມະສິດຂອງລັດຖະບານ; ເພື່ອສ້າງການເຊື່ອມໂຍງນຳເອົາຜົນໄດ້ຮັບ ແລະ ບົດຮຽນຈາກກອງປະຊຸມສຳມະນານີ້ ໄປປະກອບເຂົ້າໃນຫົວຂໍ້ຂອງກອງປະຊຸມຄະນະວິຊາການປ່າໄມ້ບ້ານ (VFWG).

ກອງປະຊຸມຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ຄຳເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້, ມີຜູ້ຕາງໜ້າຈາກສູນກາງ ແລະ ທ້ອງຖິ່ນ (ແຂວງຫົວພັນ), ອົງການຄູ່ຮ່ວມພັດທະນາເຂົ້າຮ່ວມ ແລະ ຮັບຟັງການນຳສະເໜີກ່ຽວກັບບຸລິມະສິດຂອງກົມປ່າໄມ້ ເພື່ອການພັດທະນາຂະແໜງໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ; ບຸລິມະສິດທີ່ຕິດພັນກັບຂະແໜງໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ; ຍຸດທະສາດການພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງຂອງແຂວງຫົວພັນ; ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໂຄງການຫວາຍ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນທົບທວນບຸລິມະສິດຫຼັກຂອງກົມປ່າໄມ້, ພະແນກຄຸ້ມຄອງທຸລະກິດໄມ້ ແລະ ເຄື່ອງປ່າຂອງດົງ, ພະແນກປ່າໄມ້ບ້ານ ແລະ ຍຸດທະສາດການພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງຂອງແຂວງຫົວພັນ ຊຶ່ງຊ່ວຍໃຫ້ທຸກພາກສ່ວນມີຄວາມເຂົ້າໃຈທິດທາງ ແລະ ວິໄສທັດຮ່ວມກັນຢ່າງຈະແຈ້ງຂຶ້ນ ແລະ ບັນດາອົງການຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ໄດ້ນຳສະເໜີຜົນການຈັດຕັ້ງປະຕິບັດໂຄງການ, ແບ່ງປັນບົດຮຽນຕົວຈິງ ແລະ ຫາລືວິທີການຂະຫຍາຍຜົນການດຳເນີນງານ ເພື່ອໃຫ້ສອດຄ່ອງກັບວຽກງານປ່າໄມ້ຊຸມຊົນ, ການຄຸ້ມຄອງ NTFPs ແລະ ການຮັບຮູ້ສິດໃນການນຳໃຊ້ທີ່ດິນປ່າໄມ້ ແລະ ອື່ນໆ.

ໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ ແມ່ນມີບົດບາດສຳຄັນຫຼາຍ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ແລະ ພູດອຍມີຄວາມໝັ້ນຄົງ, ທັງເປັນແຫຼ່ງລາຍຮັບ, ອາຫານ ແລະ ເປັນສິນຄ້າທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຍືນຍົງ. ການຄຸ້ມຄອງ, ການສົ່ງເສີມ ແລະ ການປັບປຸງຕ່ອງໂສ້ມູນຄ່າຂອງຜະລິດຕະພັນເຫຼົ່ານີ້ ບໍ່ພຽງແຕ່ຊ່ວຍຟື້ນຟູ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້ເທົ່ານັ້ນ, ແຕ່ຍັງຕິດພັນກັບວຽກງານປ່າໄມ້ຊຸມຊົນ ແລະ ການຮັບຮູ້ສິດໃນການນຳໃຊ້ທີ່ດິນປ່າໄມ້ຂອງປະຊາຊົນ.

ຂ່າວ-ພາບ: ກົມປ່າໄມ້

KPL

ຂ່າວອື່ນໆ

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່ເສດຖະກິດ

      ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່

      10/14/2026 9:49:34 AM

      ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ຮ່ວມກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາສະຫະລັດ ໃນວັນທີ 12 ຕຸລາ 2026 ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີເປົ້າໝາຍຈະນຳໃຊ້ໂຮງງານທີ່ຖືກອອກແບບໃຫ້ມີກຳລັງການຜະລິດ ໂພແທັດຊຽມ ຄລໍໄຣດ໌ (Potassium Chloride) 500.000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນປີ 2028 ແລະ ຄາດວ່າຈະຮັບປະກັນການສະໜອງວັດຖຸດິບໃນໄລຍະຍາວໃຫ້ແກ່ອຸດສາຫະກຳຝຸ່ນເຄມີຂອງຫວຽດນາມ, ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລັດຖະບານລາວ.

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

    • ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນເສດຖະກິດ

      ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

      10/8/2026 10:07:32 AM

      ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top