ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີ

08/09/2026 10:21
Email Print 5781
ຂປລ ງານພົບປະຈັບຄູ່ທາງທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມເປັນປະທານ ລະຫວ່າງ ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍໄດ້ນຳເອົາຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກຂອງລາວ ມາພົບປະກັບຜູ້ຊື້ ແລະ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫຼີ.

ງານພົບປະຈັບຄູ່ທາງທຸລະກິດໃນຄັ້ງນີ້ ເປັນຂັ້ນຕອນສຸດທ້າຍທາງດ້ານຄວາມຕ້ອງການຈາກພາຍນອກ ຂອງການລິເລີ່ມສອງຂັ້ນຕອນ ພາຍໃຕ້ໂຄງການລິເລີ່ມການຮ່ວມມືເຊິ່ງກັນ ແລະ ກັນ ຂອງອົງການ FAO ຈັດຂຶ້ນບົນພື້ນຖານຂອງກອງປະຊຸມປຶກສາຫາລື ເພື່ອທົບທວນສະພາບເງື່ອນໄຂໃນໄລຍະຜ່ານມາ ຊຶ່ງໄດ້ກຳນົດຖານການຜະລິດແຫ່ງຊາດ ແລະ ລະບຸຄວາມສາມາດໃນການສົ່ງອອກ ແລະ ຊ່ອງວ່າງໃນການປະຕິບັດຕາມມາດຕະຖານ, ທັງເປັນການເປີດໂອກາດໃຫ້ຜູ້ປະກອບການກະສິກຳລາວ ສາມາດເຈລະຈາໂດຍກົງກັບຄູ່ຮ່ວມງານທີ່ມີຄວາມຕ້ອງການຊື້ຕື່ມອີກ.

ໂອກາດນີ້, ທ່ານ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ໝາກເຜັດ ແມ່ນສ່ວນໜຶ່ງຂອງຄວາມເປັນຄົນລາວ, ຜູກພັນເລິກເຊິ່ງກັບວັດທະນະທຳອາຫານ ແລະ ຊີວິດການເປັນຢູ່ຂອງກະສິກອນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈະເປັນຜູ້ນຳໃນການອອກແບບ ແລະ ທົດລອງລະບົບຕິດຕາມກວດສອບຄືນ ສຳລັບພື້ນທີ່ປູກ ແລະ ໂຮງງານບັນຈຸພັນທີ່ຂຶ້ນທະບຽນ ຊຶ່ງເປັນບາດກ້າວທີ່ສຳຄັນ ກ້າວໄປສູ່ການສົ່ງອອກຕົວຈິງ.

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ພວກເຮົາຮັບຮູ້ວ່າ ຜູ້ສົ່ງອອກ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງລາວ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນທີ່ເປັນຮູບປະທຳ ເພື່ອປ່ຽນຄວາມສົນໃຈໃຫ້ກາຍເປັນການຄ້າ, ພວກເຮົາຈະເປັນຜູ້ນຳຮ່ວມໃນການເປີດຕົວກົນໄກສະເພາະດ້ານ SME ແລະ ການເງິນສີຂຽວ ສຳລັບຂະແໜງການກ່ຽວກັບໝາກເຜັດ ໂດຍມີຂະໜາດພຽງພໍທີ່ຈະຊ່ວຍກຸ່ມຜູ້ຜະລິດ ໃນການຮັບຜິດຊອບຄ່າໃຊ້ຈ່າຍໃນການຮັບຮອງມາດຕະຖານ GAP, ພື້ນຖານໂຄງລ່າງຫຼັງການເກັບກ່ຽວ ແລະ ສາງເຢັນ.

ພ້ອມນີ້, ທ່ານ ນາງ ຄະຢອງມີ ຄິມ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ກໍໄດ້ມີຄຳເຫັນວ່າ: ອົງການ FAO ມຸ່ງໝັ້ນທີ່ຈະໄປໃນເສັ້ນທາງນີ້ ຮ່ວມກັບລັດຖະບານລາວ ຈາກຫຼັກຖານ, ໄປສູ່ໂອກາດ ແລະ ການເຂົ້າເຖິງຕະຫຼາດ, ອົງການ FAO ໄດ້ໃຫ້ການຊ່ວຍເຫຼືອດ້ານເຕັກນິກ ໃນທຸກຂັ້ນຕອນ, ລວມທັງການສະໜັບສະໜູນການວິເຄາະຕ່ອງໂສ້ມູນຄ່າຢ່າງໄວວາ, ການໃຫ້ການສົ່ງເສີມຂັ້ນແຂວງກ່ຽວກັບມາດຕະຖານ GAP ແລະ ຂີດຈຳກັດສານພິດຕົກຄ້າງ ແລະ ການຊ່ວຍຈັດໂຄງສ້າງກົນໄກການເງິນສຳລັບກະສິກອນຂະໜາດນ້ອຍ.

KPL

ຂ່າວອື່ນໆ

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

    • ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນເສດຖະກິດ

      ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

      10/8/2026 10:07:32 AM

      ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ເອດີບີ ຄາດຄະເນເສດຖະກິດລາວຈະຂະຫຍາຍໂຕ 4% ໃນປີ 2026ເສດຖະກິດ

      ເອດີບີ ຄາດຄະເນເສດຖະກິດລາວຈະຂະຫຍາຍໂຕ 4% ໃນປີ 2026

      9/24/2026 5:45:55 PM

      ອີງຕາມບົດລາຍງານ ທ່າອ່ຽງການພັດທະນາອາຊີ ສະບັບຫຼ້າສຸດ ທີ່ທະນາຄານພັດທະນາອາຊີ (ADB) ເຜີຍແຜ່ໃນວັນທີ 23 ກັນຍາ 2026 ໃຫ້ຮູ້ວ່າ: ການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ໃນລະດັບ 4% ໃນປີ 2026 ກ່ອນຈະປັບຕົວດີຂຶ້ນເປັນ 4,5% ໃນປີ 2027, ເຖິງວ່າສະຖຽນລະພາບດ້ານເສດຖະກິດມະຫາພາກຈະດີຂຶ້ນ ສປປ ລາວ ຍັງຄົງມີຄວາມບອບບາງ ຕໍ່ແຮງກະທົບຈາກພາຍນອກ ແລະ ຄວາມສ່ຽງທີ່ກ່ຽວພັນກັບສະພາບດິນຟ້າອາກາດ.

    • ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າເສດຖະກິດ

      ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າ

      9/16/2026 9:42:35 AM

      ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ລົງຕິດຕາມຊຸກຍູ້ການຜະລິດພືດຜັກຂອງປະຊາຊົນ ຢູ່ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນ ເພີ່ມການຜະລິດພືດຜັກທີ່ມີຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ໃນການສະໜອງໃຫ້ການບໍລິໂພກພາຍໃນແຂວງຢ່າງພຽງພໍ ເພື່ອຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ.

ads
ads

Top