ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

19/10/2026 10:43
Email Print 233
ຂປລ ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ມາຮູ້ຈັກມາເລເຊຍນຳກັນ ບ່ອນທີ່ມີພ້ອມທຸກຢ່າງສຳລັບທ່ານ” ເພື່ອສົ່ງເສີມປະເທດມາເລເຊຍ ໃຫ້ເປັນຈຸດໝາຍປາຍທາງຍອດນິຍົມສຳລັບການທ່ອງທ່ຽວ ແລະ ການສຶກສາຂັ້ນສູງ, ພ້ອມທັງເສີມສ້າງການທູດວັດທະນະທຳ ແລະ ຄວາມຜູກພັນລະຫວ່າງປະຊາຊົນຂອງສອງຊາດ ລາວ-ມາເລເຊຍ ໂດຍໄດ້ຮວບຮວມເອົາບໍລິສັດທ່ອງທ່ຽວຊັ້ນນຳຂອງ ສປປ ລາວ ນຳເອົາຜະລິດຕະພັນຂອງຕົນມາວາງສະແດງ ແລະ ນຳສະເໜີ. ສຳລັບຜູ້ທີ່ຈອງແພັກເກັດທ່ອງທ່ຽວ ຫຼື ແພັກເກັດການສຶກສາ ພ້ອມວາງເງິນມັດຈຳພາຍໃນງານ ຈະໄດ້ຮັບຄູປອງລຸ້ນໂຊກ ເພື່ອລຸ້ນຮັບລາງວັນໃຫຍ່ໃນມື້ສຸດທ້າຍຂອງງານ. ນอกจากນີ້, ພາຍໃນງານຍັງມີການສະແດງສິລະປະວັດທະນະທຳມາເລເຊຍ, ກິດຈະກຳເກມເທິງເວທີ ແລະ ການນຳສະເໜີຂໍ້ມູນຢ່າງຫຼາກຫຼາຍ.

ໂອກາດນີ້, ທ່ານ ນາງ ນໍລິ ມວດຊາ ໂມຮາມັດ ນໍ (H.E. Norli Muadza Mohd Noor) ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈຳລາວ ໄດ້ກ່າວວ່າ: ງານໃນຄັ້ງນີ້ ນອກຈາກເປັນການສົ່ງເສີມການທ່ອງທ່ຽວແລ້ວ ຍັງເປັນຂົວຕໍ່ທີ່ສຳຄັນໃນການທູດວັດທະນະທຳ, ການເພີ່ມພູນຄວາມຜູກພັນລະຫວ່າງປະຊາຊົນ ແລະ ການຮັດແໜ້ນມິດຕະພາບອັນຍືນຍົງລະຫວ່າງ ມາເລເຊຍ ແລະ ສປປ ລາວ. ງານດັ່ງກ່າວ ຖືເປັນເວທີສຳຄັນໃນລະດັບພາກພື້ນ ເພື່ອສ້າງກະແສຕ້ອນຮັບປີທ່ອງທ່ຽວມາເລເຊຍ (Visit Malaysia 2026-2027) ຢ່າງເປັນທາງການ ຊຶ່ງການສ້າງກະແສຕ້ອນຮັບປີທ່ອງທ່ຽວມາເລເຊຍ ໄດ້ຮັບການເປີດໂຕໂດຍ ທ່ານ ດາໂຕ້ ສິຣິ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໂດຍມີ “ໝີມາເລເຊຍຊັນແບ” ຊຶ່ງເປັນສັດປ່າຄຸ້ມຄອງທີ່ສຳຄັນເປັນສັນຍະລັກປີທ່ອງທ່ຽວ 2026-2027, ສະທ້ອນເຖິງຄວາມມຸ່ງໝັ້ນຂອງມາເລເຊຍ ໃນການອະນຸລັກຊີວະນາໆພັນ ແລະ ການທ່ອງທ່ຽວແບບອະນຸລັກ. ໃນປີນີ້ ມາເລເຊຍຕັ້ງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 31,3 ລ້ານຄົນ, ສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ 102,7 ພັນລ້ານຣິງກິດ.

ທ່ານ ນາງ ໄບສຸຣີ ບາຮາຣຸມ (Mrs. Baizuri Baharum) ຜູ້ອຳນວຍການອາວຸໂສຂອງພະແນກສົ່ງເສີມສາກົນ (ອາຊີຕາເວັນອອກສ່ຽງໃຕ້) ອົງການທ່ອງທ່ຽວມາເລເຊຍ ໄດ້ຍົກໃຫ້ເຫັນເຖິງການເຕີບໂຕຢ່າງຕໍ່ເນື່ອງຂອງຕະຫຼາດນັກທ່ອງທ່ຽວລາວ ຫຼັງຈາກທີ່ມາເລເຊຍ ໄດ້ຕ້ອນຮັບນັກທ່ອງທ່ຽວລາວ 31.759 ຄົນ ໃນປີ 2025 ແລະ ໃນໄລຍະ 8 ເດືອນທຳອິດ (ມັງກອນ-ສິງຫາ) ຂອງປີ 2026 ນี้ ໄດ້ເກັບກຳຕົວເລກນັກທ່ອງທ່ຽວລາວ ເຂົ້າມາເລເຊຍ ເຖິງ 25.220 ຄົນ, ເພີ່ມຂຶ້ນ 24,02% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ການເຕີບໂຕນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກການເຊື່ອມຕໍ່ທາງອາກາດ ໂດຍສະເພາະຖ້ຽວບິນກົງ 3 ຖ້ຽວຕໍ່ອາທິດ ຂອງສາຍການບິນ AirAsia ເສັ້ນທາງວຽງຈັນ-ກົວລາລຳເປີ ແລະ ເສັ້ນທາງເຊື່ອມໂຍງຜ່ານບາງກອກ ແລະ ສິງກະໂປ.

ໃນງານຄັ້ງນີ້ ຍັງໄດ້ເຊີນເອົາ 3 ສະຖາບັນທີ່ປຶກສາດ້ານການສຶກສາຊັ້ນນຳໃນລະດັບສາກົນ ມາຮ່ວມໃຫ້ຂໍ້ມູນ ແລະ ແນະນຳເສັ້ນທາງການສຶກສາຕໍ່ໃນລະດັບອຸດົມສຶກສາຢູ່ມາເລເຊຍ ໃຫ້ແກ່ນັກຮຽນ-ນັກສຶກສາລາວ ຕື່ມອີກ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກເສດຖະກິດ

      ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກ

      10/19/2026 10:17:39 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືລະດັບຊາດ ວ່າດ້ວຍໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ (NTFPs) ໃນວັນທີ 16 ຕຸລາ 2026 ຢູ່ຕ່າງນະຄອນຫຼວງວຽງຈັນ

    • ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່ເສດຖະກິດ

      ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່

      10/14/2026 9:49:34 AM

      ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ຮ່ວມກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາສະຫະລັດ ໃນວັນທີ 12 ຕຸລາ 2026 ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີເປົ້າໝາຍຈະນຳໃຊ້ໂຮງງານທີ່ຖືກອອກແບບໃຫ້ມີກຳລັງການຜະລິດ ໂພແທັດຊຽມ ຄລໍໄຣດ໌ (Potassium Chloride) 500.000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນປີ 2028 ແລະ ຄາດວ່າຈະຮັບປະກັນການສະໜອງວັດຖຸດິບໃນໄລຍະຍາວໃຫ້ແກ່ອຸດສາຫະກຳຝຸ່ນເຄມີຂອງຫວຽດນາມ, ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລັດຖະບານລາວ.

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

    • ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນເສດຖະກິດ

      ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

      10/8/2026 10:07:32 AM

      ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top