ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

09/10/2026 22:07
Email Print 5380
ຂປລ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້ ໃນຫຼາຍບັນຫາສຳຄັນເປັນຕົ້ນການພັດທະນາສີມືແຮງງານ ແລະ ການຈັດຫາວຽກເຮັດງານທໍາໃຫ້ແຮງງານລາວ ທັງພາຍໃນ ແລະ ຕ່າງປະເທດ ຊຶ່ງລັດຖະບານ ກໍຄື ກະຊວງ ຮສສ ໄດ້ມີກົນໄກ ແລະ ວາງຫຼາຍມາດຕະການ ເພື່ອພັດທະນາສີມືແຮງງານ, ຈັດຫາວຽກເຮັດງານທໍາ, ສົ່ງເສີມການສ້າງອາຊີບອິດສະລະ, ການຈ້າງງານໃນຊົນນະບົດ ແລະ ການສະຫງວນອາຊີບທີ່ເປັນລັກສະນະສົ່ງເສີມວັດທະນະທຳ, ພູມປັນຍາພື້ນບ້ານ, ທຸລະກິດທີ່ບໍ່ໃຊ້ຄວາມຮູ້ສູງ ຫຼື ທຶນຮອນຫຼາຍ ແລະ ການເຂົ້າເຖິງແຫຼ່ງທຶນນໍາໄປໃຊ້ໃນການປະກອບອາຊີບດ້ວຍຕົນເອງ ເພື່ອສ້າງແຮງຈູງໃຈໃຫ້ແຮງງານລາວເຮັດວຽກຢູ່ພາຍໃນປະເທດຫຼາຍຂຶ້ນ, ລວມທັງການແກ້ໄຂບັນຫາການຂາດແຄນແຮງງານ, ການນໍາເຂົ້າແຮງງານດິບຈາກຕ່າງປະເທດ ແລະ ການຫຼັ່ງໄຫຼຂອງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກກົດໝາຍ ຊຶ່ງໃນ 9 ເດືອນຕົ້ນປີ 2026 ມີແຮງງານລາວທີ່ມາຂຶ້ນທະບຽນຕ້ອງການມີວຽກເຮັດງານທໍາ ທັງໝົດ 76.604 ຄົນ. ໃນນີ້ ຜູ້ຕ້ອງການມີວຽກເຮັດງານທຳຢູ່ພາຍໃນ 5.259 ຄົນ, ຍິງ 2.243 ຄົນ ແລະ ຂຶ້ນທະບຽນຜູ້ຕ້ອງການໄປເຮັດວຽກຢູ່ຕ່າງປະເທດ 71.345 ຄົນ, ຍິງ 37.168 ຄົນ. ສາມາດຈັດຫາວຽກເຮັດງານທໍາໄດ້ທັງໝົດ 119.382 ຄົນ, ຍິງ 57.011 ຄົນ, ໃນນີ້. ຈັດຫາງານພາຍໃນ 15.772 ຄົນ, ຍິງ 5.562 ຄົນ ແລະ ຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດໄດ້ 103.610 ຄົນ, ຍິງ 51.449 ຄົນ.

ສຳລັບການສົ່ງເສີມການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ກະຊວງ ຮສສ ໄດ້ດຳເນີນການທົດລອງປະຕິບັດມາແຕ່ປີ 2024 ໂດຍໄດ້ຊຸກຍູ້ ແລະ ສົ່ງເສີມການປະກອບອາຊີບອິດສະລະ ແລະ ການເປັນຜູ້ປະກອບການຂອງກໍາລັງແຮງງານຢູ່ທ້ອງຖິ່ນ ໂດຍການເກັບກຳຂໍ້ມູນຄວາມຕ້ອງການຝຶກອົບຮົມ ແລະ ຈັດຕັ້ງຝຶກອົບຮົມໃຫ້ກຸ່ມເປົ້າໝາຍຜູ້ທຸກຍາກ, ດ້ອຍໂອກາດທີ່ວ່າງງານ ແລະ ສົນໃຈໃນການປະກອບອາຊີບອິດສະລະ ໂດຍສະເພາະຂະແໜງກະສິກຳ ແລະ ຂະແໜງບໍລິການຢູ່ແຂວງອຸດົມໄຊ, ຊຽງຂວາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ, ຫົວພັນ, ຜົ້ງສາລີ ແລະ ໄດ້ສະໜອງການຝຶກອົບຮົມເຕັກນິກການປູກຝັງກະສິກຳທັນສະໄໝ, ເຕັກນິກການປູກເຫັດ ແລະ ແປຮູບ, ເຕັກນິກການລ້ຽງງົວ-ທອມງົວ ແລະ ການປູກຫຍ້າເປັນອາຫານ, ຕໍ່າຫູກ ແລະ ຍ້ອມສີທຳມະຊາດ, ການແປຮູບຜະລິດຕະພັນຈາກພືດຜັກ ແລະ ໝາກໄມ້, ຝຶກອົບຮົມທັກສະຊີວິດ, ການຕະຫຼາດ ແລະ ຫັນເປັນຜູ້ປະກອບການ, ຝຶກອົບຮົມຂຽນແຜນທຸລະກິດ ແລະ ອື່ນໆ ຊຶ່ງມີຜູ້ທີ່ຜ່ານການຝຶກອົບຮົມເພື່ອສົ່ງເສີມການປະກອບອາຊີບອິດສະລະໃນປີ 2024 ທັງໝົດ 426 ຄົນ, ຍິງ 166 ຄົນ. ໃນນີ້, ຂະແໜງກະສິກຳ 158 ຄົນ, ບໍລິການ 264 ຄົນ; ປີ 2025 ມີຜູ້ເຂົ້າຮ່ວມການຝຶກ 295 ຄົນ, ຍິງ 166 ຄົນ, ມີຂະແໜງກະສິກຳ 230 ຄົນ, ບໍລິການ 30 ຄົນ ແລະ ຂົນສົ່ງ 35 ຄົນ; ໃນປີ 2026 ມີຜູ້ເຂົ້າຮ່ວມການຝຶກ 248 ຄົນ, ຍິງ 71 ຄົນ, ໃນນີ້ລວມຂະແໜງກະສິກຳ 169 ຄົນ, ບໍລິການ 58 ຄົນ ແລະ ຂົນສົ່ງ 21 ຄົນ, ພ້ອມທັງສະໜອງອຸປະກອນເພື່ອໃຫ້ຜູ້ເຂົ້າຝຶກສາມາດປະກອບອາຊີບໄດ້ທັງໝົດ 175 ຄົນ, ຍິງ 86 ຄົນ. ພ້ອມກັນນີ້, ກໍໄດ້ມີການຈັດຝຶກອົບຮົມວິຊາຊີບດ້ານກະສິກຳແບບເຄື່ອນທີ່ໃຫ້ແກ່ຜູ້ອອກແຮງງານດ້ອຍໂອກາດຢູ່ເຂດຊົນນະບົດຫ່າງໄກໄດ້ 170 ຄົນ, ຍິງ 101 ຄົນ. ສຳລັບແຜນການໃນຕໍ່ໜ້າຈະຊຸກຍູ້ສົ່ງເສີມການມີວຽກເຮັດງານທໍາໃນຊົນນະບົດ ແລະ ສົ່ງເສີມການປະກອບອາຊີບອິດສະລະໃຫ້ສາມາດບັນລຸຄາດໝາຍໄດ້ 750 ຄົນ, ພ້ອມສະໜອງອຸປະກອນ ເພື່ອໃຫ້ເຂົາເຈົ້າມີອາຊີບອິດສະລະໃຫ້ໄດ້ 323 ຄົນ.

ສ່ວນການນໍາເຂົ້າແຮງງານດິບຈາກຕ່າງປະເທດ ຜ່ານມາເຫັນວ່າມີຫຼາຍພາກສ່ວນໄດ້ນໍາເຂົ້າແຮງງານຕ່າງປະເທດ ທັງແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ ຊຶ່ງກະຊວງ ຮສສ ໄດ້ອອກແຈ້ງການໂຈະຊົ່ວຄາວໃນການນໍາເຂົ້າ ແລະ ການນໍາໃຊ້ແຮງງານຕ່າງປະເທດຂອງບາງສັນຊາດ ເພື່ອເຮັດໃຫ້ການຄຸ້ມຄອງແຮງງານຕ່າງປະເທດເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ແນໃສ່ແກ້ໄຂບັນຫາການລັກລອບເຂົ້າມາເຮັດວຽກແບບບໍ່ຖືກຕ້ອງ, ຈຳກັດການນໍາເຂົ້າແຮງງານເພື່ອມາແຈກຢາຍ, ປ່ອຍປະລະເລີຍທີ່ບໍ່ມີຄວາມຮັບຜິດຊອບຂອງຜູ້ນໍາເຂົ້າ ແລະ ການນໍາໃຊ້ນາຍໜ້າທີ່ບໍ່ເປັນທາງການ, ແຕ່ລະພາກສ່ວນຕ້ອງໄດ້ເປັນເຈົ້າການໃນການຄຸ້ມຄອງການນໍາເຂົ້າ ແລະ ນໍາໃຊ້ແຮງງານຕ່າງປະເທດຢ່າງຖືກຕ້ອງ. ພ້ອມນັ້ນ, ອົງການປົກຄອງທ້ອງຖິ່ນ ກໍໃຫ້ການຊ່ວຍເຫຼືອເກັບກຳຂໍ້ມູນ ແລະ ຮ່ວມມືໃນການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງຮັດກຸມ ແລະ ເຂັ້ມງວດ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ມອບໃຫ້ພາກເອກະຊົນຄຸ້ມຄອງພື້ນຖານໂຄງລ່າງແຫຼ່ງທ່ອງທ່ຽວ ນ້ຳຕົກຕາດແກ້ງຍຸຍເສດຖະກິດ

      ມອບໃຫ້ພາກເອກະຊົນຄຸ້ມຄອງພື້ນຖານໂຄງລ່າງແຫຼ່ງທ່ອງທ່ຽວ ນ້ຳຕົກຕາດແກ້ງຍຸຍ

      11/16/2026 10:34:38 AM

      ເຊັນສັນຍາບໍລິຫານຕາດແກ້ງຍຸຍ ຍົກລະດັບສິ່ງອຳນວຍຄວາມສະດວກແບບຄົບວົງຈອນ ພາຍຫຼັງໂຄງການ ADB ສະໜັບສະໜູນທຶນສ້າງສຳເລັດ

    • ໂຄງການໄຟຟ້າ 500 kV ລາວ-ຈີນຍົກລະດັບຄວາມໝັ້ນຄົງດ້ານພະລັງງານເສດຖະກິດ

      ໂຄງການໄຟຟ້າ 500 kV ລາວ-ຈີນຍົກລະດັບຄວາມໝັ້ນຄົງດ້ານພະລັງງານ

      11/12/2026 9:41:22 AM

      ໂຄງການເຊື່ອມຈອດຕາໜ່າງໄຟຟ້າ 500 kV ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ ແຕ່ຍັງຊ່ວຍຍົກລະດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າແຮງສູງດ້ວຍຕົນເອງ.

    • 9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%ເສດຖະກິດ

      9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%

      11/11/2026 2:12:18 PM

      ໃນໄລຍະ 9 ເດືອນຕົ້ນປີ 2026 ນີ້, ເສດຖະກິດຂອງນະຄອນຫຼວງວຽງຈັນ (ນວ) ຂະຫຍາຍຕົວຢູ່ໃນລະດັບ 6,2%, ຄາດຄະເນໝົດປີຈະໃຫ້ຂະຫຍາຍຕົວຢູ່ໃນລະດັບ 7,6% (ແຜນການປີໃຫ້ບັນລຸ 8%) ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 6,6%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 95.351,54 ຕື້ກີບ (ແຜນການປີໃຫ້ບັນລຸ 100.427 ຕື້ກີບ), GDP ສະເລ່ຍຕໍ່ຫົວຄົນ 106 ລ້ານກີບ (ແຜນການປີໃຫ້ໄດ້ 94,10 ລ້ານກີບ).

    • ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວເສດຖະກິດ

      ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວ

      10/30/2026 9:04:49 AM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ຂະໜາດ 600 ເມກາວັດ ເປັນໂຄງການພະລັງງານສະອາດທີ່ສຳຄັນຂອງ ສປປ ລາວ, ທັງເປັນໂຄງການຕົວແບບ, ເປັນມິດກັບສິ່ງແວດລ້ອມ ຊຶ່ງບໍ່ພຽງແຕ່ຜະລິດໄຟຟ້າຈາກພະລັງງານໝູນວຽນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມສ້າງເສດຖະກິດຂອງ ສປປ ລາວ ກໍຄື ສ້າງວຽກເຮັດງານທຳ, ພັດທະນາອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ ແລະ ຊຸມຊົນໃນພື້ນທີ່ໂຄງການ.

    • ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນເສດຖະກິດ

      ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ

      10/27/2026 8:33:33 PM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ໄດ້ສຸມໃສ່ຊຸກຍູ້ສົ່ງເສີມອາຊີບ, ສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ 29 ບ້ານ ໃນເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ຜ່ານການສ້າງໂອກາດມີວຽກເຮັດງານທຳ, ສົ່ງເສີມດ້ານກະສິກຳ ແລະ ພັດທະນາອາຊີບທີ່ສາມາດສ້າງລາຍຮັບໄດ້ໃນໄລຍະຍາວ.

ads
ads

Top