ຂປລ
ຂປລ. ກົມສື່ມວນຊົນ ຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳ ໂຄສະນາເຜີຍແຜ່ 3 ວັນປະຫວັດສາດຂອງຊາດ ຢູ່ວິທະ ຍາໄລເຕັກນິກ-ວິຊາຊີບແຂວງບໍລິ ຄຳໄຊ. ນຳພາຄະນະໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາ ອົບຮົມສູນກາງພັກ, ມີຄູອາຈານ, ນ້ອງນັກສຶກສາເຂົ້າຮ່ວມ.

ຂປລ. ກົມສື່ມວນຊົນ ຄະນະໂຄສະ
ນາອົບຮົມສູນກາງພັກ (ຄອສພ)
ຈັດກິດຈະກຳ ໂຄສະນາເຜີຍແຜ່ 3
ວັນປະຫວັດສາດຂອງຊາດ ຢູ່ວິທະ
ຍາໄລເຕັກນິກ-ວິຊາຊີບແຂວງບໍລິ
ຄຳໄຊ. ນຳພາຄະນະໂດຍ ທ່ານ
ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ
ກົມສື່ມວນຊົນ ຄະນະໂຄສະນາ
ອົບຮົມສູນກາງພັກ, ມີຄູອາຈານ,
ນ້ອງນັກສຶກສາເຂົ້າຮ່ວມ.
ການເຄື່ອນໄຫວໃນຄັ້ງນີ້, ເພື່ອ
ເປັນການເຜີຍແຜ່ຜົນສຳເລັດໃນ
ການສະເຫລີມສະຫລອງ 3 ວັນປະ
ຫວັດສາດຂອງຊາດຄື: ວັນສ້າງຕັ້ງ
ພັກປະຊາຊົນປະຕິວັດລາວ ຄົບຮອບ
70 ປີ, ວັນສະຖາປະນາ ສປປ ລາວ
ຄົບຮອບ 50 ແລະ ວັນເກີດປະທານ
ໄກສອນ ພົມວິຫານ ຄົບຮອບ 105
ປີ. ທັງເປັນການສ້າງກິດຈະກຳ
ຖາມ-ຕອບຄວາມຮູ້ຮອບຕົວກ່ຽວ
ກັບ 3 ວັນດັ່ງກ່າວ ເພື່ອໃຫ້ນ້ອງນັກ
ສຶກສາ ມີຄວາມຮັບຮູ້ເຖິງຄວາມ
ເປັນມາຂອງ 3 ວັນປະຫວັດສາດ
ຂອງຊາດລາວເຮົາ. ນອກຈາກນີ້,
ທັງເປັນການຝຶກໃຫ້ນ້ອງນັກສຶກສາ
ມີຄວາມກ້າຫານ, ກ້າສະແດງອອກ
ໃນງານຕ່າງໆໃນຕໍ່ໜ້າ.
ໃນພິທີ ທ່ານ ພູທອນ ວົງສະກຸນ
ຫົວໜ້າໜ່ວຍງານກິດຈະການນັກ
ສຶກສາ ໂຮງຮຽນເຕັກນິກ-ວິຊາຊີບ
ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໂຮງ
ຮຽນເຕັກນິກ-ວິຊາຊີບສ້າງຕັ້ງຂຶ້ນ
ປີ 2002, ມາເຖິງປັດຈຸບັນລວມ
ໄດ້ 24 ປີ, ຕັ້ງຢູ່ບ້ານຫ້ວຍຄຸນ
ເມືອງບໍລິຄັນ ແຂວງບໍລິຄຳໄຊ.
ໃນສົກຮຽນ 2002-2003 ມີຄູ
ອາຈານທັງໝົດ 14 ຄົນ, ໄດ້ຈັດ
ການຮຽນ-ການສອນ ທັງໝົດ 6
ຫລັກສູດ ໃນ 4 ຂະແໜງວິຊາ, ມີ
6 ສາຂາອາຊີບຄື: ຂະແໜງກະສິກຳ
ມີ 2 ອາຊີບຄື: ປູກຝັງ, ລ້ຽງສັດ;
ຂະແໜງກໍ່ສ້າງ ມີ 2 ອາຊີບຄື:
ກໍ່ສ້າງເຄຫາສະຖານ, ຊ່າງໄມ້ເຟີນີ
ເຈີ; ຂະແໜງບໍລິຫານທຸລະກິດ, ມີ
1 ອາຊີບຄື: ການບັນຊີ ແລະ ຂະ
ແໜງສະຫະກຳ, ມີ 1 ອາຊີບຄື: ຕັດ
ຫຍິບ. ໃນສົກຮຽນ 2025-2026 ມີ
ຄູອາຈານທັງໝົດ 57 ຄົນ, ຍິງ 25
ຄົນ ໄດ້ຈັດການຮຽນ-ການສອນ
29 ຫລັກສູດ ໃນ 7 ຂະແໜງວິຊາ,
ມີ 11 ສາຂາອາຊີບ ຄື: ຂະແໜງ
ກະສິກຳ, ມີ 1 ອາຊີບ(ປູກຝັງ); ຂະ
ແໜງລ້ຽງສັດ, ມີ 1 ອາຊີບ (ລ້ຽງ
ສັດການປະມົງ); ຂະແໜງກໍ່ສ້າງ
ມີ 2 ອາຊີບຄື: ກໍ່ສ້າງເຄຫາສະ
ຖານ, ຊ່າງໄມ້ເຟີນີເຈີ; ຂະແໜງບໍລິ
ຫານທຸລະກິດ ມີ 1 ອາຊີບຄື: ການ
ບັນຊີ; ຂະແໜງຫັດຖະກຳ ມີ 2 ອາ
ຊີບຄື: ຕັດຫຍິບ, ປຸງແຕ່ງອາຫານ
ແລະ ບໍລິການເຄື່ອງດື່ມ; ຂະແໜງ
ລົດຍົນ, ມີ 2 ອາຊີບຄື: ເຕັກໂນໂລຊີ
ລົດຍົນ, ຕົວຖັງ ແລະ ສີ; ຂະແໜງ
ໄຟຟ້າ, ມີ 2 ອາຊີບຄື: ໄຟຟ້າໃນອາ
ຄານ ແລະ ໄຟຟ້າເຄື່ອງເຢັນ. ສາ
ມາດສ້າງນັກສຶກສາ ໄດ້ທັງໝົດ
21 ຮຸ່ນ, ມີນັກສຶກສາຈົບທັງໝົດ
9.300 ກວ່າຄົນ, ຍິງ 4.100
ກວ່າຄົນ.
ໃນສົກຮຽນ 2025-2026 ມີ
ນັກຮຽນນັກສຶກສາທັງໝົດ 744
ຄົນ, ຍິງ 316 ຄົນ, ເປັນນັກຮຽນ
ສາມັນວິຊາຊີບຄູ່ຂະໜານທັງໝົດ
441 ຄົນ, ຍິງ 228 ຄົນ. ການຈັດ
ການຮຽນ-ການສອນ ມີ 3 ຮູບແບບ
ຄື: ຮູບແບບດັ້ງເດີມເປັນການຮຽນ
ການສອບແບບລາຍວິຊາ ຫລື ເອີ້ນ
ວ່າເປັນໜ່ວຍກິດ, ຮູບແບບເອົານັກ
ຮຽນເປັນໃຈກາງ ຫລື ເອີ້ນວ່າ
ເນັ້ນສະມັດຖະພາບ, ຮູບແບບຄວບ
ຄູ່ ຫລື ເອີ້ນວ່າ DCT. ນອກຈາກ
ນີ້, ຍັງໄດ້ມີການຮ່ວມມືພາຍໃນ
ປະເທດດ້ານວິຊາການ ໂດຍໄດ້ມີ
ການເຊັນ MOU ທັງໝົດ 44 ແຫ່ງ
ຄື: ພາກລັດ 2 ແຫ່ງ, ພາກເອກະຊົນ
42 ແຫ່ງ ແລະ ການຮ່ວມມືກັບ
ຕ່າງປະເທດມີຄື: ວິທະຍາໄລ ຍັງ
ການ, ມະຫາວິທະຍາໄລແມ່ໂຈ້
(ປະເທດໄທ); ໂຄງການ KFW.
VELA (LAO/029). EESDP
(LAO/336). VEFF. LLL,
ໂຄງການຮ່ວມມືລາວ-ຈີນ 210
ແລະ ໂຄງການ ຣາຊສະບຸລີກູບ.
KPL