ຈີນ ຕັ້ງເປົ້າໝາຍເພີ່ມການໃຊ້ ພະລັງງານໝູນວຽນ 53% ໃນປີ 2030

25/07/2026 11:29
Email Print 143
ຂປລ ຈີນ ປະກາດ ຕັ້ງເປົ້າໝາຍ ເພີ່ມການນຳໃຊ້ ພະລັງງານ ໝູນວຽນ 53% ໃນໄລຍະ 5 ປີ ຂ້າງໜ້າ ພ້ອມທັງ ເລັ່ງຍົກລະດັບ ສະຖຽນລະພາບ ການຜະລິດ ໄຟຟ້າ ຈາກພະລັງງານລົມ ແລະ ພະລັງງານ ແສງຕາເວັນ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ຈີນ ປະກາດ ຕັ້ງເປົ້າໝາຍ ເພີ່ມການນຳໃຊ້ ພະລັງງານ ໝູນວຽນ 53% ໃນໄລຍະ 5 ປີ ຂ້າງໜ້າ ພ້ອມທັງ ເລັ່ງຍົກລະດັບ ສະຖຽນລະພາບ ການຜະລິດ ໄຟຟ້າ ຈາກພະລັງງານລົມ ແລະ ພະລັງງານ ແສງຕາເວັນ.

ຄະນະ ກຳມະການ ພັດທະນາ ແລະ ປະຕິຮູບແຫ່ງຊາດ ຈີນ (NDRC) ໄດ້ເຜີຍແຜ່ ແຜນພັດທະນາ ພະລັງງານ ໝູນວຽນໄລຍະ 5 ປີ ເຊິ່ງລະບຸວ່າ: ການໃຊ້ ພະລັງງານ ໝູນວຽນ ຄວນເພີ່ມຂຶ້ນເປັນ 1,8 ຕື້ໂຕນ ທຽບເທົ່າຖ່ານຫີນ ໃນປີ 2030 ຈາກ 1,18 ຕື້ໂຕນ ທຽບເທົ່າ ຖ່ານຫີນ ໃນປີ 2025 ເຊິ່ງສອດຄ່ອງກັບ ເປົ້າໝາຍ ທີ່ລັດຖະບານຈີນ ໄດ້ກຳນົດ ໃຫ້ເພີ່ມ ອັດຕາສ່ວນ ການໃຊ້ ພະລັງງານ ທີ່ບໍ່ແມ່ນເຊື້ອໄຟ ຟອດຊິນ.

ນອກຈາກນີ້, ແຜນດັ່ງກ່າວ ຍັງໄດ້ກຳນົດ ເປົ້າໝາຍ ຫລາຍປະການ ເພື່ອເພີ່ມຄວາມໝັ້ນຄົງ ຂອງ ພະລັງງານໝູນວຽນ. ໂດຍພະລັງງານລົມ ແລະ ພະລັງງານ ແສງຕາເວັນ ເຊິ່ງໄດ້ຮັບ ການສະໜັບ ສະໜູນ ຈາກ ລະບົບກັກເກັບພະລັງງານ ຕ້ອງສາມາດ ຜະລິດ ໄຟຟ້າໄດ້ ກວມເອົາ 20% ຂອງ ຄວາມຕ້ອງການ ໃຊ້ໄຟຟ້າ ໃນໄລຍະ ທີ່ມີ ການນຳໃຊ້ສູງສຸດ ຂອງ ລະດູຮ້ອນ ແລະ ລະດູໜາວ ເພີ່ມຂຶ້ນ ປະມານ 10% ເມື່ອທຽບໃສ່ໄລຍະຜ່ານມາ.

ໃນຂະນະດຽວກັນ, ຈີນ ຍັງຕັ້ງເປົ້າໝາຍ ເພີ່ມກຳລັງ ການຜະລິດ ໄຟຟ້າ ຈາກ ພະລັງງານ ໝູນວຽນ ເພື່ອຮອງຮັບໄລຍະ ທີ່ມີຄວາມຕ້ອງການ ໃຊ້ໄຟຟ້າສູງສຸດ ໃຫ້ເປັນ 300 ກິກະວັດ (GW) ໃນປີ 2030 ທີ່ ລັດຖະບານຈີນ ໄດ້ປະກາດໄວ້ ກ່ອນໜ້ານີ້./

 

KPL

ຂ່າວອື່ນໆ

ads
ads

Top