ຂປລ
ໃນວັນທີ 20 ກໍລະກົດ 2026 ທີ່ມະນີລາ, ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ແລະ ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກຳມາທິການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ,
ຂປລ. ໂດຍການເປັນປະທານຂອງ ລັດຖະມົນຕີຕ່າງປະເທດຟີລິບປິນ, ມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ ເຂົ້າຮ່ວມ. ກອງປະຊຸມຄະນະກໍາມະການເຂດປອດອາວຸດນິວເຄລຍອາຊີຕາ ເວັນອອກສ່ຽງໃຕ້ ໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານຂອງສົນທິສັນຍາເຂດປອດ ອາວຸດນິວເຄລຍໃນອາຊີຕາເວັນອອກສຽງໃຕ້ (2023-2027) ເປັນຕົ້ນວຽກງານຂອງໜ່ວຍງານ ຄຸ້ມຄອງພະລັງງານປະລໍາມະນູອາຊຽນ ແລະ ການພົວພັນຮ່ວມມືກັບພາຍນອກ ໂດຍສະເພາະກັບອົງ ການພະລັງງານປະລໍາມະນູສາກົນ. ກອງປະຊຸມຍັງໄດ້ສືບຕ່ໍປຶກສາຫາລື ກ່ຽວກັບອະນຸສັນຍາຂອງ ສົນທິສັນຍາເຂດປອດອາວຸດນິວ ເຄລຍອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະການສືບຕໍ່ພົວພັນກັບ 5 ປະເທດມະຫາອຳນາດນິວເຄລຍ (ສປ ຈີນ, ຝຣັ່ງ, ຣັດເຊຍ, ອັງກິດ ແລະ ສ ອາເມລິກາ) ເພື່ອຊຸກຍູ້ໃຫ້ບັນດາປະເທດດັ່ງກ່າວ ໃນການລົງນາມຕໍ່ກັບອະນຸສັນຍາ.
ໃນກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບຄະນະກໍາມາທິການລະຫວ່າງ ລັດຖະບານອາຊຽນວ່າດ້ວຍສິດທິມະນຸດ, ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ ກໍຄື ຂະບວນການສ້າງປະຊາຄົມອາຊຽນໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກຳມາທິການດັ່ງກ່າວ ສືບຕໍ່ປະຕິບັດຕາມພາລະບົດບາດຂອງ ຕົນທີ່ໄດ້ຖືກມອບໝາຍ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳບູລິມະສິດ ສຳລັບ ປີ 2026 ຊຶ່ງເປັນປີທຳອິດໃນການຈັດຕັ້ງແຜນວຽກ 5 ປີ ສະບັບໃໝ່ (2026-2030) ຂອງຄະນະກໍາມາທິການດັ່ງກ່າວ ໃຫ້ສໍາເລັດ ແລະ ມີປະສິດທິຜົນ.
KPL