ຂປລ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທ່ີມີຄຸນນະພາບຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່ ໃນວັນທີ 21 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ.
ຂປລ. ໂດຍການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອພັດທະ ນາຊັບພະຍາກອນມະນຸດ, ມີຄະນະນໍາຈາກກະຊວງອ້ອມຂ້າງ, ຄະນະຈັດຕັ້ງສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະພາທິດສະດີສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.
ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ການພັດທະນາຊັບພະຍາກອນມະນຸດ ກໍມີຄວາມຄືບໜ້າພໍສົມຄວນ ຕະຫລອດໄລຍະ 30 ກວ່າປີມານີ້, ພາຍໃຕ້ການຊີ້ນໍາຂອງພັກ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ, ດັດຊະນີຊັບສິນມະນຸດ (HAI) ເພີ່ມຂຶ້ນຈາກ 46,4 ໃນປີ 2003 ເປັນ 75,30 ໃນປີ 2025; ດັດຊະນີພັດທະນາມະນຸດ (HDI) ເພີ່ມຂຶ້ນຈາກ 0,405 ໃນປີ 1990 ມາເປັນ 0,617 ໃນປີ 2023 (ເພີ່ມຂຶ້ນ 50%) ຊ່ຶງເປັນພື້ນຖານໃຫ້ແກ່ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ເຖິງຢ່າງໃດກໍດີ, ກໍຍັງມີຂໍ້ຄົງຄ້າງທີ່ຕ້ອງເລັ່ງແກ້ໄຂ ເປັນຕົ້ນ ການຜັນຂະຫຍາຍມະຕິເປັນແຜນງານຕົວຈິງຍັງຊັກຊ້າ, ການປະຕິຮູບການສຶກສາບໍ່ທັນແຂງແຮງ, ຫລັກສູດບໍ່ທັນສະໄໝ, ຂາດງົບປະມານ ແລະ ນະໂຍບາຍຊຸກຍູ້ຄູຢູ່ເຂດຫ່າງໄກ. ໂຄງລ່າງສາທາລະນະສຸກ ແລະ ສີມືແຮງງານຍັງບໍ່ທັນທັນກັບເຕັກໂນໂລຊີ ແລະ ຄວາມຕ້ອງການຂອງຕະຫລາດ.

ຈາກປັດໄຈດັ່ງກ່າວ, ຈຶ່ງເລັ່ງທວງໃຫ້ທ່ົວສັງຄົມ ຕ້ອງເພ່ີມທະວີຄວາມຮັບຜິດຊອບທາງການເມືອງ ແລະ ຈໍາເປັນຕ້ອງປັບປຸງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ເພື່ອໃຫ້ສອດຄ່ອງ ກັບໂຄງການການເມືອງສະບັບທີ 3 ຂອງພັກ (ສະບັບປີ 2026), ມະຕິສູນກາງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດເສດຖະກິດ-ສັງຄົມ 10 ປີ (2026- 2035). ແມ່ນຄວາມຈໍາເປັນເພື່ອສ້າງສັກກະຍະພາບໃຫ້ຄົນລາວສາມາດແຂ່ງຂັນ, ເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ບົນຈິດໃຈເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນດີຈິຕອນ, ສີຂຽວ ແລະ ຍືນຍົງ. ສຳລັບທິດທາງໄລຍະຍາວ, ຄາດຫວັງວ່າ ຮອດປີ 2055 ປະຊາຊົນລາວຕ້ອງມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີນັກວິທະຍາສາດ ແລະ ຜູ້ຊ່ຽວຊານລະດັບສູງ. ຍົກລະດັບຄຸນນະພາບຊີວິດໃຫ້ຫຍັບ ເຂົ້າໃກ້ປະເທດທີ່ມີລາຍຮັບສູງ ແລະ ເສດຖະກິດທັນສະໄໝ ໂດຍສາມາດເພີ່ມດັດຊະນີທຶນມະນຸດ (HCI) ໃຫ້ໄດ້ 0,61 ຂຶ້ນໄປ.
ສໍາລັບຮ່າງມະຕິດັ່ງກ່າວ, ໄດ້ຜ່ານຂະບວນການຄົ້ນຄວ້າຢ່າງລະອຽດ ແລະ ວິທະຍາສາດ ໂດຍຄະນະກໍາມາທິການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດ ຮ່ວມກັບບັນດາກະຊວງຂະແໜງການ. ປັດຈຸບັນ, ໄດ້ຮັບການປັບປຸງມາຮອດຮ່າງທີ 24 ສະບັບ ປັບປຸງ ວັນທີ 12 ກໍລະກົດ 2026 ໂດຍມີມາດຕະການຈັດຕັ້ງປະຕິບັດທີ່ຊັດເຈນ ເຊັ່ນ: ການເຊື່ອມຊຶມໃນທຸກຂັ້ນ, ການແບ່ງຂັ້ນຄຸ້ມຄອງທີ່ລະອຽດ, ການເພີ່ມການມີສ່ວນຮ່ວມຂອງທົ່ວສັງຄົມ, ການປັບປຸງນິຕິກໍາ ແລະ ການສ້າງແຫລ່ງທຶນສະເພາະ ເພື່ອຮັບປະກັນໃຫ້ມະຕິສະບັບນີ້ປະກົດຜົນເປັນຈິງ.
ຂ່າວ-ພາບ: ການຈະນາ ວົງປັນຍາ
KPL