ແຂວງວຽງຈັນ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂບາງດ້ານ ເພື່ອໃຫ້ແຂວງມີການພັດທະນາຕາມແຜນການທີ່ວາງໄວ້

23/07/2026 09:26
ຂປລ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫລັກແຫລ່ງ ແຂວງວຽງຈັນ.

       ຂປລ. ໂດຍສະຫາຍໄດ້ເນັ້ນບາງບັນຫາໃຫ້ແຂວງວຽງຈັນ ກໍຄືເມືອງວັງວຽງ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ໃຫ້ຄະນະພັກ, ຄະນະນຳຂອງແຂວງວຽງຈັນ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິ ຄັ້ງທີ XII ສູນກາງພັກ ແລະ ມະຕິ ຄັ້ງທີ VII ຂອງ ອົງຄະນະພັກແຂວງ ເພື່ອເຮັດໃຫ້ແຂວງວຽງຈັນ ມີການພັດທະນາຕາມແຜນການທີ່ວາງໄວ້; ເອົາໃຈໃສ່ສະກັດກັ້ນການຂຸດຄົ້ນແຮ່ທາດທີ່ຜິດກົດໝາຍຢ່າງເຂັ້ມງວດ ໂດຍ ສູນກາງສົມທົບກັບແຂວງ, ເມືອງ ປະຕິບັດຢ່າງເດັດຂາດ, ເອົາໃຈໃສ່ຄຸ້ມຄອງທີ່ດິນໃຫ້ເຂັ້ມງວດ, ແຂວງຕ້ອງລົງຊຸກຍູ້ເມືອງ, ເມືອງຕ້ອງລົງຊຸກຍູ້ຕາແສງ ໃນການປະຕິບັດໜ້າທີ່ວຽກງານ ເພື່ອເຮັດໃຫ້ຕາແສງມີການເຄື່ອນໄຫວວຽກງານທີ່ເຂັ້ມແຂງ.

    ພ້ອມນີ້, ສະຫາຍຍັງໄດ້ເນັ້ນໃຫ້ການນຳຂອງແຂວງ ແລະ ເມືອງວັງວຽງ ສົມທົບກັບສູນກາງແກ້ໄຂ ເຮັດໃຫ້ນ້ຳຊອງກັບຄືນມາໃສສະອາດໂດຍໄວ, ເປັນເຈົ້າການໃນການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນວັງວຽງ ເພື່ອເຮັດໃຫ້ການທ່ອງທ່ຽວມີຄວາມສະຫງົບປອດໄພ, ຕ້ອງວາງຜັງເມືອງໃຫ້ໄປຕາມແຜນຜັງທີ່ວາງໄວ້, ເຮັດໃຫ້ເມືອງວັງວຽງ ມີຄວາມສະອາດຈົບງາມ, ຮັກສາແຫລ່ງທ່ອງທ່ຽວພາຍໃນເມືອງໃຫ້ມີຄຸນນະພາບ ຮັບປະກັນໃຫ້ແກ່ການທ່ອງທ່ຽວແບບຍືນຍົງ, ສ້າງເມືອງວັງວຽງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວລະດັບສາກົນໃນອະນາຄົດ.

    ໂອກາດນີ້, ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ ກໍໄດ້ງານຫຍໍ້ຜົນການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງແຂວງວຽງຈັນ ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026, ຄະນະພັກແຂວງວຽງຈັນ ໄດ້ນຳພາ-ຊີ້ນຳການຈັດຕັ້ງປະຕິບັດມະຕິຂອງພັກ ແລະ ແຜນພັດທະນາຂອງແຂວງຢ່າງຮອບດ້ານ ໂດຍສຸມໃສ່ການຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ການພັດທະນາເສດຖະກິດ-ສັງຄົມ ແລະ ການສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ເສດຖະກິດຂອງແຂວງຂະຫຍາຍຕົວ 3,4%, GDP ບັນລຸ 12.430 ຕື້ກີບ (ລາຍໄດ້ສະເລ່ຍ 1.154 ໂດລາຕໍ່ຫົວຄົນ), ສາມາດເກັບລາຍຮັບງົບປະມານໄດ້ 975,72 ຕື້ກີບ, ດຶງດູດນັກທ່ອງທ່ຽວໄດ້ປະມານ 1,93 ລ້ານເທື່ອຄົນ ແລະ ຜັນຂະຫຍາຍມະຕິ 04 ວ່າ ດ້ວຍການສ້າງເສດຖະກິດເອກະລາດ; ສາມາດສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 876 ໜ່ວຍ, ເທົ່າກັບ 67,85%, ຮັກສາ ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ເປັນຢ່າງດີ; ໄດ້ຍົກສູງຄຸນນະພາບການສຶກສາ ແລະ ວຽກງານສາທາລະນະສຸກ, ແຂວງສາມາດຮັກສາບ້ານພົ້ນທຸກໄດ້ 100%, ຫລຸດອັດຕາຄອບຄົວທຸກຍາກເຫລືອ 0,85% ແລະ ປະຊາຊົນມີນ້ຳສະອາດໃຊ້ 97%. ພ້ອມກັນນັ້ນ, ໄດ້ສຳເລັດການປະກາດສ້າງຕັ້ງ 35 ຕາແສງ ໃນ 11 ເມືອງ. ສຳລັບເມືອງວັງວຽງ ດ້ວຍທ່າແຮງດ້ານທຳມະຊາດ ແລະ ໂຄງສ້າງພື້ນຖານ ໄດ້ຮັບການກຳນົດເປັນເມືອງທ່ອງທ່ຽວລະດັບຊາດ. ແນວໃດກໍຕາມ, ຍັງມີບັນຫາສຳຄັນທີ່ຕ້ອງແກ້ໄຂ ເປັນຕົ້ນຄວາມແອອັດຂອງການຈະລາຈອນ, ສະພາບເສັ້ນທາງເລກ 13 ເໜືອ ທີ່ເປ່ເພ, ການປົກປ້ອງແມ່ນ້ຳຊອງ ແລະ ການຄຸ້ມຄອງຜົນກະທົບຈາກການຂຸດຄົ້ນແຮ່ທາດ ເພື່ອຮັກສາຄຸນນະພາບສິ່ງແວດລ້ອມ ແລະ ພາບລັກຂອງ ເມືອງທ່ອງທ່ຽວ.

     ການລົງຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຍັງໄດ້ລົງຢ້ຽມຢາມ ແລະ ທ່ຽວຊົມສະຖານທ່ີທ່ອງທ່ຽວຖ້ຳຈັງວັງວຽງ ແລະ ສວນໝາກໄມ້ໄວໂອຟາມ ບ້ານນາໄຊ, ສະຖານທີ່ທ່ອງທ່ຽວຂົວແກ້ວ ບ້ານຫ້ວຍສະເຫງົ້າ ແລະ ສະ ຖານທີ່ທ່ອງທ່ຽວຖ້ຳນອນ ແລະ ຖ້ຳນາງຟ້າ ເມືອງວັງວຽງ ຕື່ມອີກ.

KPL

ຂ່າວອື່ນໆ

ads
ads

Top