ຂປລ
ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ຕາແສງດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໃນວັນທີ 21 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະປົກຄອງຕາແສງດົງທ່າ ກໍຄື ເມືອງອຸທຸມພອນ ສຸມໃສ່ວຽກງານຈຳນວນໜຶ່ງ.
ຂປລ. ເປັນຕົ້ນ ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ; ສຸມໃສ່ປະຕິບັດທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ເກີດເປັນຮູບປະທຳຕົວຈິງ; ເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ນັບມື້ຫລຸດໜ້ອຍຖອຍລົງ.
ພ້ອມທັງເອົາໃຈໃສ່ສ່ົງເສີມການຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ; ຊຸກຍູ້ການພັດທະນາ ແລະ ນຳໃຊ້ພະລັງງານສະອາດ ຕາມທິດສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ; ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງສະພາບດິນຟ້າອາກາດ ລວມທັງໄພທຳມະຊາດທີ່ອາດເກີດຂຶ້ນໃນໄລຍະນີ້; ສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດ, ການຕັດໄມ້ ແລະ ການບຸກລຸກປ່າໄມ້ ຢ່າງເຂັ້ມງວດ-ເດັດຂາດ; ຄຸ້ມຄອງ ແລະ ຂຶ້ນທະບຽນອາວຸດເສິກ ຕາມລະບຽບກົດໝາຍຢ່າງເຂັ້ມງວດ; ສືບຕໍ່ສົ່ງເສີມການເຂົ້າຮຽນລະດັບສາມັນສຶກສາ ໃຫ້ກວມອັດຕາສູງຂຶ້ນກວ່າເກົ່າ; ເລັ່ງແກ້ໄຂບັນຫາຄູອາສາສະໝັກ, ທັງຍົກລະດັບ ແລະ ປັບປຸງຄຸນນະພາບຂອງຄູ-ອາຈານ; ສ້າງເງື່ອນໄຂໃຫ້ແຮງງານ ກໍຄືປະຊາຊົນ ມີວຽກເຮັດງານທຳ ໂດຍສະເພາະຢູ່ບັນດາໂຮງງານ ແລະ ໂຄງການລົງທຶນຕ່າງໆ; ສຸມໃສ່ປັບປຸງ ແລະ ພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ໃຫ້ໄປມາໄດ້ສະດວກປົກກະຕິ; ສົ່ງເສີມການນຳໃຊ້ເຕັກໂນໂລຊີປັນຍາປະດິດ ເຂົ້າໃນການພັດທະນາວຽກງານຕ່າງໆໃຫ້ຫລາຍຂຶ້ນ; ຊຸກຍູ້ ແລະ ພັດທະນາວຽກງານການທ່ອງທ່ຽວໃຫ້ມີຄວາມໂດດເດັ່ນ ແລະ ຂະຫຍາຍຕົວ; ສຸມໃສ່ປັບປຸງການຈັດຕັ້ງຕາແສງ, ຝຶກອົບຮົມຍົກລະດັບຄວາມຮູ້- ຄວາມສາມາດ ໃຫ້ແກ່ພະນັກງານຕາແສງ ເພື່ອເຮັດວຽກຢ່າງມີປະສິດທິພາບ; ຈັດສັນການປຸກສ້າງຕາມແຄມທາງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມ; ປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມຟືອຍຢ່າງແຂງແຮງ; ເລັ່ງແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫລຸດລົງຢ່າງຕໍ່ເນື່ອງ; ສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມຈຸດບໍລິການສາກລົດໄຟຟ້າ ໃຫ້ເພີ່ມຂຶ້ນ.
ຕາແສງດົງທ່າ ສ້າງຕັ້ງຂຶ້ນໃນວັນທີ 6 ພຶດສະພາ 2026 ແມ່ນຕາແສງທໍາອິດຂອງເມືອງອຸທຸມພອນ, ມີ 12 ບ້ານ, 2.545 ຫລັງຄາເຮືອນ, ພົນລະເມືອງ 13.671 ຄົນ, ປະກອບດ້ວຍເຜົ່າລາວ ແລະ ເຜົ່າຜູ້ ໄທ. ປັດຈຸບັນ, ພາຍໃນຕາແສງ ມີພະນັກງານເມືອງລົງປະຈຳການ 8 ທ່ານ, ເຈົ້າໜ້າທີ່ ປກສ 8 ທ່ານ, ກຳລັງກອງຫລອນ 133 ທ່ານ ແລະ ປກສ ບ້ານ 54 ທ່ານ; ທົ່ວຕາແສງ ມີໂຮງຮຽນ 13 ແຫ່ງ ມີນັກຮຽນທັງໝົດ 1.660 ຄົນ, ຄູ 62 ຄົນ, ສຸກສາລາ 2 ແຫ່ງ; ສາມາດສ້າງບ້ານ ປກຊ-ປກສ ໄດ້ 12 ບ້ານ; ທ່າແຮງ ຫລັກ ແມ່ນການຜະລິດກະສິກໍາ ເປັນສິນຄ້າ, ການລ້ຽງສັດ, ການ ທ່ອງທ່ຽວ ທາງດ້ານວັດທະນະທຳ ແລະ ປະຫວັດສາດ. ໄລຍະ 6 ເດືອນ ຕົ້ນປີນີ້ ສາມາດຈັດເກັບລາຍຮັບ ຈາກອາກອນທີ່ດິນ ໄດ້ 169 ລ້ານກວ່າກີບ ເທົ່າກັບ 49% ຂອງແຜນ ການ; ສາມາດປຸກລະດົມປະຊາຊົນປັກດໍາເຂົ້ານາປີໄດ້ 3.084 ເຮັກຕາ, ພ້ອມທັງປູກພືດຜັກ, ມັນຕົ້ນ, ອ້ອຍ, ຢາງພາລາ ແລະ ອື່ນໆ ຕື່ມອີກ. ນອກນີ້, ຍັງໄດ້ລະດົມທຶນຈາກສັງຄົມ ແລະ ປະຊາຊົນເຂົ້າໃສ່ການກໍ່ສ້າງ- ສ້ອມແປງເສັ້ນທາງເບຕົງ 3 ເສັ້ນ, ຂົວ, ເສັ້ນທາງເຂົ້າບ້ານ, ໂຮງຮຽນປະຖົມບ້ານໜອງແປນ ໂດຍສະເລ່ຍແມ່ນສຳເລັດແລ້ວ 23%.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມອບທຶນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ແກ່ເມືອງ ແລະ ຕາແສງ ດັ່ງກ່າວ. ຈາກນັ້ນ, ໄດ້ສືບຕໍ່ເດີນທາງໄປຕິດຕາມເບິ່ງໂຄງການຊົນລະປະທານອ່າງເກັບນ້ຳ-ຍອດຫ້ວຍນ້ຳຮາວ, ພ້ອມທັງໄດ້ປ່ອຍປ່າສູ່ແຫລ່ງນ້ຳທຳມະຊາດ ໃນເຂດຕາແສງດົງທ່າ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.
KPL