ຂປລ
ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຈັດການບັນຍາຍພາຍໃຕ້ຫົວຂໍ້: “ສາມທົດສະວັດຂອງສົນທິສັນຍາ ວ່າດ້ວຍການເກືອດຫ້າມການທົດລອງນິວເຄລຍທຸກຮູບແບບ: ການໝູນໃຊ້ວິທະຍາສາດ ແລະ ການທູດ ເພື່ອສ້າງຄວາມສະຫງົບສຸກໃນທົ່ວໂລກ” ໃນວັນທີ 21 ກໍລະກົດ 2026 .
ຂປລ. ໂດຍການບັນຍາຍຂອງ ທ່ານ ໂຣ ເບີດ ຟລອຍ (Robert Floyd) ເລຂາທິການບໍລິຫານຂອງອົງການສົນທິສັນຍາ ວ່າດ້ວຍການເກືອດຫ້າມການທົດລອງນິວເຄລຍທຸກຮູບແບບ ຫລື CTBTO. ການບັນຍາຍໃນຄັ້ງນີ້ ຈັດຂຶ້ນໃນໂອກາດທີ່ ທ່ານ ຟລອຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກນໍາຂະແໜງການກ່ຽວຂ້ອງ ຢູ່ ສປປ ລາວ ຊຶ່ງເປັນກິດຈະກໍາໜ່ຶງ ເພື່ອສະເຫລີມສະຫລອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງອົງການດັ່ງກ່າວ ໂດຍມີຜູ້ເຂົ້າຮ່ວມຈາກກະຊວງການຕ່າງປະເທດ, ຄະນະພົວພັນ ຕ່າງປະເທດສູນກາງພັກ, ຂະແໜງການກ່ຽວຂ້ອງ ແລະ ນັກສຶກສາ.
ທ່ານເລຂາທິການບໍລິຫານ ໄດ້ບັນຍາຍເຖິງຄວາມໝາຍ, ຄວາມສໍາຄັນ ແລະ ການກໍາເນີດຂຶ້ນຂອງສົນທິສັນຍາວ່າດ້ວຍການເກືອດຫ້າມການທົດລອງນິວເຄລຍທຸກຮູບແບບ ຫລື CTBT ທີ່ໄດ້ຖືກຮັບຮອງ ໂດຍກອງປະຊຸມສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ ໃນວັນທີ 10 ກັນຍາ 1996 ແລະ ເປີດໃຫ້ລົງນາມ ໃນວັນທີ 24 ກັນຍາ 1996. ສົນທິສັນຍາ CTBT ແມ່ນຂໍ້ຕົກລົງລະຫວ່າງປະເທດ ທີ່ມີເປົ້າໝາຍໃນການຫ້າມການທົດລອງລະເບີດນິວເຄລຍທຸກຮູບແບບ ແນໃສ່ສົ່ງເສີມການຫລຸດຜ່ອນ ແລະ ປ້ອງກັນການແຜ່ຂະຫຍາຍອາວຸດນິວເຄລຍໃນທົ່ວໂລກ ຊຶ່ງບໍ່ພຽງແຕ່ແມ່ນຫ້າມການທົດລອງລະເບີດນິວເຄລຍເທົ່ານັ້ນ, ແຕ່ຍັງລວມມີລະບົບເຝົ້າລະວັງ ແລະ ກວດສອບ ເພື່ອຢຸດຕິການແຂ່ງຂັນກັນດ້ານອາວຸດນິວເຄລຍ, ປ້ອງກັນບໍ່ໃຫ້ບັນດາປະເທດມີການຜະລິດ ແລະ ຄອບຄອງລະເບີດນິວເຄລຍປົກປ້ອງສິ່ງແວດລ້ອມຈາກກໍາມັນຕະພາບລັງສີ. ຕະຫລອດໄລຍະເວລາ 30 ປີ, ອົງ ການ CTBTO ໄດ້ປະຕິບັດໜ້າທີ່ ຂອງຕົນເອງຢ່າງຕັ້ງໜ້າ ແລະ ສ້າງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ປະຊາຄົມໂລກ ໂດຍໄດ້ມີການສ້າງເຄືອຂ່າຍກວດຈັບການລະເບີດນິວເຄລຍໃນທົ່ວໂລກ ດ້ວຍເຕັກໂນໂລຊີກວດຈັບແຜ່ນດິນໄຫວ, ກວດຈັບຄື້ນສຽງໃຕ້ນໍ້າ, ກວດຈັບກໍາມັນຕະພາບລັງສີ ແລະ ກວດຈັບຄື້ນສຽງໃນອາກາດ. ປັດຈຸບັນມີສະຖານີເຝົ້າລະວັງ ແລະ ກວດສອບດັ່ງກ່າວ ຢູ່ 337 ແຫ່ງໃນທົ່ວໂລກ.
ທ່ານ ຟລອຍ ຍັງໄດ້ເນັ້ນຢໍ້າຄວາມສໍາຄັນຂອງການປະສານສົມທົບລະຫວ່າງ ການຮ່ວມມືທາງການທູດ ແລະ ການນໍາໃຊ້ວິທະຍາສາດ ເພື່ອຢັບຢັ້ງ ແລະ ຈໍາກັດການແຜ່ຂະຫຍາຍອາວຸດນິວເຄລຍໃນທົ່ວໂລກ. ການປະກອບສ່ວນອັນສໍາຄັນຂອງ ສປປ ລາວ ແລະ ພາກພື້ນອາຊຽນ ໃນການສະໜັບສະໜູນສົນທິສັນຍາ CTBT ເພື່ອສ້າງໃຫ້ພາກພື້ນ ແລະ ໂລກ ມີຄວາມສະຫງົບສຸກ, ປາສະຈາກອາວຸດນິວເຄລຍ ແລະ ຫລຸດຜ່ອນຜົນກະທົບຮ້າຍແຮງ ຈາກອາວຸດທໍາລາຍລ້າງສູງດັ່ງກ່າວ ກໍຄື ການປ້ອງກັນໄພພິບັດທາງທໍາມະຊາດ.
ການບັນຍາຍໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການແລກປ່ຽນ ແລະ ປະກອບຄໍາຄິດຄໍາເຫັນຈາກຜູ້ເຂົ້າຮ່ວມຢ່າງກວ້າງຂວາງ, ມີເນື້ອໃນທີ່ມີຄວາມໝາຍສໍາຄັນ ແລະ ເປັນຄວາມຮູ້ອັນເລິກເຊິ່ງໃຫ້ແກ່ຜູ້ເຂົ້າຮ່ວມ, ມີຄວາມເຂົ້າໃຈຕໍ່ຜົນຮ້າຍຂອງລະເບີດນິວເຄລຍ ແລະ ມາດຕະການເພື່ອສະກັດກັ້ນການແຜ່ຂະຫຍາຍອາວຸດນິວເຄລຍ ລວມທັງບົດບາດຂອງອົງການສົນທິສັນຍາ CTBTO.
KPL