ຂປລ
ສປ ຈີນ ໄດ້ນຳໃຊ້ຈະຫລວດ ສົ່ງຍານລີ້ຈ້ຽນ 1 -Y15, ຍິງສົ່ງດາວທຽມ ຈຳນວນ 5 ດວງ ຂຶ້ນສູ່ອະວະກາດ ດ້ວຍຜົນສຳເລັດ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 24 ກໍລະກົດ 2026 ຕາມເວລາປັກກິ່ງ ຢູ່ເຂດທົດລອງ ການປະດິດສ້າງ ການບິນອະວະກາດ ການຄ້າ ຕົ່ງເຟີ່ງ, ສປ ຈີນ ໄດ້ນຳໃຊ້ຈະຫລວດ ສົ່ງຍານລີ້ຈ້ຽນ 1 -Y15, ຍິງສົ່ງດາວທຽມ ຈຳນວນ 5 ດວງ ຂຶ້ນສູ່ອະວະກາດ ດ້ວຍຜົນສຳເລັດ. ດາວທຽມທັງ 5 ລວມມີ: ທ່ຽນຢີ 48, ກ່ານເຕີ 1-01, ຊີ່ກວ່າງ 2-03, ຈີທ່ຽນຊິ່ງ A-04, ແລະຢີ້ງໂລງເຟີ່ງກວ່າງ 1. ດາວທຽມທັງໝົດໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ ຢ່າງສະດວກ, ເຮັດໃຫ້ການຍິງສົ່ງດາວທຽມຄັ້ງນີ້ ສຳເລັດຜົນຢ່າງຈົບງາມ. ນີ້ແມ່ນການປະຕິບັດພາລະກິດຄັ້ງທີ 15 ຂອງຈະຫລວດສົ່ງຍານລີ້ຈ້ຽນ 1./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL