ຍີ່ປຸ່ນ ຈະສົ່ງນັກສຶກສາແລກປ່ຽນໄປ ຣັດເຊຍ ຄັ້ງທຳອິດ ໃນຮອບ 7 ປີ

25/07/2026 11:29
Email Print 169
ຂປລ ລັດຖະບານ ຍີ່ປຸ່ນ ຈະຟື້ນຟູ ໂຄງການ ສົ່ງນັກສຶກສາແລກປ່ຽນ ໄປຍັງ ຣັດເຊຍ ເປັນຄັ້ງທຳອິດ ໃນຮອບ 7 ປີ ໂດຍເລີ່ມຕັ້ງແຕ່ ເດືອນສິງຫານີ້ ຫລັງຈາກ ຕ້ອງຢຸດຕິໂຄງການ ເນື່ອງຈາກ ການແພ່ລະບາດ ຂອງ ໂຄວິດ-19 ລວມເຖິງ ການທີ່ ຣັດເຊຍ ບຸກອູແກຣນ.

ຂປລ. ສຳນັກຂ່າວ ກຽວໂດ ຂອງ ຍີ່ປຸ່ນ: ລັດຖະບານ ຍີ່ປຸ່ນ ຈະຟື້ນຟູ ໂຄງການ ສົ່ງນັກສຶກສາແລກປ່ຽນ ໄປຍັງ ຣັດເຊຍ ເປັນຄັ້ງທຳອິດ ໃນຮອບ 7 ປີ ໂດຍເລີ່ມຕັ້ງແຕ່ ເດືອນສິງຫານີ້ ຫລັງຈາກ ຕ້ອງຢຸດຕິໂຄງການ ເນື່ອງຈາກ ການແພ່ລະບາດ ຂອງ ໂຄວິດ-19 ລວມເຖິງ ການທີ່ ຣັດເຊຍ ບຸກອູແກຣນ.

ກະຊວງການຕ່າງປະເທດ ຍີ່ປຸ່ນ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ນັກສຶກສາ ທີ່ ຮຽນພາສາຣັດເຊຍ ປະມານ 15 ຄົນ ຈະເດີນທາງໄປຍັງ ນະຄອນ ເຊນປີເຕີສະເບີກ ທາງຕາເວັນຕົກ ສຽງເໜືອ ຂອງ ຣັດເຊຍ ເປັນເວລາ ປະມານ 10 ວັນ ເພື່ອຮຽນພາສາ ແລະ ພົບປະແລກປ່ຽນ ກັບ ນັກສຶກສາ ຢູ່ຣັດເຊຍ.

ເຖິງຢ່າງໃດກໍຕາມ, ກະຊວງດັ່ງກ່າວ  ຍັງເນັ້ນໜັກເຖິງ ຄວາມສຳຄັນ ຂອງ ການແລກປ່ຽນ ລະຫວ່າງ ປະຊາຊົນ ໂດຍລະບຸວ່າ: ຄົນຮຸ່ນໃໝ່ ເຊິ່ງຈະເປັນ ກຳລັງສຳຄັນ ໃນການ ສົ່ງເສີມ ສາຍພົວພັນ ທະວິພາຄີ ໃນອະນາຄົດ ຈຳເປັນຕ້ອງ ຮຽນຮູ້ ພາສາຂອງກັນແລະກັນ ແລະ ສ້າງປະຕິສຳພັນລະຫວ່າງກັນ./

 

KPL

ຂ່າວອື່ນໆ

ads
ads

Top