ສ.ອາເມລິກາ ປະກາດເກັບພາສີຮອບໃໝ່ ຈາກ 60 ປະເທດ

25/07/2026 11:30
Email Print 205
ຂປລ ປະທານາທິບດີ ໂດນັນ ທຣຳ ສ.ອາເມລິກາ ໄດ້ປະກາດເກັບພາສີ ຄັ້ງໃໝ່ ກັບສິນຄ້າ ທີ່ ນຳເຂົ້າຈາກ 60 ປະເທດທົ່ວໂລກ, ລວມທັງ ປະເທດໄທ, ໃນອັດຕາ ລະຫວ່າງ 10% - 12,5%.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ປະທານາທິບດີ ໂດນັນ ທຣຳ ສ.ອາເມລິກາ ໄດ້ປະກາດເກັບພາສີ ຄັ້ງໃໝ່ ກັບສິນຄ້າ ທີ່ ນຳເຂົ້າຈາກ 60 ປະເທດທົ່ວໂລກ, ລວມທັງ ປະເທດໄທ, ໃນອັດຕາ ລະຫວ່າງ 10% - 12,5%. ໂດຍປະເທດໄທ ຖືກເກັບ ໃນອັດຕາສູງສຸດທີ່ 12,5%. ທັງນີ້, ລັດຖະບານ ສ.ອາເມລິກາ ອ້າງວ່າ ມາດຕະການເຫລົ່ານີ້ ແມ່ນການລົງໂທດ ປະເທດຕ່າງໆ ທີ່ ປ່ອຍໃຫ້ມີການ ໃຊ້ແຮງງານ ບັງຄັບ, ເຊິ່ງສ້າງຂໍ້ໄດ້ປຽບ ທາງການແຂ່ງຂັນທີ່ບໍ່ເປັນທຳ.

ຄະນະບໍລິຫານ ຂອງ ທ່ານ ໂດນັນ ທຣຳ ໄດ້ຖະແຫລງວ່າ: ສ.ອາເມລິກາ  ຈະເລີ່ມ ຈັດເກັບພາສີ ໃໝ່ໃນອັດຕາສູງສຸດ 12,5% ສຳລັບ ສິນຄ້າ ທີ່ ນຳເຂົ້າ ຈາກປະເທດ ຄູ່ຄ້າ ຂອງ ສ.ອາເມລິກາ ຈຳນວນ 60 ປະເທດ, ໂດຍມີຜົນບັງຄັບໃຊ້ ຕັ້ງແຕ່ 24 ກໍລະກົດ ເປັນຕົ້ນໄປ.

ຂະນະທີ່ ການດຳເນີນການ ຄັ້ງໃໝ່ນີ້ ເກີດຂຶ້ນພຽງ ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ມາດຕະການ ເກັບພາສີນຳເຂົ້າທົ່ວໂລກ ໃນອັດຕາ 10% ຈະໝົດກຳນົດ. ທ່ານ ໂດນັນ ທຣຳ ລະບຸວ່າ ຫລັງຈາກ ທີ່ມີ ການສືບສວນ ພາຍໃຕ້ຜົນຂອງມາດຕາ 301 ຂອງ ກົດໝາຍການຄ້າ ປີ 1974 ກວດພົບວ່າ ປະເທດດັ່ງກ່າວນີ້ ໄດ້ລົ້ມເຫລວ ໃນການປາບປາມ ການໃຊ້ແຮງງານບັງຄັບ.

ສຳລັບ ປະເທດ ຄູ່ການຄ້າ ສ່ວນໃຫຍ່ ຈາກທັງໝົດ 60 ປະເທດ ທີ່ ຜະເຊີນກັບ ອັດຕາພາສີ 12,5% ນັ້ນ ລວມມີ ໄທ, ຫວຽດນາມ ແລະ ຈີນ. ສ່ວນອັດຕາພາສີ ທີ່ຕ່ຳກວ່າ ເຊິ່ງຢູ່ທີ່ 10% ນັ້ນ ແມ່ນຖືກນຳມາໃຊ້ ກັບ 17 ປະເທດ ທີ່ມີກົດໝາຍ ບາງປະການ ຫ້າມການໃຊ້ແຮງງານບັງຄັບ ໄດ້ແກ່: ອາກຊັງຕິນ, ບັງກລາເທດ, ກຳປູເຈຍ, ການາດາ, ເອກວາດໍ, ເອນຊານວາດໍ, ກົວເຕມາລາ, ຮອນດູຣັດ, ອິນເດຍ, ອິນໂດເນເຊຍ, ຊອກດານີ, ມາເລເຊຍ, ເມັກຊິກ, ປາກິດສະຖານ, ສີລັງກາ ແລະ ອື່ນໆ. ນອກນັ້ນ, ປະເທດຄູ່ຄ້າອີກ 5 ແຫ່ງ ໄດ້ແກ່: ສະຫະພາບ ເອີຣົບ (EU), ເຂດໄຕ້ຫວັນ (ຈີນ), ຍີ່ປຸ່ນ, ສ.ເກົາຫລີ ແລະ ສະວິດ ຈະຕ້ອງຖືກ ເກັບພາສີ ເພີ່ມເຕີມໃຫ້ເປັນ 10% ຫລື 12,5% ./

KPL

ຂ່າວອື່ນໆ

ads
ads

Top