ສ.ອາເມລິກາ ເລັ່ງເຮັດຂໍ້ຕົກລົງການຄ້າຊົ່ວຄາວ ກັບ ການາດາ-ເມັກຊິກ

25/07/2026 11:29
Email Print 143
ຂປລ ທ່ານ ເຈມີສັນ ເກຣຍ (Jamieson Greer) ຜູ້ຕາງໜ້າການຄ້າ ສ.ອາເມລິກາ ເປີດເຜີຍວ່າ: ສ.ອາເມລິກາ ມີທ່າອ່ຽງວ່າ ຍັງບໍ່ສາມາດ ຕໍ່ອາຍຸຂໍ້ຕົກລົງ ການຄ້າ USMCA ກັບ ເມັກຊິກ ແລະ ການາດາໄດ້ ໃນປີ 2026

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ເຈມີສັນ ເກຣຍ (Jamieson Greer) ຜູ້ຕາງໜ້າການຄ້າ ສ.ອາເມລິກາ ເປີດເຜີຍວ່າ: ສ.ອາເມລິກາ ມີທ່າອ່ຽງວ່າ ຍັງບໍ່ສາມາດ ຕໍ່ອາຍຸຂໍ້ຕົກລົງ ການຄ້າ USMCA ກັບ ເມັກຊິກ ແລະ ການາດາໄດ້ ໃນປີ 2026 ໂດຍ ຈະພະຍາຍາມ ຊຸກຍູ້ຂໍ້ຕົກລົງ ຊົ່ວຄາວ ກັບ ທັງສອງປະເທດ ກ່ອນທ້າຍປີນີ້ ເພື່ອຮັກສາ ຄວາມຕໍ່ເນື່ອງ ຂອງ ການເຈລະຈາ.

ສ່ວນສາເຫດ ທີ່ ການເຈລະຈາ ຊັກຊ້າ ເນື່ອງຈາກວ່າ ມີເລື່ອງສຳຄັນ ທີ່ ຍັງຕົກລົງກັນບໍ່ໄດ້ ເຊັ່ນ: ກົດລະບຽບຖິ່ນກຳເນີດ ສິນຄ້າ ສຳລັບ ອຸດສາຫະກຳ ຍານພາຫະນະ, ກົດລະບຽບ ດ້ານແຮງງານ ແລະ ມາດຕະຖານ ດ້ານສິ່ງແວດລ້ອມ ເຊິ່ງຕ້ອງໃຊ້ ເວລາ ເຈລະຈາເພີ່ມເຕີມ ແລະ ອາດຈະຕ້ອງ ປຶກສາຫາລື ກັບ ສະພາຄອງເກຣດ ໃນປີ 2027.

ໂດຍຖະແຫລງການດັ່ງກ່າວ ເປັນສັນຍານ ທີ່ ບົ່ງບອກ ຢ່າງຈະແຈ້ງວ່າ ການເຈລະຈາ ປັບປຸງ ຂໍ້ຕົກລົງ USMCA ຈະຍືດເຍື້ອໄປ ຈົນເຖິງ ປີໜ້າ ສົ່ງຜົນໃຫ້ ພາກທຸລະກິດ ແລະ ນັກລົງທຶນ ຍັງຄົງ ຜະເຊີນກັບ ຄວາມບໍ່ແນ່ນອນ ໂດຍສະເພາະ ໃນເມັກຊິກ ແລະ ການາດາ ທີ່ ຕ້ອງການໃຫ້ ການເຈລະຈາສິ້ນສຸດ ລົງໃນໄວໆນີ້./

KPL

ຂ່າວອື່ນໆ

ads
ads

Top