ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພົບປະໂອ້ລົມພະນັກງານຕາແສງຊຽງທອງ ນະຄອນຫລວງພະບາງ

23/07/2026 09:39
Email Print 102
ຂປລ ຕອນແລງວັນທີ 21 ກໍລະກົດ 2026 ນີ້, ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ, ຮອງປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ພ້ອມດ້ວຍຄະນະ ແລະ ການນຳແຂວງຫລວງພະບາງ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານ ຫ້ອງການຕາແສງຊຽງທອງ ນະຄອນຫລວງພະບາງ (ຕັ້ງຢູ່ບ້ານຜານົມ).

       ຂປລ.  ຊຶ່ງການລົງຢ້ຽມຢາມຄັ້ງນີ້ ມີຂຶ້ນພາຍຫລັງທີ່ສະຫາຍ ໄດ້ສຳເລັດການເຂົ້າຮ່ວມພິທີປະກາດແຕ່ງຕັ້ງປະທານ-ຮອງປະທານ, ຜູ້ປະຈໍາການ ແລະ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຫລວງພະບາງ ໂດຍສະຫາຍໄດ້ເນັ້ນໃສ່ການສືບຕໍ່ວຽກງານ ປກຊ-ປກສ ໃຫ້ມີຄວາມສະຫງົບຮອບດ້ານ, ວຽກງານແກ້ໄຂຄວາມທຸກຍາກ, ສົ່ງເສີມຜະລິດຕະພັນທ້ອງຖິ່ນ, ສົ່ງເສີມການທ່ອງທ່ຽວ, ສົ່ງເສີມກະສິກໍາໃຫ້ເປັນສິນຄ້າມີຫລາກຫລາຍຮູບແບບສະອາດປອດໄພ ເພື່ອຕ້ອນຮັບນັກທ່ອງທ່ຽວ.

    ໃນໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫລ້າຄຳຟອງ ໄດ້ມອບຄອມພິວເຕີ ຈຳນວນ 15 ຊຸດ, ປິ່ນເຕີ 5 ເຄື່ອງ ແລະ ລົດຈັກ 5 ຄັນ ໃຫ້ແກ່ 5 ຕາແສງ ທົ່ວນະຄອນຫລວງພະບາງຄື: ຕາແສງຊຽງທອງ, ຕາແສງເມືອງງາ, ຕາແສງ ເມືອງຂາຍ, ຕາແສງ ປາກເຊືອງ , ຕາແສງ ສັງຄະໂລກ ເພື່ອຮັບໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິຜົນສູງຂຶ້ນ, ຕາງໜ້າຮັບໂດຍ ສະຫາຍ ຊາຍພອນ ຈັນທຸມມາ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກນະຄອນຫລວງພະບາງ ພ້ອມຄະນະ ແລະ ປະທານຮອງປະທານ ພະນັກງານຕາແສງ.

     ສະຫາຍ ນາງ ແສງທອງ ລາທິພົງ ປະທານຄະນະກໍາມະການປົກຄອງ ຕາແສງຊຽງທອງ ໄດ້ກ່າວຕ້ອນຮັບພ້ອມທັງລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຕາແສງຊຽງທອງ ໂດຍຫຍ້ໍດ້ານພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ແລະ ແບບແຜນທິດທາງ, ມີຂໍ້ສະເໜີບາງບັນຫາທີ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ພ້ອມດ້ວຍຄະນະ ທ່ີໄດ້ນໍາເອົາອຸປະກອນທ່ີຈໍາ ເປັນມາຊ່ວຍເຫລືອໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ອຸປະກອນດ່ັງກ່າວ ເຂົ້າໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.

KPL

ຂ່າວອື່ນໆ

ads
ads

Top