ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນຄັ້ງທີ 59 ແບບຄົບຄະນະ ແລະ ກອງປະຊຸມກ່ຽວຂ້ອງ

23/07/2026 09:47
ຂປລ ວັນທີ 21 ກໍລະກົດ 2026 ທີ່ມະນິລາ, ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 59 ຢ່າງເປັນທາງການ.

      ຂປລ.  ໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ ລັດຖະມົນຕີຕ່າງປະເທດຟີລິບປິນ. ໃນພິທີເປີດໄດ້ມີຜູ້ເຂົ້າຮ່ວມຈາກຫລາຍພາກສ່ວນ ເປັນຕົ້ນບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຮັບເຊີນຈາກຂະແໜງການຕ່າງໆ. 

      ພາຍຫລັງພິທີເປີດກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບວົງເເຄບ. ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ປຶກສາຫາລືກ່ຽວກັບການເສີມສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ, ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ ແລະ ຍິນດີຕໍ່ການຈະມາລົງນາມເອກະສານເພື່ອເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວ ໂດຍລິດຕົວນີ, ໂປໂລຍ, ຣູມານີ ແລະ ຊູແອດ. ກອງປະຊຸມໄດ້ຮັບຊາບບົດລາຍງານປະຈໍາປີ 2026 ຂອງຄະນະກຳມາທິການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ຮັບຮອງແຜນວຽກກິດຈະກໍາບຸລິມະສິດຂອງຄະນະກຳມາທິການດ່ັງກ່າວ. ພ້ອມນ້ີ, ໄດ້ຮັບຊາບຄວາມຄືບໜ້າຂອງການພົວພັນລະຫວ່າງ ອາຊຽນກັບຄູ່ຮ່ວມມື ພາຍນອກຂອງອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາແຜນວຽກງານການຮ່ວມມື ແລະ ສືບຕໍ່ຮັດແໜ້ນການຮ່ວມມືກັບພາຍນອກ ເພື່ອປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2045, ພ້ອມທັງປຶກສາຫາລືບັນຫາທີ່ກ່ຽວຂ້ອງການຮັບຄູ່ຮ່ວມທາງການຂອງອາຊຽນ. ໃນນັ້ນ, ໄດ້ຮັບຮອງເອົາເອກະສານເງື່ອນໄຂ ແລະ ຕົວຊີ້ບອກການເປັນຄູ່ເຈລະຈາອາຊຽນ ຊຶ່ງຈະເປັນເອກະສານພື້ນຖານສໍາລັບການປະເມີນການສະໝັກເປັນຄູ່ຮ່ວມທາງ ການອາຊຽນແນໃສ່ຮັບປະກັນການພົວພັນຮ່ວມມືກັບອາຊຽນ ຂອງພາຍນອກ ຈະປະກອບສ່ວນຢ່າງແທ້ຈິງຕໍ່ອາຊຽນ. ກອງປະຊຸມໄດ້ເຫັນດີຮັບເອົາ ຕວັກກີ ເປັນຄູ່ຮ່ວມເຈລະຈາອາຊຽນ ແລະ ເຫັນດີຮັບເອົາ ເຢຍລະມັນ ແລະ ກາຕາ ເປັນຄູ່ຮ່ວມຂະແໜງການອາຊຽນ. ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ການາດາ ໄດ້ລາຍງານໃຫ້ກອງປະຊຸມຮັບຊາບຄວາມຄືບໜ້າການພົວພັນຮ່ວມມືອາຊຽນ-ການາດາ ໂດຍສະເພາະການສ້າງແຜນປະຕິບັດງານ ອາຊຽນ-ການາດາ ສະບັບໃໝ່ (2026-2030). ພ້ອມນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59, ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບສະພາບການທີ່ກຳລັງຜັນແປ ໃນຕາເວັນອອກກາງ ແລະ ບັນດາເອກະສານຜົນກອງປະຊຸມທີ່ກ່ຽວຂ້ອງ ຈໍານວນໜຶ່ງ.

     ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບວົງເເຄບ ໄດ້ປຶກສາຫາລືຜົນການຈັດຕັ້ງປະຕິບັດເອກະສານທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບບັນຫາ ມຽນມາ ຊຶ່ງໂດຍລວມເຫັນວ່າມີຄວາມຄືບໜ້າ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນວິກິດການດ້ານພະລັງງານ, ການຫລອກລວງທາງອອນລາຍ, ອາຊະຍາກຳຂ້າມຊາດ, ໄພພິບັດທາງທຳມະຊາດ,  ສະພາບການຢູ່ຕາເວັນອອກກາງ ແລະ ອື່ນໆ.

    ກອງປະຊຸມປຶກສາຫາລື ບໍ່ເປັນທາງການ ແບບເປີດກວ້າງກ່ຽວກັບການຈັດຕັ້ງປະຕິບັດ 5 ຂ້ໍຕົກລົງ ຂອງຜູ້ນຳອາຊຽນໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ໂດຍລັດຖະມົນຕີຕ່າງປະເທດຂອງ ຟີລິບປິນ ໃນນາມປະທານກອງປະຊຸມ ແລະ ໃນນາມຜູ້ຕາງໜ້າພິເສດຂອງປະທານອາຊຽນ ປີ 2026 ກ່ຽວກັບບັນຫາມຽນມາ. ພ້ອມນັ້ນ, ກອງປະຊຸມໄດ້ແລກປ່ຽນທັດສະນະກ່ຽວກັບທິດທາງໃນຕໍ່ໜ້າ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງດັ່ງກ່າວ.

KPL

ຂ່າວອື່ນໆ

ads
ads

Top