ຂປລ
ຂປລ. ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຂ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ V ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາບຸກ ຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນດາເຜົ່າ.

ທ່ານ ນາງ ບຸນນານ ບຸນນະແສງ ພະນັກງານບໍານານ ອະດີດຄະນະປະຈໍາພັກແຂວງ, ອະດີດສະມາຊິກສະພາແຫ່ງຊາດ ຊຸດທີ 6 ແຂວງອັດຕະປື ໄດ້ສະແດງທັດສະນະຂອງຕົນວ່າ: ຕົນເອງມີຄວາມພາກພູມໃຈຫລາຍ ທີ່ໄດ້ມາໃຊ້ສິດເລືອກເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ແລະ ຮູ້ສຶກດີໃຈໄປກວ່ານັ້ນ ກໍຄືໄດ້ເຫັນວ່າ ພໍ່ແມ່ປະຊາຊົນ ກໍຄື ຜູ້ມີສິດປ່ອນບັດເລືອກຕັ້ງ ໃນແຕ່ລະໜ່ວຍປ່ອນບັດເລືອກຕັ້ງ ພາຍໃນເມືອງພູວົງ ແຂວງອັດຕະປື ໄດ້ພ້ອມພາກັນຕື່ນຕົວອອກມາໃຊ້ສິດຂອງຕົນຢ່າງຫລວງຫລາຍ ຊຶ່ງມັນສະແດງໃຫ້ເຫັນເຖິງຄວາມຕື່ນຕົວຮັກຊາດຂອງປະຊາຊົນບັນດາເຜົ່າ. ພ້ອມນັ້ນ, ຕົນເອງກໍ່ຝາກຄວາມຫວັງ ມາຍັງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດນີ້ ພາຍຫລັງໄດ້ຮັບການເລືອກຕັ້ງເຂົ້າໄປເຮັດໜ້າທີ່ຢູ່ໃນສະພາແລ້ວ ກໍຂໍໃຫ້ປະຕິບັດໜ້າທີ່ຂອງຕົນ ໃນການເປັນຕົວແທນແຫ່ງສິດອໍານາດຂອງປະຊາຊົນ ໂດຍການນໍາເອົາຄໍາສະເໜີຂອງປະຊາຊົນ ໄປຄົ້ນຄວ້າ ພິຈາລະນາ ຫລື ສະເໜີແນະຕໍ່ອົງການບໍລິຫານລັດ ເພື່ອແກ້ໄຂເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ.

ໂອກາດດັ່ງກ່າວ ທ່ານ ບຸນນາວ ຈັນດອນ ພະນັກງານບໍານານ ອະດີດການນໍາຂອງເມືອງ ພູວົງ ແຂວງອັດຕະປື ຍັງໄດ້ໃຫ້ທັດສະນະອີກວ່າ: ວັນທີ 22 ກຸມພາ ແມ່ນວັນທີ່ຄວາມໝາຍຄວາມສໍາຄັນຍິ່ງຂອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ເວົ້າສະເພາະ ຢູ່ເມືອງພູວົງ ໃນມື້ນີ້ແມ່ນມີບັນຍາກາດຟົດຟື້ນຫລາຍເຫັນໄດ້ວ່າ: ປະຊາຊົນຊາວເມືອງພູວົງ ໄດ້ພ້ອມຈິດພ້ອມໃຈໃນການໃຊ້ສິດຂອງຕົນຢ່າງເຕັມປ່ຽມ ແລະ ເຊື່ອໝັ້ນວ່າ ບັນດາຜູ້ແທນ ສສຊ ແລະ ສສຂ ທີ່ປະຊາຊົນເລືອກໄດ້ໃນຄັ້ງນີ້ ຈະໄດ້ເປັນຕົວແທນໃນການປະກອບສ່ວນສໍາຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ພັດທະນາບ້ານເມືອງ ກໍຄືປະເທດຊາດ ໃຫ້ຈະເລີນກ້າວໜ້າ.
KPL