ໄລຍະ 5 ປີ ລັດຖະບານຈະສູ້ຊົນໃຫ້ ຈີດີພີ ຂະຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ

26/02/2026 06:40
ຂປລ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ລັດຖະບານ ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື ຈີດີພ (GDP) ຂະຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ.

      ຂປລ. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວສະເລ່ຍ 4,1%, ກວມ 20,7% ຂອງ GDP, ຂະແໜງອຸດສາຫະກຳຂະຫຍາຍຕົວສະເລ່ຍ 5,7%, ກວມ 31,3% ຂອງ GDP; ຂະແໜງບໍລິການ ຂະຫຍາຍຕົວສະເລ່ຍ 7,1%, ກວມ 37,5% ຂອງ GDP ແລະ ພາສີ-ອາກອນ ຂະຫຍາຍຕົວ ສະເລ່ຍ 5%, ກວມ 10,5% ຂອງ GDP, GDP ຕໍ່ຫົວຄົນ ໃຫ້ໄດ້ 3.104 ໂດລາສະຫະລັດ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ໃຫ້ໄດ້ 2.914 ໂດລາສະຫະລັດ ໃນປີ 2030.

      ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ເຜີຍແຜ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃນກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 25 ກຸມພາ 2026 ໂດຍໄດ້ຍົກໃຫ້ເຫັນຄາດໝາຍດ້ານເສດຖະກິດ ຊຶ່ງລັດຖະບານຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ໃນ ໄລຍະ 5 ປີ ຂະຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ, ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 554.400 ຕື້ກີບ ເທົ່າກັບ 20,95% ຂອງ GDP ຂຶ້ນໄປ, ລາຍຈ່າຍງົບປະມານຢູ່ໃນລະດັບ 528.400 ຕື້ກີບ ເທົ່າກັບ 19,96% ຂອງ GDP ແລະ ເກີນດຸນງົບປະມານ 26.000 ຕື້ກີບ ເທົ່າ ກັບ 0,98% ຂອງ GDP; ສູ້ຊົນຫລຸດຜ່ອນໜ້ີສິນສາທາລະນະໃຫ້ຢູ່ໃນລະດັບຕໍ່າກວ່າ 70% ຂອງ GDP; ຮັບປະກັນສະຖຽນລະພາບດ້ານເງິນຕາ ໂດຍຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນ ລະດັບບໍ່ເກີນ 5% (ເໜັງຕີງ 2%), ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າ 5 ເດືອນຂຶ້ນໄປ, ຄຸ້ມຄອງການສົ່ງອອກ-ນໍາເຂົ້າຜ່ານລະບົບທະນາຄານ ໃຫ້ໄດ້ຢ່າງໜ້ອຍ 75%; ສູ້ຊົນລະດົມການລົງທຶນໃຫ້ໄດ້ 636.178 ຕື້ກີບ ເທ່ົາກັບ 24% ຂອງ GDP ຂ້ຶນໄປ. ໃນນີ້, ການລົງທຶນຈາກງົບປະມານພາຍໃນໃຫ້ໄດ້ 116.000 ຕື້ກີບ ກວມເອົາ 18,2% ຂອງການລົງທຶນທັງໝົດ, ການລົງທຶນຂອງການຊ່ວຍເຫລືອທາງການເພື່ອການພັດທະນາໃຫ້ໄດ້ 71.277 ຕື້ກີບ ກວມເອົາ 11,2%, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງ ປະເທດໃຫ້ໄດ້ 409.470 ຕ້ືກີບ ກວມເອົາ 64,4% ແລະ ການລົງທຶນອື່ນໆ ໃຫ້ໄດ້ 39.431 ຕື້ກີບ ກວມເອົາ 6,2% ຂອງການລົງທຶນທັງໝົດ; ສູ້ຊົນການຜະລິດເຂ້ົາໃຫ້ໄດ້ 4 ລ້ານໂຕນຕໍ່ປີ, ການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ໃຫ້ໄດ້ 1,9 ຕື້ໂດລາສະຫະລັດຕ່ໍປີ, ດຶງດູດນັກທ່ອງທ່ຽວຕ່າງປະເທດ 5 ປີ ໃຫ້ໄດ້ 22 ລ້ານເທ່ືອຄົນ, ສ້າງລາຍຮັບປະມານ 8 ຕ້ ໂດລາສະຫະລັດ; ສູ້ຊົນຜະລິດກະແສໄຟຟ້າ ໃຫ້ໄດ້ 327.317 ລ້ານກິໂລວັດໂມງ ແລະ ມູນຄ່າການຜະລິດ ແລະ ປຸງແຕ່ງແຮ່ທາດໃຫ້ໄດ້ 284.432,8 ຕື້ກີບ.

    ໂດຍອີງໃສ່ສິ່ງທ້າທາຍ, ກາລະໂອກາດ ແລະ ທ່າແຮງ, ລັດຖະບານຈຶ່ງໄດ້ກຳນົດ 7 ທິດທາງລວມ ແລະ ຄາດໝາຍຕົ້ນຕໍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ດັ່ງນີ້: ຮັບປະກັນສະຖຽນລະພາບການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານບົນພື້ນຖານການຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ; ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທໍາຫລາຍຂຶ້ນ, ຫລຸດຜ່ອນໜ້ີສິນສາທາລະນະເທ່ືອ ລະກ້າວ, ບໍ່ສ້າງໜີ້ໃໝ່ທີ່ບໍ່ຈໍາເປັນ; ດໍາເນີນການຄຸ້ມຄອງ-ບໍລິຫານ ເສດຖະກິດໄປຕາມກົດໝາຍ, ລະ ບຽບຫລັກການ ແລະ ສອດຄ່ອງ ກັບກົນໄກຕະຫລາດທີ່ມີການ ດັດສົມ ແລະ ຄຸ້ມຄອງຂອງລັດ, ພັດທະນາເສດຖະກິດໃຫ້ຂະຫຍາຍ ຕົວໄວ, ຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ, ໜັກແໜ້ນ ດ້ວຍຄຸນນະພາບສູງ ແລະ ເປັນເຈ້ົາຕົນເອງນັບມ້ືພ້ົນເດ່ັນ; ສຸມໃສ່ກ່ໍສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ຖັນແຖວນັກຮຽນຮູ້-ປັນຍາຊົນໃຫ້ສາມາດ ຕອບສະໜອງໃຫ້ແກ່ການສ້າງສາ ປະເທດໃນເງື່ອນໄຂໃໝ່, ສາມາດ ປະກອບສ່ວນເຂົ້າໃນການຄົ້ນ ຄວ້າ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຫລື ການປະດິດສ້າງໃໝ່ ແລະ ປັນຍາ ປະດິດ (AI) ໃນຍຸກສະໄໝການ ຫັນເປັນດີຈິຕອນ ແລະ ຄອນຕ້ອມໃຫ້ແກ່ການພັດທະນາປະເທດຊາດ ນັບມື້ນັບຫລາຍ ແລະ ໂດດເດັ່ນ ຂຶ້ນ; ວັດທະນະທຳທີ່ເປັນເອກະລັກ ແລະ ມູນເຊື້ອດີງາມຂອງຊາດ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ; ຍົກສູງຄຸນນະພາບ ຊີວິດຂອງປະຊາຊົນໃຫ້ດີຂຶ້ນ, ພັດ ທະນາປະເທດຊາດໃຫ້ຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາຢ່າງໂລ່ງລ່ຽນ, ມີ ຄຸນນະພາບ ແລະ ຍືນຍົງ; ປັບປຸງຮາກຖານການເມືອງໃຫ້ມີ 4 ຄວາມເຂັ້ມແຂງ ແລະ ໜັກແໜ້ນ; ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອຫລຸດ ຜ່ອນຄວາມແຕກໂຕນຂອງການພັດທະນາລະຫວ່າງຜູ້ຮັ່ງ ແລະ ຜູ້ທຸກ, ລະຫວ່າງຕົວເມືອງ ແລະ ຊົນນະບົດໃຫ້ຫຍັບເຂ້ົາໃກ້ກັນເທ່ືອລະກ້າວ; ພັດທະນາເສດຖະກິດ-ສັງຄົງ ແລະ ການປົກປັກຮັກສາສິ່ງແວດ ລ້ອມຢ່າງສົມສ່ວນ ຕາມທິດສີຂຽວ ແລະ ຍືນຍົງ; ເຄ່ືອນໄຫວວຽກງານການຕ່າງປະເທດຢ່າງເປັນເຈົ້າການ, ຫ້າວຫັນ ແລະ ໄດ້ຮັບຄວາມເຊ່ືອໝ້ັນ, ການສະໜັບສະໜູນ ແລະ  ຊ່ວຍເຫລືອຈາກເພື່ອນມິດສາກົນ, ມີບົດບາດພົ້ນເດັ່ນສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ; ຍົກສູງ ປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ.

ຂ່າວ: ສົມຫວັງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top