ຂປລ
ທ່ານ ອິແຈ-ມະຍອງ ປະທານາທິບໍດີ ສ.ເກົາຫລີ ປຶກສາຫາລື ທະວີພາຄີ ກັບ ທ່ານ ລູອີສ ອີນາຊີໂອ ລູລາ ດາຊິລວາ ປະທານາທິບໍດີ ຂອງ ບຣາຊີນ ຢູ່ນະຄອນຫລວງ ເຊອຸນຂອງ ສ.ເກົຫລີ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ວັນທີ 23 ກຸມພາທ່ານ ອິແຈ-ມະຍອງ ປະທານາທິບໍດີ ສ.ເກົາຫລີ ປຶກສາຫາລື ທະວີພາຄີ ກັບ ທ່ານ ລູອີສ ອີນາຊີໂອ ລູລາ ດາຊິລວາ ປະທານາທິບໍດີ ຂອງ ບຣາຊີນ ຢູ່ນະຄອນຫລວງ ເຊອຸນຂອງ ສ.ເກົຫລີ , ໂດຍທັງສອງຝ່າຍ ເຫັນດີ ຂະຫຍາຍ ຄວາມຮ່ວມມື ໃນຫລາຍດ້ານ ເຊັ່ນ: ການຄ້າ, ແຮ່ທາດສຳຄັນ, ເຕັກໂນໂລຊີ ແລະ ວັດທະນະທຳ.
ໃນຂະນະດຽວກັນ, ຜູ້ນໍາທັງສອງປະເທດ ຍັງເຂົ້າຮ່ວມ ເປັນສັກຂີພະຍານ ໃນພິທີລົງນາມ ບົດບັນທຶກ ຄວາມເຂົ້າໃຈ (MOU) 10 ສະບັບ ຄວບຄຸມ ນະໂຍບາຍ ການຄ້າ ແລະ ອຸດສາຫະກຳ ແຮ່ທາດສຳຄັນ, ເສດຖະກິດດິຈີຕອນ ແລະ ປັນຍາປະດິດ (AI), ກະສິກຳ, ສາທາລະນະສຸກ ແລະ ເຕັກໂນໂລຊີ ຊີວະພາບ ,ການແລກປ່ຽນ ລະຫວ່າງ ທຸລະກິດຂະໜາດຍ່ອຍ(SME) ລວມເຖິງ ການປະຕິບັດງານ ຮ່ວມກັນ ຂອງ ຕຳຫລວດ ໃນການປາບປາມ ອາຊາຍະກຳໄຊເບີ, ຢາເສບຕິດ ແລະ ໄພຄຸກຄາມຂ້າມຊາດ ແລະ ອື່ນໆ./
KPL