ຂປລ
ຂປລ. ຫ້ວຍສັງ ເມືອງຜາອຸດົມ ແຂວງບໍ່ແກ້ວ ຖືກຮັບຮອງເປັນ ບ້ານວັດທະນະທໍາໃໝ່ ບ້ານທີ 54 ຂອງເມືອງຜາອຸດົມ ແລະ ໜ່ວຍ ສະຫະພັນນັກຮົບເກົ່າ 3 ດີ 6 ຮັກສາ ໃນວັນທີ 17 ກຸມພາ 2026 ທີ່ບ້ານ ຫ້ວຍສັງ.ທ່ານ ຄຳແສງ ໂຍມສຸລີ ນາຍ ບ້ານໆ ຫ້ວຍສັງ

ຂປລ. ຫ້ວຍສັງ ເມືອງຜາອຸດົມ
ແຂວງບໍ່ແກ້ວ ຖືກຮັບຮອງເປັນ
ບ້ານວັດທະນະທໍາໃໝ່ ບ້ານທີ 54
ຂອງເມືອງຜາອຸດົມ ແລະ ໜ່ວຍ
ສະຫະພັນນັກຮົບເກົ່າ 3 ດີ 6 ຮັກສາ
ໃນວັນທີ 17 ກຸມພາ 2026 ທີ່ບ້ານ
ຫ້ວຍສັງ.ທ່ານ ຄຳແສງ ໂຍມສຸລີ ນາຍ
ບ້ານໆ ຫ້ວຍສັງ ໄດ້ໃຫ້ຮູ້ວ່າ: ບ້ານ
ຫ້ວຍສັງ ຕັ້ງຢູ່ຫ່າງຈາກຕົວເມືອງ
9 ກິໂລແມັດ, ມີເນື້ອທີ່ 1.870
ເຮັກຕາ, ປະກອບມີ 3 ຊົນເຜົ່າຄື:
ຊົນເຜົ່າກຶມມຸ, ເຜົ່າລາວ, ເຜົ່າມົ້ງ
ປະຊາຊົນນັບຖືບັນພະບູລຸດ, ຖືສາ
ສະໜາພຸດ ແລະ ຜີ, ບ້ານມີເສັ້ນ
ທາງລົດໄປເຖິງສອງລະດູ ເປັນ
ບ້ານທີ່ມີໄຟຟ້າໃຊ້ຢ່າງທົ່ວເຖິງ,
ທົ່ວບ້ານມີ 157 ຫລັງຄາ, ມີ 157
ຄອບຄົວ, ມີພົນລະເມືອງ 1.038ົນ, ຍິງ 538 ຄົນ, ມີຄອບຄົວວັດ
ທະນະທຳ 123 ຄອບຄົວ ເທົ່າກັບ
78,34% ຂອງຄອບຄົວທັງໝົດ,
ມີຄອບຄົວກຸ້ມກິນ 120 ຄອບຄົວ,
ຄອບຄົວທຸກຍາກ 37 ຄອບຄົວ,
ມີເຮືອນຖາວອນ 57 ຫລັງຄາ,
ເຮືອນເຄິ່ງຖາວອນ 70 ຫລັງຄາ,
ເຮືອນປະຖົມປະຖານ 30 ຫລັງຄາ,
ລົດໄຖນາເດີນຕາມ 28 ຄັນ, ລົດຈັກ
80 ຄັນ, ລົດຖີບ 10 ຄັນ, ໂຮງສີ
ເຂົ້າຂະໜາດນ້ອຍ 20 ເຄື່ອງ ແລະ
ມີຈັກໂມ້ເຂົ້າ 4 ເຄື່ອງ,

ສະຫະພັນ
ນັກຮົບເກົ່າມີສະມາຊິກທັງໝົດ 3
ຄົນ, ຄະນະນັກຮົບເກົ່າພາຍໃນບ້ານ
ໄດ້ເປັນເຈົ້າການ ໃນການເຄື່ອນ
ໄຫວວຽກງານຕາມພາລະບົດ
ບາດ ແລະ ໜ້າທີ່ຂອງຕົນ, ໄດ້ປັບ
ປຸງໝູ່ຄະນະດ້ວຍກັນ ເພື່ອໃຫ້ເປັນ
ແບບຢ່າງໃຫ້ຄົນຮຸ່ນຫລັງ. ນອກ
ຈາກການຈັດຕັ້ງວຽກງານຂອງ
ຕົນແລ້ວຍັງໄດ້ເປັນເຈົ້າການຕໍ່
ວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບຕື່ມອີກ, ຕະຫລອດ
ໄລຍະ 1 ປີ ຜ່ານມາ ເລຂາພັກບ້ານົງການປົກຄອງ, ການຈັດຕັ້ງບ້ານ
ໄດ້ເຮັດວຽກເປັນໝູ່ຄະນະ ແບ່ງ
ບຸກຄົນຮັບຜິດຊອບຕາມສິດໜ້າທີ່
ແລະ ພາລະບົດບາດ ໂດຍອີງຕາມ
4 ເນື້ອໃນ 4 ຄາດໝາຍຂອງພັກລັດວາງອອກ, ໄດ້ເອົາໃຈໃສ່ສຶກ
ສາອົບຮົມການເມືອງ-ແນວຄິດ
ຂອງປະຊາຊົນ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຄົາລົບ
ລະບຽບກົດໝາຍ ແລະ ຮູ້ຈໍາແນກ
ມິດ, ສັດຕູ ໄດ້ຢ່າງຈະແຈ້ງ ມີຄວາມດຸໝັ່ນອອກແຮງງານໃນການສ້າງ
ເສດຖະກິດຄອບຄົວຂອງຕົນເອງ.

ຕາງໜ້າມອບໃບຢັ້ງຢືນບ້ານ
ວັດທະນະທໍາໃໝ່ຄັ້ງນີ້ ໂດຍທ່ານ
ນາງ ບຸນຍົກ ແສງສະຫວ່າງ ຫົວໜ້າພະແນກວັດທະນະທໍາ ແລະ
ການທ່ອງທ່ຽວ ແຂວງບໍ່ແກ້ວ ແລະ
ຕາງໜ້າຮັບໂດຍ ທ່ານ ຄໍາແສງ
ໂຍມສຸລີ ນາຍບ້ານໆຫ້ວຍສັງ ແລະ
ມອບໃບຢັ້ງຢືນ ໜ່ວຍສະຫະພັນ
ນັກຮົບເກົ່າ 3 ດີ 6 ຮັກສາ ມອບ
ໂດຍ ທ່ານ ບຸນສີ ທອງສະໄຫວ
ປະທານຄະນະກຳມະການປົກຄອງ
ເມືອງ ຮັບໂດຍຜູ້ຕາງໜ້າຫົວໜ້າ
ໜ່ວຍຂອງບ້ານ.
KPL