ສ.ອາເມລິກາ-ອິນໂດເນເຊຍ ເຊັນສັນຍາດ້ານການຄ້າຈະເກັບພາສີ 19%

21/02/2026 12:17
Email Print 113
ຂປລ ທຳນຽບຂາວ ສ.ອາເມລິກາ ປະກາດວ່າ,ປະທານາທິບໍດີໂດນັນ ທຣຳ ຂອງ ສ.ອາເມລິກາ ໄດ້ເຊັນສັນຍາ ດ້ານການຄ້າ ທີ່ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ສະບັບໜຶ່ງກັບອິນໂດເນເຊຍ ຢ່າງເປັນທາງການ ເພື່ອເຮັດໃຫ້ສິນຄ້າ ສ.ອາເມລິກາ ສາມາດ ສົ່ງເຂົ້າສູ່ຕະຫລາດ ອິນໂດເນເຊຍ ຫລາຍກວ່າເກົ່າ ເຊິ່ງກ່ຽວພັນເຖິງ ຂົງເຂດຕ່າງໆ ເຊັ່ນ: ອຸດສາຫະກຳ ການຜະລິດ, ກະສິກຳ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ(CMG): ວັນທີ 19 ກຸມພານີ້, ທຳນຽບຂາວ ສ.ອາເມລິກາ ປະກາດວ່າ,ປະທານາທິບໍດີໂດນັນ ທຣຳ ຂອງ ສ.ອາເມລິກາ ໄດ້ເຊັນສັນຍາ ດ້ານການຄ້າ ທີ່ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ສະບັບໜຶ່ງກັບອິນໂດເນເຊຍ ຢ່າງເປັນທາງການ ເພື່ອເຮັດໃຫ້ສິນຄ້າ ສ.ອາເມລິກາ  ສາມາດ ສົ່ງເຂົ້າສູ່ຕະຫລາດ ອິນໂດເນເຊຍ ຫລາຍກວ່າເກົ່າ ເຊິ່ງກ່ຽວພັນເຖິງ ຂົງເຂດຕ່າງໆ ເຊັ່ນ: ອຸດສາຫະກຳ ການຜະລິດ, ກະສິກຳ ແລະ ເສດຖະກິດ ດິຈີຕອນ ແລະ ອື່ນໆ. ທ່ານໂດນັນ ທຣຳ ແລະ ທ່ານພຣາໂບໂວ ຊຸບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ໄດ້ລົງນາມເອກະສານ ໃນມື້ດຽວກັນ ເພື່ອຢືນຢັນ ສອງຝ່າຍ ຈະຊຸກຍູ້ ການຈັດຕັ້ງ ປະຕິບັດ ແຜນການທີ່ກ່ຽວຂ້ອງ.

ອີງຕາມເນື້ອໃນສັນຍາ ທີ່ທຳນຽບຂາວ ເປີດເຜີຍໃຫ້ຮູ້ວ່າ: ອິນໂດເນເຊຍ ຈະຍົກເລີກພາສີ ຕໍ່ຜະລິດຕະພັນຂອງສ.ອາເມລິກາ ຫລາຍກວ່າ 99%. ໂດຍສອງຝ່າຍ ຍັງຢືນຢັນ ຈະດຳເນີນການຮ່ວມມື ດ້ານການຄ້າທີ່ມີມູນຄ່າປະມານ 33 ຕື້ໂດລາສະຫະລັດ ເຊິ່ງລວມທັງ ການຈັດຊື້ ພະລັງງານ ຂອງ ສ.ອາເມລິກາ ທີ່ມີມູນຄ່າປະມານ 15 ຕື້ໂດລາສະຫະລັດ, ການຈັດຊື້ຜະລິດຕະພັນ ການບິນ ແລະ ສິນຄ້າທີ່ກ່ຽວຂ້ອງ ທີ່ມີມູນຄ່າປະມານ 13 ຕື້ 500 ລ້ານໂດລາສະຫະລັດ, ພ້ອມທັງການຈັດຊື້ ຜະລິດຕະພັນກະສິກຳ ສ.ອາເມລິກາ ທີ່ມີມູນຄ່າປະມານ 4 ຕື້ 500 ລ້ານໂດລາສະຫະລັດ.

ອີງຕາມສັນຍາດັ່ງກ່າວ, ສ.ອາເມລິກາ ຈະຍັງຮັກສາ ການເກັບພາສີ ແບບຕ່າງຝ່າຍ ຕ່າງມີ ຜົນປະໂຫຍດ ໃນອັດຕາ 19% ຕໍ່ອິນໂດເນເຊຍ, ແຕ່ສຳລັບຜະລິດຕະພັນ ພິເສດສ່ວນໜຶ່ງ ຈະໃຊ້ນະໂຍບາຍ ປອດພາສີ. ຂໍ້ມູນສະແດງໃຫ້ເຫັນວ່າ,ປີ 2025,ອາເມຣິກາຂາດດຸນການຄ້າຈຳນວນ 23 ຕື້ 700ລ້ານໂດລາຕໍ່ອິນໂດເນເຊຍ.

KPL

ຂ່າວອື່ນໆ

ads
ads

Top