ປູກໝາກໂມຂາຍ ໄດ້ກໍາໄລຫລາຍຮ້ອຍລ້ານກີບຕໍ່ປີ

26/02/2026 13:37
Email Print 111
ຂປລ ຂປລ.​ ໝາກ​ໂມ ​​ເປັນ​ອີກໝາກ​ໄມ້ຊະນິດໜຶ່ງ​ທີ່​ຄົນ​ນິຍົມ​ກິນ ແລະ ເປັນທີ່ຕ້ອງການຂອງທ້ອງຕະຫລາດຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ຮ້ອນ ​ ເພາະວ່າໝາກໂມ ເມື່ອກິນເຂົ້າໄປຈະຊ່ວຍເຮັດໃຫ້ຮູ້ສຶກ​ສົດ​ຊື່ນຜ່ອນ​ຄາຍ​ຄວາມ​ອິດ​ເມື່ອຍ​ໄດ້​ດີ ຈຶ່ງ​ເປັນ​ທີ່​ນິຍົມ​ຂອງ​ຜູ້​ບໍລິ​ໂພ​ກ ຈົນ​ເຮັດ​ໃຫ້ຊາວ​ສວນ​ທີ່​ຜະລິດໝາກ​ໂມ​ຂາຍ​ຍີ້ມ​ໄດ້ ​ເມື່ອ​ຮອດ​ລະດູ​ການ​ເກັບໝາກໂມ

ຂປລ.​ ໝາກ​ໂມ ​​ເປັນ​ອີກໝາກ​ໄມ້ຊະນິດໜຶ່ງ​ທີ່​ຄົນ​ນິຍົມ​ກິນ ແລະ ເປັນທີ່ຕ້ອງການຂອງທ້ອງຕະຫລາດຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ຮ້ອນ ​ ເພາະວ່າໝາກໂມ ເມື່ອກິນເຂົ້າໄປຈະຊ່ວຍເຮັດໃຫ້ຮູ້ສຶກ​ສົດ​ຊື່ນຜ່ອນ​ຄາຍ​ຄວາມ​ອິດ​ເມື່ອຍ​ໄດ້​ດີ ຈຶ່ງ​ເປັນ​ທີ່​ນິຍົມ​ຂອງ​ຜູ້​ບໍລິ​ໂພ​ກ ຈົນ​ເຮັດ​ໃຫ້ຊາວ​ສວນ​ທີ່​ຜະລິດໝາກ​ໂມ​ຂາຍ​ຍີ້ມ​ໄດ້ ​ເມື່ອ​ຮອດ​ລະດູ​ການ​ເກັບໝາກໂມ ​ເໝືອນດັ່ງຊາວກະສິກອນ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ  ໜຶ່ງໃນນັ້ນກໍແມ່ນສວນຂອງ ​ນາງ ສຸກສັນ ທີ່ຢືດຖືອາຊີບປູກໝາກໂມຂາຍດ້ວຍປະສົບການຍາວນານກວ່າ 40 ປີ.  

ທ່ານ ນາງ ສຸກສັນ ເຈົ້າຂອງສວນໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ອາຊີບ​ປູກໝາກ​ແຕງ​ໂມ ​ແມ່ນ​ເຮັດ​ມາ​ແຕ່​ຈື່​ຄວາມ​ໄດ້​ກໍ​ໄດ້​ຊ່ວຍ​ຄອບຄົວ​ເຮັດ​ສວນໝາກ​ໂມ​ນີ້​ແລ້ວ ຈົນ​ເຮັດ​ໃຫ້​ມີ​ຄວາມ​ຮູ້ ​​ໃນ​ເລື່ອງ​ການ​ບົວລະບັດ​ຮັກສາເປັນ​ຢ່າງ​ດີ, ພໍ​ໃຫຍ່​ມີ​ຄອບຄົວ ກໍ​ໄດ້​ສື​ບທອດມູນເຊື້ອຄວາມດຸໝັ່ນຂະຫຍັນພຽງຈາກພໍ່ແມ່ໃນການປູກໝາກ​ໂມ​​ເປັນ​ອາຊີບຫລັກ  ​ເພື່ອ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວ ​ຊຶ່ງ​ເວົ້າ​ໄດ້​ວ່າ​ອາຊີ​ບນີ້ ກໍ​ເປັນ​ອາຊີບໜຶ່ງທີ່​ສ້າງ​ລາຍ​ຮັບ​ໄດ້​ດີພໍສົມຄວນ​ໃນ​ແຕ່ລະ​ປີ​ ເນື່ອງ​ຈາກວ່າ ປີ 1 ໜຶ່ງແມ່ນປູກ 2 ລະດູ ຄື: ​ລະດູ​ແລ້ງ​, ລະດູຝົນ ​ແລະ ການ​ປູກ​ແຕ່ເທື່ອແມ່ນຕ້ອງໝູນວຽນ​ເນື້ອທີ່ປູກ (ໝາຍຄວາມວ່າ ຫລັງຈາກເກັບຜົນລະປູກແລ້ວແມ່ນຈະຍ້າຍໄປປູກບ່ອນໃໝ່ ເພື່ອເປັນການປັບປຸງດິນ) ຈຶ່ງກັບມາ​ປູກ​ບ່ອນ​ເກົ່າ​ເພື່ອ​ເຮັດ​ໃຫ້​ດິນ​ມີ​ຄວາມ​ອຸດົມສົມບູນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ການ​ປູກ
ໝາກ​ໂມລະ​ດູ​ແລ້ງ​ປີ​ນີ້ ມີ​ເນື້ອ​ທີ່ກວ່າ 8 ເຮັກຕາ ​ແຕ່​ປູກ​ນໍາ​ກັນ 3 ​ຄົນ, ສະ​ເພາະ​ສວນ​ຂອງ​ຕົນ​ເອງ​ມີ 3,5 ເຮັກຕາ ​ໂດຍ​ລົງທຶນ 130 ລ້ານ​ກີບ ​ເພື່ອ​​ຊື້ແນວ​ພັນ,​ເຊົ້າ​ເນື້ອ​ທີ່, ລົງ​ລະບົບ​ນໍ້າ ​​ແລະ ຈ້າງ​ແຮງ​ງານ​ໃນ​ການ​ປູກ ລວມ​ເຖິງ​ຂັ້ນ​ຕອນ​ອື່ນ​ກ່ອນ​ຈະ​ໄດ້​​ເກັບໝາກໂມ ​ໂດຍ​ການ​ປູກ​ລະດູ​ແລ້ງ​ແມ່ນ ເລີ່ມປູກຕັ້ງແຕ່ເດືອນຕຸລາ ໃຊ້ເວລາປະມານ 65 ມື້ ຈຶ່ງສາມາດເກັບຜົນຜະລິດໄດ້, ສ່ວນໝາກໂມທີ່ປູກມີ
2 ສາຍພັນຄື: ພັນຊີ້ນແດງ, ພັນນ້ຳເຜິ້ງ (ສີເຫລືອງ), ຮັບປະກັນຄວາມຫວານ ກອບ ແລະ ປອດໄພ 100%. ສໍາລັບການ​ບົວລະບັດ​ຮັກສາ ກໍ​ບໍ່ໄ​ດ້ຫຍຸ້ງຍາກ​ຍັງຫລາຍ ພຽງ​ແຕ່​ຫົດ​ນໍ້າ, ໃສ່ປຸຍ​, ໃສ່ຝຸ່ນຄອກ, ພ້ອມນັ້ນໝາກໂມ​ເຄືອໜຶ່ງ​ຈະ​ຈົ່ງໝາກທີ່​ສົມບູນ​ໄວ້ ​ແລະ ບໍ່​ຫລາຍ​ຈົນ​ເກີນ​ໄປ ​​ເພື່ອ​ໃຫ້​ໄດ້ໝາກ​ໃຫຍ່ໄວ.  ສ່ວນການ​ຂາຍ ມີແມ່ຄ້າຈາກຕະຫລາດໃຫຍ່ໃນນະຄອນຫລວງ ເຊັ່ນ: ຕະຫລາດສີໄຄ, ຕະຫລາດລາວເຂົ້າມາຮັບຊື້ເຖິງສວນໂດຍຂາຍຍົກຢູ່ປະມານ 25 ລ້ານກີບຕໍ່ໄລ່  ຫລື ຂາຍ​ເປັນ​ລົດ ກໍ​ລາຄາ​ປະມານ 3 ລ້ານ​ກີບ ​ແລ້ວ​ແຕ່​ປະລິ​ມານ​ຂອງໝາກ​ໂມ, ພ້ອມນີ້ຍັງ​ມີ ການຂາຍຜ່ານອອນລາຍ ແລະ ຕາມແຄມທາງ 450 ປີ ຕື່ມອີກ.

ທ່ານ ນາງ ສຸກສັນ ​ເວົ້າ​ເສີມ​ວ່າ: ສໍາລັບ​ລາຄາໝາກໂມປີ​ນີ້​ແມ່ນ​ບໍ່​ດີ​ຄື​ປີ​ຜ່ານ​ມາ ເນື່ອງຈາກວ່າປີນີ້ໝາກໂມມີຫລາຍ ຈຶ່ງເຮັດໃຫ້ລາຄາຫລຸດ ແລະ ຄາດ​ຄະ​ເນ​ວ່າປີນີ້ຈະ​ສ້າງ​ລາຍ​ຮັບປະມານ 100-200 ​ລ້ານ​ກີບ,  ຖ້າທຽບໃສ່ປີກາຍແມ່ນຫລຸດຫລາຍ. ສະ​ນັ້ນ, ​ໃນ​ນາມກະສິກອນ ຈຶ່ງ​ຢາກຝາກ​ເຖິງພາກ​ລັດ  ກໍຄື ພາກສ່ວນທີ່ກ່ຽວຂ້ອງ​ ຊ່ວຍ​ຊຸກຍູ້​ສົ່ງ​​ເສີມ​ສິນຄ້າ​ລາວ​ໃຫ້​ຫລາຍ​ຂຶ້ນກວ່າເກົ່າ ໂດຍສະເພາະແມ່ນສິນຄ້າກະສິກຳ ທີ່ປູກມາແລ້ວ ຕະຫລາດຮອງຮັບມີໜ້ອຍ ​ແລະ ອັນ​ໃດ​ທີ່​ຄົນ​ລາວ​ຜະລິດ​ໄດ້ກໍ​ຢາກ​ໃຫ້ເພີ່ມຄວາມເຂັ້ມງວດໃນ​ນຳເຂົ້າ​ຈາກ​ຕ່າງປະເທດຕື່ມອີກ.ເຖິງແນວ ໃດກໍດີ, ໃນນາມເຈົ້າຂອງສວນຂໍຝາກເຖິງຜູ້ບໍລິໂພກທຸກທ່ານຊ່ວຍສະໜັບສະໜູນຜົນຜະລິດຂອງກະສິກອນລາວ ແລະ ຢືນຢັນວ່າໝາກໂມຈາກສວນຂອງເຮົາຫວານແຊບແນ່ນອນ ແລະ ທີ່ສຳຄັນບໍ່ມີສານເຄມີຕົກຄ້າງ. ຖ້າລູກຄ້າທ່ານໃດສົນໃຈຢາກເຂົ້າໄປຊື້ຢູ່ກັບສວນໝາກໂມ ນາງ ສຸກສັນ ບ້ານດົງໂພນແຮ່ ກໍສາມາດຕິດຕໍ່ໄດ້ທີ່ເບີ: 020 76583677.

KPL

ຂ່າວອື່ນໆ

ads
ads

Top