ຂປລ
ກອງປະຊຸມພັກແຮງງານ ເກົາຫລີ ຊຶ່ງຈັດຊຶ້ນ ໃນວັນທີ 19 ກຸມພາ ໂດຍມີ ຜູ້ແທນເຂົ້າຮ່ວມ 5.000 ຄົນ, ຄາດວ່າ ຈະໃຊ້ເວລາ ຫລາຍວັນ. ກອງປະຊຸມ ພັກແຮງງານ ເກົາຫລີ ໄດ້ຈັດຂຶ້ນທຸກໆ 5 ປີ
ຂປລ. ສຳນັກຂ່າວກາງ ເກົາຫລີ (KCNA) ຂອງ ສປປເກົາຫລີ ລາຍງານວ່າ: ກອງປະຊຸມພັກແຮງງານ ເກົາຫລີ ຊຶ່ງຈັດຊຶ້ນ ໃນວັນທີ 19 ກຸມພາ ໂດຍມີ ຜູ້ແທນເຂົ້າຮ່ວມ 5.000 ຄົນ, ຄາດວ່າ ຈະໃຊ້ເວລາ ຫລາຍວັນ. ກອງປະຊຸມ ພັກແຮງງານ ເກົາຫລີ ໄດ້ຈັດຂຶ້ນທຸກໆ 5 ປີ, ໂດຍ ທ່ານ ກີມ ຈອງ ອືນ ຜູ້ນຳສູງສຸດ ຂອງ ສປປເກົາຫລີ ໄດ້ເນັ້ໜັກຄວາມສຳເລັດ ດ້ານເສດຖະກິດ ໃນໄລຍະທີ່ຜ່ານມາ ຕະຫລອດຈົນ ຄວາມສຳເລັດ ໃນທຸກດ້ານ ຊຶ່ງຄວບຄຸມທັງ ດ້ານການປ້ອງກັນປະເທດ , ການທູດ ແລະ ການເມືອງ. ໃນຂະນະທີ່ ທ່ານ ກີມ ຈອງ ອືນ ລະບຸວ່າ: ສປປເກົາຫລີ ໄດ້ບັນລຸຄວາມສຳເລັດ ຕາມແຜນພັດທະນາເສດຖະກິດແຫ່ງຊາດ ໄລຍະ 5 ປີ ທີ່ດຳນົດໄວ້ ໃນກອງປະຊຸມຄັ້ງກ່ອນ ເມື່ອເດືອນມັງກອນປີ 2021./
KPL