ຂປລ
ເຈົ້າໜ້າທີ່ ເຂດບໍລິຫານພິເສດ ຮົງກົງ ທາງພາກໃຕ້ ຂອງ ຈີນ ລາຍງານວ່າ: ປະລິມານ ຜູ້ເດີນທາງ ຢ້ຽມຢາມ ເຂດຮົງກົງ ໃນໄລຍະ ວັນທີ 15-20 ກຸມພາ ຫລາຍກວ່າ 1,16 ລ້ານເທື່ອຄົນ, ໃນນັ້ນ ຜູ້ເດີນທາງ ມາຈາກຈີນ ຫລາຍກວ່າ 9,8 ແສນຄົນ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເຈົ້າໜ້າທີ່ ເຂດບໍລິຫານພິເສດ ຮົງກົງ ທາງພາກໃຕ້ ຂອງ ຈີນ ລາຍງານວ່າ: ປະລິມານ ຜູ້ເດີນທາງ ຢ້ຽມຢາມ ເຂດຮົງກົງ ໃນໄລຍະ ວັນທີ 15-20 ກຸມພາ ຫລາຍກວ່າ 1,16 ລ້ານເທື່ອຄົນ, ໃນນັ້ນ ຜູ້ເດີນທາງ ມາຈາກຈີນ ຫລາຍກວ່າ 9,8 ແສນຄົນ.
ກ່ອນໜ້ານີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຄາດວ່າ ຈຳນວນ ນັກທ່ອງທ່ຽວ ຈາກ ຈີນ ທີ່ ເດີນທງຢ້ຽມຢາມ ເຂດຮົງກົງ ໄລຍະວັນພັກຍາວ ເທດສະການກຸດຈີນ ຈະລວມມີ ປະມານ 1,43 ລ້ານເທື່ອຄົນ. ໃນໄລຍະວັນພັກດັ່ງກ່າວ ໄດ້ເປີດໂອກາດໃຫ້ ນັກທ່ອງທ່ຽວ ສາມາດ ຢ້ຽມຢາມ ສະຖານທີ່ຕ່າງໆ ຂອງ ເຂດຮົງກົງ
ຊຶ່ງ ນັກທ່ອງທ່ຽວ ຈຳນວນຫລາຍ ເລືອກພັກ ຄ້າງຄືນ ຢູ່ເທິງເກາະລຳມາ (Lamma Island) ແລະ ສະຖານທີ່ອື່ນໆ ແທນຈຸດໃຈກາງເມືອງ, ພ້ອມທັງເຂົ້າ ຢ້ຽມຊົມ ມະຫາວິທະຍາໄລ ລະດັບໂລກ ຂອງ ເຂດຮົງກົງ ອີກດ້ວຍ. ນອກນີ້ ນັກທ່ອງທ່ຽວ ຍັງພາກັນຊື້ເຄື່ອງປະດັບເງິນຄຳ ໃນເຂດຮົງກົງ ແລະ ເຄື່ອງຕົບແຕ່ງ ທີ່ມີ ລວດລາຍມ້າ ເພື່ອສະເຫລີມ ສະຫລອງ ຕາມປີມະເມຍ ຫລື ປີມ້າ./
KPL