ສະຫລຸບການຈັດຕັ້ງປະຕິບັດວຽກງານຂະແໜງການລ້ຽງສັດ ແລະ ການປະມົງ ທົ່ວປະເທດປະຈຳປີ 2025 ແລະ ທິດທາງແຜນການ ປີ 2026

25/02/2026 14:52
ຂປລ ຂປລ. ເມື່ອບໍ່ດົນມານີ້, ທີ່ສະໂມ ສອນກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ກົມລ້ຽງສັດ ແລະ ການ ປະມົງໄດ້ຈັດກອງປະຊຸມ ສະຫລຸບ ການຈັດຕັ້ງປະຕິບັດວຽກງານຂະ ແໜງການລ້ຽງສັດ ແລະ ການປະ ມົງ ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026


ຂປລ. ເມື່ອບໍ່ດົນມານີ້, ທີ່ສະໂມ ສອນກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ກົມລ້ຽງສັດ ແລະ ການ ປະມົງໄດ້ຈັດກອງປະຊຸມ ສະຫລຸບ ການຈັດຕັ້ງປະຕິບັດວຽກງານຂະ ແໜງການລ້ຽງສັດ ແລະ ການປະ ມົງ ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບົວຫົງ ຄຳຫາ ຫົວໜ້າກົມ ລ້ຽງສັດ ແລະ ການປະມົງ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ມີ ຮອງຫົວໜ້າຫ້ອງການ, ຮອງຫົວ ໜ້າກົມ, ສະຖາບັນ; ບັນດາທ່ານ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມ ນະຄອນຫລວງວຽງ ຈັນ ແລະ 17 ແຂວງ, ຫົວໜ້າ, ຮອງ ຫົວໜ້າພະແນກ-ສູນ-ໂຄງການ ພາຍໃນກົມລ້ຽງສັດ ແລະ ການ ປະມົງ, ຫົວໜ້າ, ຮອງຫົວໜ້າ ຂະແໜງລ້ຽງສັດ ແລະ ການປະມົງ 17 ແຂວງ ແລະ ນະຄອນຫລວງ ວຽງຈັນ, ພະນັກງານ-ວິຊາການ, ແລະ ຜູ້ປະກອບການໃນການລ້ຽງ ສັດເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້ ແມ່ນ ເພື່ອສະຫລຸບຕີລາຄາຄືນການຈັດ ຕັ້ງປະຕິບັດແຜນພັດທະນາການ ລ້ຽງສັດ ແລະ ການປະມົງ ປະຈຳປີ 2025 ທິດທາງແຜນການ ປີ 2026 ແລະ ທິດທາງແຜນການ 5 ປີ (2026-2030); ຮັບຟັງການ ລາຍງານຕໍ່ການຈັດຕັ້ງປະຕິບັດ ວຽກງານຕົວຈິງ, ການຜະລິດສັດແລະ ສັດນໍ້າ ທີ່ເປັນທ່າແຮງເປັນ ສິນຄ້າຂອງແຂວງ ແລະ ການຈັດ ຕັ້ງປະຕິບັດໂກຕ້າລ້ຽງງົວ ເປັນ ສິນຄ້າຂອງແຂວງໃນໄລຍະຜ່ານ ມາ ມີຄວາມຄືບໜ້າຄືແນວໃດ, ບັນຫາຂໍ້ຫຍຸ້ງຍາກ ແລະ ມາດຕະ ການໃນການແກ້ໄຂບັນຫາຕ່າງໆ ແລະ ແຜນຄາດໝາຍສູ້ຊົນໃນຕໍ່ໜ້າ ມີຄືແນວໃດ; ຮັບຟັງການລາຍງານ ບົດຮຽນການປະຕິບັດຕົວຈິງ ຂອງ ບັນດາຜູ້ປະກອບການ ວ່າມີຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດລວມທັງຂໍ້ສະເໜີຕ່າງໆ ທີ່ຢາກໃຫ້ ພາກລັດແກ້ໄຂ; ທົບທວນຄືນບັນ ດາວິທີການ ແລະ ຂັ້ນຕອນກ່ຽວກັບ ວິທີການດຸ່ນດ່ຽງຊີ້ນ, ໄຂ່ ແລະ ປາ, ວິທີການຄິດໄລ່ໂຄງປະກອບຕົ້ນ ທຶນລາຄາ, ການບໍລິການທາງດ້ານ ສັດຕະວະແພດ; ວຽກງານຄຸ້ມຄອງ ການປະມົງ, ວຽກງານການຄຸ້ມ ຄອງອາຫານສັດ, ສະພາບການ ຈັດຕັ້ງປະຕິບັດບັນດານິຕິກຳໃນຂະ ແໜງການລ້ຽງສັດ ແລະ ການປະ ມົງ, ການເກັບຂໍ້ມູນ ແລະ ແບບ ຟອມການລາຍງານ; ການຄົ້ນຄວ້າ ປຶກສາຫາລືຊອກຫາວິທີແກ້ໄຂບັນ ຫາ ແລະ ວາງແຜນຮ່ວມກັນໃນ ການຈັດຕັ້ງປະຕິບັດບັນດາຕົວເລກ ຄາດໝາຍສູ້ຊົນຕ່າງໆ ຂອງຂະ ແໜງການລ້ຽງສັດ ແລະ ການປະ ມົງໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ຮັບຟັງການ ສະເໜີແຜນວຽກຈຸດສຸມ ຂອງພະ ແນກການ ແລະ ສູນພາຍໃນກົມ; ຮັບຟັງການປະກອບຄໍາເຫັນຂອງ ຂະແໜງການລ້ຽງສັດ ແລະ ການ ປະມົງແຂວງ ແລະ ນະຄອນຫລວງ; ຂອງພະນັກງານປະຈໍາດ່ານ ຊຶ່ງ ແມ່ນຜູ້ຈັດຕັ້ງປະຕິບັດຕົວຈິງ; ການ ປະກອບຄໍາເຫັນຂອງຜູ້ປະກອບ ການຈໍານວນໜຶ່ງ ແລະ ການປະ ກອບຄໍາເຫັນຂອງຜູ້ເຂົ້າຮ່ວມ ພ້ອມກັນລົງເລິກຄົ້ນຄວ້າກ່ຽວກັບ ຂໍ້ຫຍຸ້ງຍາກ ແລະ ສາເຫດຕົ້ນຕໍໃນ ການຈັດຕັ້ງປະຕິບັດວຽກງານຕົວ ຈິງທັງຢູ່ສູນກາງ ແລະ ທ້ອງຖິ່ນ ບົນພື້ນຖານນັ້ນເພື່ອຊອກຫາທາງ ອອກຮ່ວມກັນຕື່ມອີກ.
KPL

ຂ່າວອື່ນໆ

ads
ads

Top