ເຮລິກົບແຕ້ລຸ້ນ Mi-17 ຂອງ ກອງທັບ ອາກາດ ເປຣູ ປະສົບອຸບັດເຫດ ເສຍຊິວິດ 15 ຄົນ

25/02/2026 23:42
ຂປລ ທາງການເປຣູ ອອກຖະແຫລງການວ່າ: ເຮລິກົບແຕ້ລຸ້ນ Mi-17 ຂອງ ກອງທັບ ອາກາດ ເປຣູ ປະສົບ ອຸບັດເຫດ ທາງພາກໃຕ້ ຂອງ ປະເທດ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 15 ຄົນ, ຊຶ່ງໃນຈຳນວນນີ້ ມີເດັກນ້ອຍ 7 ຄົນ.

ຂປລ.ສຳນັກຂ່າວຊິນຮວາ, ວັນທີ 23 ກຸມພາ, ທາງການເປຣູ ອອກຖະແຫລງການວ່າ: ເຮລິກົບແຕ້ລຸ້ນ Mi-17 ຂອງ ກອງທັບ ອາກາດ ເປຣູ ປະສົບ ອຸບັດເຫດ ທາງພາກໃຕ້ ຂອງ ປະເທດ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 15 ຄົນ, ຊຶ່ງໃນຈຳນວນນີ້ ມີເດັກນ້ອຍ 7 ຄົນ.

ເຮລິກົບແຕ້ ລຳດັ່ງກ່າວ ໄດ້ຂາດການຕິດຕໍ່ ທາງວິທະຍຸ ຕັ້ງແຕ່ ວັນທີ 22 ກຸມພາ ເຮັດໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ເລັ່ງຄົ້ນຫາຢ່າງຮີບດ່ວນ ຈົນກວດພົບ ເຮລິກົບແຕ້ຕົກ ຢູ່ເຂດຊາລາ (Chala) ແຂວງ ກາຣາເວລີ (Caraveli). ປັດຈຸບັນ, ເຮລິກົບແຕ້ ລຳດັ່ງກ່າວ ພວມຢູ່ໃນ ລະຫວ່າງ ການຄົ້ນຫາຜູ້ປະສົບ ເຄາະຮ້າຍ ດັ່ງກ່າວ. ຂະນະນີ້ ໜ່ວຍງານທີ່ກ່ຽວຂ້ອງ ພວມຢູ່ລະຫວ່າງ ການສືບສວນສອບສວນ ເພື່ອຫາສາເຫດຂອງ ອຸບັດເຫດໃນຄັ້ງນີ້./

 

KPL

ຂ່າວອື່ນໆ

ads
ads

Top