ອະດີດການນໍາ ພ້ອມດ້ວຍປະຊາຊົນບ້ານທາດຫລວງໃຕ້ ໄປໃຊ້ສິດປ່ອນບັດເລືອກຕັ້ງ ຢູ່ວັດທາດຫລວງໃຕ້

22/02/2026 15:48
ຂປລ ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ວັນທີ 22 ກຸມພາ 2026 ນີ້, ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ໄດ້ລົງປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສ ນວ) ຊຸດທີ V

ຂປລ. ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ວັນທີ 22 ກຸມພາ 2026 ນີ້, ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ໄດ້ລົງປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສ ນວ) ຊຸດທີ V, ພ້ອມດ້ວຍປະຊາຊົນບ້ານທາດຫລວງໃຕ້ ໄດ້ພ້ອມອອກໄປໃຊ້ສິດປ່ອນບັດເລືອກຕັ້ງດ້ວຍບັນຍາກາດທີ່ຄືກຄືນ ແລະ ເປັນລະບຽບຮຽບຮ້ອຍດີ ຢູ່ທີ່ວັດບ້ານທາດຫລວງໃຕ້.

ໃນໂອກາດດັ່ງກ່າວ, ທ່ານ ສິນລະປິນ ວົງຫາຈັກ ເລຂາພັກບ້ານ, ນາຍບ້ານບ້ານທາດຫລວງໃຕ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ບ້ານທາດຫລວງໃຕ້ ມີ 429 ຄອບຄົວ, ມີ 42 ໜ່ວຍ, ມີພົນລະເມືອງທັງໝົດ 2.180 ຄົນ, ຍິງ 1.096 ຄົນ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງທັງໝົດ 1.600 ຄົນ, ຍິງ 853 ຄົນ, ມີ 2 ຈຸດປ່ອນບັດເລືອກຕັ້ງ ໂດຍປະຊາຊົນພາຍໃນບ້ານ ກໍໄດ້ພ້ອມພຽງຮຽງໜ້າກັນ ເຂົ້າມາປ່ອນບັດເລືອກຕັ້ງຢ່າງຄຶກຄື້ນຕັ້ງແຕ່ເຊົ້າ. ສ່ວນວຽກງານປ້ອງກັນຄວາມສະຫງົບ ແມ່ນຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ສະຫງົບ ແລະ ປອດໄພ.
ຂະນະດຽວກັນ, ປະຊາຊົນບ້ານທາດຫລວງໃຕ້ ຫລາຍທ່ານກໍໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕົນເອງມີຄວາມພາກພູມໃຈຫລາຍທີ່ໄດ້ມີໂອກາດມາໃຊ້ສິດປ່ອນບັດເລືອກຕັ້ງ ເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ນີ້ ແລະ ຕົນເອງກໍເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ສະຫລຽວສະຫລາດ ແລະ ເຫັນບັນຫາສ່ວນລວມເປັນອັນສຳຄັນ ແນໃສ່ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລຍິ່ງໆຂຶ້ນ. ພ້ອມນີ້, ປະຊາຊົນຍັງຮຽກຮ້ອງໃຫ້ບັນດາ ສສຊ ແລະ ສສຂ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຈົ່ງເປັນເຈົ້າການໃຈການແກ້ໄຂບັນຫາຕ່າງໆ ເປັນຕົ້ນ ແມ່ນບັນຫາຖະໜົນທີ່ເປ່ເພໃຫ້ມີຄວາມສະດວກສະບາຍໃຫ້ແກ່, ບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ແລະ ບັນຫາອື່ນໆ.
ຂ່າວ-ພາບ: ສົມຫວັງ
KPL

ຂ່າວອື່ນໆ

ads
ads

Top